ເປີດຕົວເຄື່ອງປັບອາກາດອັດສະລິຍະເພື່ອສຸຂະພາບ

92

ບໍລິສັດ ຊຳຊຸງເອເລັກ    ໂຕຣນິກ ຜູ້ນຳລະດັບໂລກດ້ານນະວັດຕະກຳລະບົບເຄື່ອງປັບອາກາດໄດ້ເປີດຕົວ Wind-Free™ Premium Plus ສຸດຍອດເຄື່ອງປັບອາກາດລຸ້ນຫຼ້າສຸດ. ເປັນເຄື່ອງປັບອາກາດທີ່ບໍລິສຸດເພື່ອສຸຂະພາບ ພ້ອມຮັບມືບັນຫາຝຸ່ນຄວັນດ້ວຍລະບົບຟອກອາກາດໃນຕົວທີ່ມີຄວາມລະອຽດ ເຖິງ PM1.0 ແລະ ປະສິດທິພາບໃນການທຳຄວາມເຢັນແບບສະບາຍຂອງເຕັກໂນໂລຊີ Wind-Free™.

ນອກຈາກນີ້, ຍັງເປັນເຄື່ອງປັບອາກາດລະບົບລົມເຢັນບໍ່ປະທະຕົວລຸ້ນທຳອິດຂອງໂລກ ທີ່ມາພ້ອມນະວັດຕະກຳ AI ທີ່ຮຽນຮູ້ ແລະ ປັບປ່ຽນຮູບແບບການເຮັດວຽກຈາກພຶດຕິກຳຂອງຜູ້ໃຊ້.

ຜູ້ໃຊ້ສາມາດສຳຜັດກັບປະສົບການເຢັນສະບາຍທັງຍັງດີຕໍ່ສຸຂະພາບ ເນື່ອງຈາກບໍ່ມີກະແສລົມປະທະຕົວດ້ວຍເຕັກໂນໂລຊີ Wind-Free™ ແລະ ໂໝດທຳຄວາມເຢັນອັດຕະໂນມັດ 3 ຂັ້ນຕອນ ເລີ່ມຕົ້ນດ້ວຍໂໝດ Fast Cooling ເພື່ອທຳຄວາມເຢັນຢ່າງວ່ອງໄວ. ຈາກນັ້ນ, ລະບົບຈະເຂົ້າສູ່ໂໝດທີ 2 ເພື່ອຕັ້ງຄ່າລະດັບຄວາມຊຸ່ມຊື່ນໃຫ້ເໝາະສົມ ສຸດທ້າຍເມື່ອອຸນຫະພູມຄົງທີ່ແລ້ວລະບົບຈະປັບໂໝດ Wind-Free™ ເພື່ອຄົງຄວາມເຢັນຢ່າງທົ່ວເຖິງ ແລະ ສະໝ່ຳສະເໝີຜ່ານຊ່ອງອາກາດຂະໜາດນ້ອຍຈຳນວນ 23.000 Micro Holes.

ຊຸດເຄື່ອງປັບອາກາດ Wind-Free™ Premium Plus ໄດ້ຮັບການປັບປຸງລະບົບການເຮັດວຽກດ້ວຍຟີເຈີ AI Auto Cooling ທີ່ຈະມອບປະສົບການໃນການໃຊ້ງານເຄື່ອງປັບອາກາດໃຫ້ເຂົ້າກັບຮູບແບບຂອງຜູ້ໃຊ້ ໂດຍລະບົບຈະວິເຄາະສະພາບຫ້ອງ ພ້ອມປັບອຸນຫະພູມໃຫ້ເຂົ້າກັບຄວາມຕ້ອງການຂອງຜູ້ໃຊ້ ລວມທັງການວິເຄາະສະພາບອາກາດນອກອາຄານ ເພື່ອປັບໄປຍັງໂໝດທີ່ເໝາະສົມທີ່ສຸດ.

ນອກນັ້ນ, ຜູ້ໃຊ້ຍັງສາມາດຄວບຄຸມ ແລະ ຕັ້ງຄ່າເຄື່ອງປັບອາກາດຜ່ານແອັບພລິເຄຊັນ SmartThing ລະບົບຄວບຄຸມອັດສະລິຍະ ເພື່ອອຳນວຍຄວາມສະດວກໃນການເປີດ – ປິດປັບອາກາດ, ກຳນົດເວລາ ແລະ ກວດສອບການໃຊ້ພະລັງງານ. ນອກນັ້ນ, ຍັງມີເຊັນເຊີກວດຈັບ ຄວາມເຄື່ອນໄຫວຂອງຜູ້ໃຊ້ເພື່ອຫຼີກລຽງການໃຊ້ພະລັງງານທີ່ບໍ່ມີຜົນປະໂຫຍດ ເຊັ່ນ: ເມື່ອເຊັນເຊີກວດຈັບໄດ້ວ່າຜູ້ໃຊ້ບໍ່ຢູ່ໃນຫ້ອງ ລະບົບຈະເພີ່ມອຸນຫະພູມ ຫຼື ໂໝດສະແຕນບາຍອັດຕະໂນມັດ.

ເພື່ອຕອບສະໜອງຄວາມຕ້ອງການໃນການເບິ່ງແຍງສຸຂະພາບຂອງຜູ້ໃຊ້ຊຳຊຸງ Wind-Free™ Premium Plus ຈຶ່ງຖືກອອກແບບມາເພື່ອສຸຂະພາບຂອງຜູ້ໃຊ້ຢ່າງແທ້ຈິງດ້ວຍເຄື່ອງກອງອາກາດຂັ້ນສູງ PM1.0 ທີ່ສາມາດດຶງເອົາອາກາດທົ່ວທັງຫ້ອງເຂົ້າມາ ພ້ອມດັກຈັບອະນຸພາບຂະໜາດນ້ອຍ ເພື່ອປ່ຽນເປັນອາກາດບໍລິສຸດໄດ້ໄວຂຶ້ນເປັນ 2 ເທົ່າ ເມື່ອທຽບກັບເຄື່ອງກອງ PM2.5 ແຕກຕ່າງທີ່ສາມາດຖອດລ້າງໄດ້ ເພື່ອຄົງປະສິດທິພາບໃນການຟອກອາກາດໄດ້ຕະຫຼອດອາຍຸການໃຊ້ງານ ແລະ ຖ້າໃຊ້ກັບເຄື່ອງຟອກອາກາດຂອງຊຳຊຸງ The Cube ກໍຈະຍິ່ງຊ່ວຍເພີ່ມປະສິດທິພາບໃນການຟອກອາກາດຍິ່ງຂຶ້ນ.

ຊຸດເຄື່ອງປັບອາກາດ Wind-Free™ Premium Plus ມີໃຫ້ເລືອກ 2 ຂະໜາດ ຄື: ຂະໜາດ 10.000 BTU ແລະ 12.000 BTU.

( ທີ່ມາ: www.sanook.com/hitech )

[ ໂດຍ: ສົມລົດ ]