ນີ້ຄືສາເຫດ! ການຄ້າຊີ້ແຈງ ກ່ຽວກັບລາຄາຊີ້ນໝູເໜັງຕີງແພງຂຶ້ນ

185

ທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງກ່ຽວກັບສະພາບລາຄາຊີ້ນໝູທີ່ມີການຂຶ້ນລາຄາ ແລະ ທິດທາງແກ້ໄຂຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ວ່າ: ລັດໄດ້ກໍານົດໂຄງປະກອບລາຄາໝູຢືນ, ໝູຊໍາແຫຼະ ແລະ ຊີ້ນໝູ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ ໃຫ້ເໝາະສົມ, ສອດຄ່ອງກັບ ສະພາບຄວາມເປັນຈິງ ແລະ ຮັບປະກັນການສະໜອງພຽງພໍກັບຄວາມຕ້ອງການ ເຊິ່ງໄລຍະຜ່ານມາການຄຸ້ມຄອງລາຄາສິນຄ້າແມ່ນປະຕິບັດຕາມການແຈ້ງການ ເລກທີ 0499/ອຄ.ນວ.ຄພນ ລົງວັນທີ 27 ກຸມພາ 2019 ກ່ຽວກັບການກໍານົດລາຄາຂາຍຍົກ – ຂາຍຍ່ອຍຊີ້ນໝູ ເຫັນວ່າສາມາດຄຸ້ມຄອງລາຄາທີ່ກໍານົດ ໂດຍສະເພາະໃນເດືອນກຸມພາ – ທັນວາ 2019 ລາຄາຊີ້ນໝູປະເພດ 1 ຢູ່ລະຫວ່າງ 35 – 36 ພັນກີບຕໍ່ກິໂລ, ຊີ້ນໝູປະເພດ 2 ລາຄາ 33.000 – 34.000 ກີບຕໍ່ກິໂລ.

ມາຮອດກາງເດືອນທັນວາ 2019 ສະພາບລາຄາຊີ້ນໝູນກໍເພີ່ມຂຶ້ນ ຍ້ອນໝູຂາດແຄນໃນຂອດເກັບຊື້ໝູຈາກຕ່າງແຂວງ, ຟາມໝູຂະໜາດນ້ອຍ ແລະ ລ້ຽງແບບຄົວເຮືອນ ໂດຍສະເພາະຟາມໃນນະຄອນຫຼວງຫຼຸດລົງຈາກ 187 ຟາມ ຍັງເຫຼືອ 113 ຟາມ ເຊິ່ງສ່ວນຫຼາຍເປັນຟາມຂະໜາດນ້ອຍ ແລະ ຍ້ອນສາເຫດຕົ້ນທຶນການຜະລິດເພີ່ມຂຶ້ນ ເນື່ອງຈາກເປັນໄລຍະພະຍາດອະຫິວາໝູອາຟຣິກາລະບາດ ເຮັດໃຫ້ທຸລະກິດແບກຫາບຕົ້ນທຶນ, ບວກກັບອັດຕາແລກປ່ຽນ ຫຼື ອັດຕາເງິນເຟີ້ມີການເໜັງຕີງ ໂດຍຕິດພັນກັບຕົ້ນທຶນການນໍາເຂົ້າສ່ວນປະສົມມາຜະລິດຫົວອາຫານສັດທີ່ຕ້ອງນໍາເຂົ້າມາຈາກຕ່າງປະເທດ.

ຂະນະດຽວກັນ, ຄວາມຕ້ອງການຊີ້ນໝູໃນນະຄອນຫຼວງວຽງຈັນ ປະມານ 59,5 ໂຕນຕໍ່ວັນ ຫຼື ປະມານ 700 – 750 ໂຕຕໍ່ວັນ, ຖ້າເປັນວັນເທດສະການແມ່ນ 800 – 900 ໂຕຕໍ່ວັນ, ສ່ວນການສະໜອງໝູຂອງບັນດາຟາມແມ່ນຍັງສາມາດສະໜອງໄດ້ປົກກະຕິ 450 – 500 ໂຕຕໍ່ວັນ ກວມເອົາ 77,27% ເຫຼືອນັ້ນແມ່ນຟາມນ້ອຍ ຫຼື ລ້ຽງໃນຄົວເຮືອນປະມານ 22,73%.

ທ່ານ ເບີລິນ ຍັງໄດ້ສົມທຽບລາຄາຊີ້ນໝູລະຫວ່າງ ລາວ, ຫວຽດນາມ ແລະ ໄທ ຕື່ມວ່າ: ຖ້າສົມທຽບລາຄາຊີ້ນໝູນທີ່ລັດກໍານົດ 36 ພັນກີບຕໍ່ກິໂລ, ຫາກທຽບໃສ່ລາຄາຊີ້ນໝູຢູ່ປະເທດໄທແມ່ນ 48 ພັນກີບຕໍ່ກິໂລ ເຫັນວ່າປະເທດເຂົາເຈົ້າຍັງແພງກວ່າບ້ານເຮົາຢູ່ປະມານ 33,33% ແລະ ສົມທຽບໃສ່ລາຄາຊີ້ນໝູຢູ່ຫວຽດນາມ 60 ພັນກີບ ຖືວ່າສູງກວ່າຢູ່ລາວ 66,67%. ຄຽງຄູ່ກັນນັ້ນ, ຖ້າສົມທຽບລາຄາຊີ້ນໝູນໃນປັດຈຸບັນລາຄາ 40 ພັນກີບຕໍ່ກິໂລ, ສົມທຽບລາຄາຊີ້ນໝູຢູ່ໄທ 48 ພັນກີບຕໍ່ກິໂລ ຖືວ່າສູງກວ່າລາວ 20% ແລະ ສົມທຽບໃສ່ກັບຫວຽດນາມ 60 ພັນກີບຕໍ່ກິໂລ ເຫັນວ່າສູງ ກວ່າລາວ 50%.

ສໍາລັບປັດໄຈພາຍໃນແມ່ນອັດຕາເງິນເຟີ້ໃນເດືອນພະຈິກ ເທົ່າກັບ 5,92%, ອັດຕາແລກປ່ຽນມີການປັບຂຶ້ນ, ການສະໜອງເງິນຕາຕ່າງປະເທດບໍ່ພຽງພໍກັບຄວາມຕ້ອງການ, ລາຄານໍ້າມັນປັບຂຶ້ນ – ລົງ 13 ຄັ້ງ ແລະ ລາຄາໄຟຟ້ານໍາໃຊ້ເຂົ້າໃນການຜະລິດຍັງສູງ. ສ່ວນປັດໄຈພາຍນອກເຫັນວ່າຍັງມີການນໍາເອົາຫົວອາຫານ, ສ່ວນປະສົມຫົວອາຫານ ແລະ ຢາປ້ອງກັນພະຍາດຈາກຕ່າງປະເທດ, ລາຄາໝູປະເທດອ້ອມຂ້າງມີການປັບຂຶ້ນລາຄາ ແລະ ບັນຫາພະຍາດລະບາດພະຍາດສັດ.

ສ່ວນວິທີແກ້ໄຂໄລຍະສັ້ນ ສະເໜີຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນນະຄອນຫຼວງ ຮັບຮອງ ແລະ ປະກາດລາຄາໝູຢືນ, ໝູຂ້າຄົວ, ຊໍາແຫຼະ ແລະ ຊິ້ນສ່ວນຕ່າງໆຕາມການສະເໜີຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ເຊັ່ນ: ລາຄາໝູຢືນໜ້າຟາມ 23.500 ກີບຕໍ່ກິໂລ, ລາຄາໜ້າໂຮງງານຂ້າສັດ ( ຂ້າ, ຄົວ, ຊໍາແຫຼະແລ້ວ ) ລາຄາ 28.500 ກີບຕໍ່ກິໂລ, ລາຄາຂາຍຍ່ອຍໃຫ້ຜູ້ບໍລິໂພກປະເພດ 1 ລາຄາ 40 ພັນກີບຕໍ່ກິໂລ ແລະ ຊີ້ນໝູ ປະເພດ 2 ລາຄາ 38 ພັນກີບຕໍ່ກິໂລ.

[ ຂ່າວ: ສົມສະຫວິນ, ຮູບ: ສຸກສະຫວັນ ]