ລາວ-ໄທ ແລກປ່ຽນສິລະປະວັດທະນະທຳ

281

ໃນຄືນວັນທີ 20 ມັງກອນ 2020 ນີ້ ແຂວງສາລະວັນ ສປປ ລາວ ແລະມະຫາວິທະຍາໄລ ຣາດຊະພັດ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ໄດ້ມີການແລກປ່ຽນສີລະປະວັດທະນະທຳຮ່ວມກັນ ຂື້ນທີ່ເດີ່ນອະນຸສາວະລີອົງແກ້ວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສີສຸວັນ ວົງຈອມສີ ເລຂາພັກແຂວງ, ເຈົ້າແຂວງໆສາລະວັນ, ທ່ານ ຮອງສາດສະດາຈານ ທຳມະລັກ ລະອອງນວນ ອະທິການບໍດີ ມະຫາວິທະຍາໄລຣາດຊະພັດ ຈັງຫວັດອຸບົນຣາຊະທານີ, ມີບັນດາທ່ານການນຳຂອງແຂວງສາລະວັນ, ຄູອາຈານ-ນັກສະແດງທັງສອງຝ່າຍ ແລະພໍ່ແມ່ປະຊາຊົນຊາວແຂວງສາລະວັນເຂົ້າຮ່ວມຊົມ, ຮ່ວມເຊຍຢ່າງຫຼວງຫຼາຍ.

ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ ທັງແມ່ນຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມຂັ້ນແຂວງ ທັງແມ່ນ ປະທານນຈັດງານໄດ້ກ່າວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້ແມ່ນເພື່ອເປັນການແລກປ່ຽນສິລະປະວັດທະນະທຳ ຮິດຄອງປະເພນີທີ່ມີມາແຕ່ດັ້ງເດີມ ແລະທີ່ຕິດພັນກັບວິຖີຊີວິດ, ຄວາມສີວິໄລຂອງຄົນໃນທ້ອງຖິ່ນ, ທັງເປັນການສົ່ງເສີມບັນຍາກາດການທ່ອງທ່ຽວ, ການຄ້າ, ການລົງທຶນ, ການໄປມາຫາສູ່ກັນລະຫວ່າງນັກທຸລະກິດ, ຜູ້ປະກອບການກໍ່ຄືພໍ່ແມ່ປະຊາຊົນລຽບຕາມສອງຝັ່ງຂອງ, ພ້ອມທັງເປັນການປະຕິບັດຕາມເນື້ອໃນບົດບັນທຶກຄວາມເຂົ້າໃຈລະຫວ່າງຈັງຫວັດອຸບົນຣາຊະທານີ ກັບແຂວງສາລະວັນ ໃນວັນທີ 23-24 ກັນຍາ 2019 ຜ່ານມາທີ່ຈັງຫວັດອຸບົນຣາຊະທານີ ແລະທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ໄທ, ໄທ-ລາວ ຄົບຮອບ 70 ປີ ແລະຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ.

ສຳລັບລາຍການທີ່ນຳມາສະແດງຄັ້ງນີ້ ຝ່າຍແຂວງສາລະວັນ ປະກກອບມີ: ລຳສາລະວັນປະກອບບົດຟ້ອນ, ບົດເພງ ສາວງາມເຜົ່າປະໂກະ ປະກອບບົດຟ້ອນ, ລຳຕັງຫວາຍ, ບົດເພງ ປະເທດລາວຄົນລາວເປັນເຈົ້າ ແລະເພງ ປູ່ຈັນ, ສ່ວນຝ່າຍມະຫາວິທະຍາໄລຣາດຊະພັດ ຈັງຫວັດອຸບົນຣາຊະທານີ ກໍ່ໄດ້ນຳເອົາລາຍການໂປງລາງມາສະແດງ ເປັນຕົ້ນ: ການສະແດງເປີດວົງ, ຟ້ອນສາລະວັນ, ອ້ອມກວດເຂັມມະລາດ, ອີ່ສານບ້ານເຮົາ, ຕະການຕາລີລາກອງຕຸ້ມເມືອງອຸບົນ, ຣາດສະພັນລຳເພີນ ແລະເຕີ້ຍລາ.

ໃນການສະແດງຄັ້ງນີ້ແມ່ນຄະນະສິລະປະທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນສະແດງ ແລະກໍ່ເຫັນໄດ້ວ່າບັນຍາກາດການຊົມສຽງເຊຍຂອງສື່ມວນຊົນມີຄວາມເບີກບານມ່ວນ, ຄຶດຄືນດ້ວຍສຽງຮອງສຽງເຊີຍຂອງຜູ້ເບີງ ແລະຜູ້ຊົມເປັນຈຳນວນຫຼວງຫຼາາຍ.

ໃນໂອກາດດຽວກັນນີ້ ທ່ານ ຮອງສາດສະດາຈານ ທຳມະລັກ ລະອອງນວນ ມະຫາວິທະຍາ ຣາດຊະພັດ ຈັງຫວັດອຸບົນຣາຊະທານີກໍ່ໄດ້ກ່າວວ່າ: ມີຄວາມຮູ້ສຶກຍິນດີ ທີ່ໄດ້ນຳພາຄະນະທີມງານສິລະຈາກມະຫາວິທະຍາໄລຂອງຕົນມາສະແດງໃຫ້ພີ່ນ້ອງຊາວແຂວງສາລະວັນໄດ້ເບິ່ງ, ໄດ້ຊົມເຊິ່ງມີຫຼາກຫຼາຍລາຍການທີ່ບົ່ງບອກເຖິງການທ່ອງທ່ຽວ, ວິຖີຊີວິດຂອງຈັງຫວັດອຸບົນຣາຊະທານີ ພ້ອມທັງສະແດງຄວາມຂອບໃຈຕໍ່ການນຳຂອງແຂວງສາລະວັນທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະຫວັງຢ່າງຍິ່ງວ່າໃນຕໍ່ໜ້າຈະມີການແລກປ່ຽນດ້ານວັດທະນະທຳຮ່ວມກັນອີກໃນຄັ້ງຕໍ່ໄປ.

ໂດຍ: ທິດລານີ ໂຄດໂຍທາ.