ມາທ່ຽວຊົມໄດ້! ຕະຫຼາດນັດເມືອງໄຊເສດຖາ ເລີ່ມມື້ນີ້ເປັນຕົ້ນໄປ

222

ເຊີນທ່ຽວຊົມ ງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ປະຈໍາປີ 2020 ຂອງເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ, ຈະມີຫົວໜ່ວຍທຸລະກິດເຂົ້າຮ່ວມທັງໝົດ 56 ຫົວໜ່ວຍ, ໃນນັ້ນ ມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ສິນຄ້າຄອບຄົວຕົວແບບ ແລະ ສິນຄ້າຈາກເມືອງອ້ອມຂ້າງ, ເຊິ່ງງານດັ່ງກ່າວຈະດໍາເນີນໄປເປັນເວລາ 5ວັນ (22 ຫາ 26 ມັງກອນ 2020) ທີ່ ສູນການຄ້າລາວ-ໄອເຕັກ.

ພິທີເປີດເປີດງານດັ່ງກ່າວຈັດຂຶ້ນໃນວັນທີ 22 ມັງກອນ 2020 ທີ່ສູນການຄ້າລາວ-ໄອເຕັກ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຖະໜອມ ທໍາທອງ ເຈົ້າເມືອງ ເມືອງໄຊເສດຖາ, ທ່ານ ເບີລີນ ເພັດຈັນທະຣາດ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ມີຕາງໜ້າຈາກພະແນກການຕ່າງໆອ້ອມຂ້າງເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພາຍໃນງານ ທ່ານ ພຸດທະສອນ ໂຄດປັນຍາ ຮອງເຈົ້າເມືອງ ເມືອງໄຊເສດຖາ ກ່າວວ່າ: ການຈັດງານຕະຫຼາດນັດໃນຄັ້ງນີ້ເປັນການຊຸກຍູ້, ສົ່ງເສີມໃຫ້ແກ່ບັນດາຫົວໜ່ວຍທຸລະກິດ, ການຜະລິດ, ບັນດາຄອບຄົວຕົວແບບ ໄດ້ມີໂອກາດພົບປະແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ທັງເປັນການໂຄສະນາໃຫ້ສັງຄົມຮັບຮູ້ ແລະ ນໍາໃຊ້ຢ່າງກວ້າງຂວາງຂຶ້ນ, ເຮັດໃຫ້ຫົວໜ່ວຍທຸລະກິດກາຍເປັນຄອບຄົວຕົວແບບຂອງເມືອງ ແລະ ກາຍເປັນສິນຄ້າໂອດ໋ອບແຫ່ງຊາດ ເຊິ່ງປັດຈຸບັນໄດ້ຖືກຮັບຮອງແລ້ວ 10 ຫົວໜ່ວຍ.

ຂະນະດຽວກັນ, ທ່ານ ນາງ ພິດສະໄໝ ຕົ້ນສະຫວັນ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ຫົວໜ່ວຍທຸລະກິດທີ່ຈະເຂົ້າຮ່ວມງານວາງສະແດງສິນຄ້າໃນຄັ້ງນີິ້ ປັດຈຸບັນມີທັງໝົດ 56ຫົວໜ່ວຍ, ໃນນັ້ນມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ 10ຫົວໜ່ວຍ, ສິນຄ້າຄອບຄົວຕົວແບບຂອງແຕ່ລະບ້ານ 40ຫົວໜ່ວຍ ແລະ ສິນຄ້າຈາກເມືອງອ້ອມຂ້າງອີກປະມານ 10ຫົວໜ່ວຍ, ເຊິ່ງຜະລິດຕະພັນມີດັ່ງນີ້: ຫັດຖະກໍາຕໍ່າແຜ່ນ, ຫັດຖະກຳຕັດຫຍິບ, ຫັດຖະກໍາແກະສະຫຼັກໄມ້, ເຄື່ອງເງິນ, ຜະລິດຕະພັນກະສິກໍາ, ອາຫານ ແລະ ເຄື່ອງດື່ມ ເຫຼົ່ານີ້ເປັນຕົ້ນ.

ຂ່າວ: ເອຢິບ