ພຽງປີດຽວ! ຄວາມເສຍຫາຍຈາກອຸບັດເຫດຫຼາຍເຖິງ 100 ຕື້ກີບ

513

ປີ 2019 ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 6.616 ຄັ້ງ, ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 1.134 ຄົນ ບາດເຈັບ 10.644 ຄົນ, ພາຫະນະເປ່ເພ 11.642 ຄັນ, ສ້າງຄວາມເສຍຫາຍທັງໝົດ 101 ຕື້ກວ່າກີບ.

ອີງຕາມບົດສະຫຼຸບສະຖິຕິອຸບັດເຫດທົ່ວປະເທດ ປະຈຳປີ 2019 ຂອງກົມຕໍາຫຼວດຈະລາຈອນ ໃຫ້ຮູ້ວ່າ: ຕະຫຼອດປີ 2019 ຜ່ານມາ ຈຳນວນອຸບັດເຫດທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດເພີ່ມຂຶ້ນ ແລະ ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແກ່ຊີວິດ ແລະ ຊັບສິນຕ່າງໆຂອງຜູ້ໃຊ້ລົດໃຊ້ຖະໜົນ ເຊິ່ງທົ່ວປະເທດເກີດມີອຸບັດເຫດເກີດຂຶ້ນທັງໝົດ 6.616 ຄັ້ງ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 632 ຄັ້ງ ຫຼື ເທົ່າກັບ 10,3%, ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 1.134 ຄົນ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 139 ຄົນ ຫຼື 13,9%, ບາດເຈັບ 10.644 ຄົນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1.644 ຄົນ ເພີ່ມຂຶ້ນ 18,2%.

ເຊິ່ງເຮັດໃຫ້ພາຫະນະເປ່ເພທັງໝົດ 11.642 ຄັນ; ໃນນັ້ນ, ພາຫະນະທີ່ໃຊ້ການບໍ່ໄດ້ 363 ຄັນ, ເປ່ເພເລັກໜ້ອຍ 5.525 ຄັນ ແລະ ເປ່ເພສົມຄວນ 5.754 ຄັນ ຄິດເປັນມູນຄ່າເສຍຫາຍທັງໝົດ 101,7 ຕື້ກວ່າກີບ.

ແຂວງທີ່ເກີດອຸບັດເຫດຫຼາຍ ກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ຈໍານວນ 1.250 ຄັ້ງ ມີຜູ້ເສຍຊີວິດທັງໝົດ 235 ຄົນ, ບາດເຈັບ 1.888 ຄົນ ແລະ ພາຫະນະເປ່ເພ 2.444 ຄັນ, ສ້າງຄວາມເສຍຫາຍຫຼາຍກວ່າ 15 ຕື້ກີບ.

ປັດຈຸບັນໄດ້ດຳເນີນຄະດີແລ້ວ 579 ກໍລະນີ, ໂຈະການດຳເນີນຄະດີ 360 ກໍລະນີ, ຊັດມ້ຽນ 6.719 ກໍລະນີ ແລະ ໄດ້ສົ່ງຕໍ່ໄປດໍາເນີນທີ່ໄອຍະການຈໍານວນ 589 ກໍລະນີ.
ຜ່ານການສືບສວນ – ສອບສວນເຫັນວ່າສາເຫດທີ່ພາໃຫ້ເກີດອຸບັດເຫດສ່ວນຫຼາຍແມ່ນມາຈາກບໍ່ມີໃບຂັບຂີ່ ຈຳນວນ 3.218 ຄັ້ງ, ດື່ມເຫຼົ້າ 1.662 ຄັ້ງ, ອາຍຸບໍ່ເຖິງ 864 ຄັ້ງ ແລະ ສາເຫດອື່ນໆອີກ 1.567 ຄັ້ງ. ໃນນັ້ນ, ພາກສ່ວນຮ່ວມເກີດອຸບັດເຫດມີທັງໝົດ 14.513 ຄົນ ເຊັ່ນ: ປະຊາຊົນ 5.670 ຄົນ, ກໍາມະກອນ 3.021 ຄົນ, ນັກຮຽນ 2.682 ຄົນ, ພະນັກງານ 1.590 ຄົນ, ທະຫານ 547 ຄົນ, ຕໍາຫຼວດ 284 ຄົນ ແລະ ຊາວຕ່າງປະເທດ 719 ຄົນ.

( ຂ່າວ: ກາວຊົ່ງ )

( ຂໍ້ມູນຈາກກົມຕໍາຫຼວດຈະລາຈອນ )