ຈີນກວດພົບຜູ້ຕິດເຊື້ອພະຍາດປອດອັກເສບ ເກືອບ 300 ຄົນ

62

ທາງການຈີນລາຍງານຜູ້ເສຍຊີວິດ 6 ຄົນ ຈາກເຊື້ອໄວຣັສອູ່ຮັນ ຫຼື ໄວຣັສໂຄໂຣນາສາຍພັນໃໝ່ທີ່ເກີດຂຶ້ນໃນເມືອງອູ່ຮັນ ແລະ ສາມາດຕິດຕໍ່ລະຫວ່າງຄົນ ກັບ ຄົນ ຂະນະທີ່ ຜູ້ຕິດເຊື້ອເພີ່ມຂຶ້ນ ເກືອບ 300 ຄົນແລ້ວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 21  ມັງກອນ ວ່າ ທ່ານໝໍຊົ່ງ ໜານຊາງ ຫົວໜ້າຄະນະເຮັດວຽກກ່ຽວກັບການແຜ່ລະບາດຂອງພະຍາດປອດອັກເສບ ຫຼື ພະຍາດໂຄໂຣນາຊະນິດໃໝ່ ໂດຍຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ ຖະແຫຼງເມື່ອວັນອັງຄານ ວ່າ ຈຳນວນຜູ້ເສຍຊີວິດຈາກພະຍາດຊະນິດດັ່ງກ່າວ ເພີ່ມຂຶ້ນຢ່າງໜ້ອຍ 6 ຄົນ ແລະ ຈຳນວນຜູ້ປ່ວຍສະສົມຢ່າງໜ້ອຍ 291 ຄົນ ສ່ວນຫຼາຍອາໄສຢູ່ມົນທົນຫູເປ່ ທາງພາກກາງຂອງປະເທດ ເຊິ່ງມີເມືອງອູ່ຮັນເປັນເມືອງເອກ ແລະ ເມືອງແຫ່ງນີ້ເປັນຕົ້ນຕໍຂອງການແຜ່ລະບາດຂອງພະຍາດ ຕັ້ງແຕ່ເດືອນທັນວາປີຜ່ານມາ ເຊິ່ງຜູ້ປ່ວຍຈະມີອາການປອດອັກເສບ ແລະ ຜິດປົກກະຕິຢ່າງຮ້າຍແຮງຂອງລະບົບທາງເດີນຫາຍໃຈ.

ຂະນະທີ່ ເມືອງໃຫຍ່ເກືອບທຸກເມືອງໃນຈີນ ລວມທັງນະຄອນຫຼວງປັກກິ່ງ, ຊຽງໄຮ ແລະ ເຊີນເຈີ້ນ ມີລາຍງານຜູ້ຕິດເຊື້ອແລ້ວ. ນອກຈາກນີ້, ຍັງມີການແຜ່ລະບາດອອກໄປອີກຢ່າງໜ້ອຍ 4 ປະເທດຄື ໄທ, ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ຫຼ້າສຸດປະເທດອາເມຣິກາ ຫຼື ມີການເດີນທາງໂດຍກົງຈາກເມືອງອູ່ຮັນໄປປະເທດເຫຼົ່ານີ້.

ທັງນີ້ ທ່ານໝໍຊົ່ງ ໄດ້ຢືນຢັນການແຜ່ລະບາດຂອງເຊື້ອພະຍາດລະຫວ່າງ ຄົນ ກັບ ຄົນ. ໂດຍອີງໃສ່ຜົນການກວດວິເຄາະຜູ້ປ່ວຍຢ່າງໜ້ອຍ 2 ຄົນ ທີ່ມົນທົນກວາງຕຸ້ງ ຂະນະທີ່ ເຈົ້າໜ້າທີ່ສາທາລະນະສຸກຢ່າງໜ້ອຍ 15 ຄົນ ໃນເມືອງອູ້ຮັນກໍ່ຕິດເຊື້ອເຊັ່ນກັນ ແລະ ໜຶ່ງໃນນັ້ນມີອາການຮ້າຍແຮງ.

ດ້ານປະເທດຟີລິບປິນ ແລະ ອົດສະຕຣາລີ ກຳລັງລໍຖ້າຜົນກວດຈາກທາງພະຍາດວິທະຍາ ວ່າ ຜູ້ຕ້ອງສົງໄສປະເທດລະ 1 ຄົນ ທີ່ຖືກກັກບໍລິເວນຢູ່ນັ້ນ ລົ້ມປ່ວຍຍ້ອນພະຍາດປອດອັກເສບ ຫຼື ບໍ່. ຂະນະດຽວກັນນີ້ ສູນຄວບຄຸມພະຍາດຕິດຕໍ່ຂອງໄຕ້ຫວັນຢັ້ງຢືນການພົບຜຸ້ຕິດເຊື້ອຄົນທຳອິດ ເປັນເພດຍິງຊາວໄຕ້ຫວັນ ອາຍຸປະມານ 50 ປີ ທີ່ອາໄສຢູ່ເມືອງອູ່ຮັນ ແລະ ເດີນທາງກັບມາຢາມພີ່ນ້ອງຢູ່ໄຕ້ຫວັນ ເຊິ່ງທາງເຈົ້າໜ້າທີ່ບໍລິເວນຍິງຄົນນີ້ ຕັ້ງແຕ່ວັນຈັນ ທີ່ຜ່ານມາ.

ອີກປະການໜຶ່ງ ອົງການອະນາໄມໂລກ (WHO) ຍັງບໍ່ໄດ້ມີມາດຕະການຍົກລະດັບການເຕືອນໄພ ຫຼື ສັ່ງໂຈະການເດີນທາງ ແຕ່ມີນັດປະຊຸມສຸກເສີນ ໃນວັນພຸດ ທີ 22 ມັງກອນ ເພື່ອລົງຄະແນນສຽງວ່າ ສົມຄວນປະກາດໃຫ້ສະຖານະການການແຜ່ລະບາດຂອງພະຍາດປອດອັກເສບ ເປັນ”ສະຖານະການສຸກເສີນທາງສາທາລະນະສຸກສາກົນ” ຫຼືບໍ່.