ສະໝັກເປັນສາວນະຄອນຫຼວງບໍ? 2 ກຸມພາປິດຮັບເດີ້

69

ການປະກວດນາງສາວນະຄອນຫຼວງວຽງຈັນ 2020 ທີ່ທາງກອງໄດ້ເດີນສາຍທາບທາມສາວງາມຢູ່ຕາມ ໂຮງຮຽນ ແລະວິທະຍາໄລມາໄລຍະໜຶ່ງ ນັ້ນຕອນນີ້ແມ່ນໄດ້ເປີດຮັບສະໝັກແລ້ວເດີ້, ສາວໃດສົນໃຈຮີບຮ້ອນໄປເອົາເອກະສານມາປະກອບເພາະເພິ່ນຈະປິດ 2 ກຸມພາຈະມາເຖິງນີ້.

ເວທີນາງສາວນະຄອນຫລວງວຽງຈັນ ປີ 2020 ນີ້ຈະຈັດຂຶ້ນພາຍໃຕ້ຄຳຂັວນ ນໍາຄຸນຄ່າແມ່ຍິງລາວ ກ້າວສູ່ຄວາມທັນສະໄໝ ຄຽງຄູ່ໄປກັບວັດທະນະທຳ ຈຸດຮັບສະໝັກຕັ້ງຢູ່ທີ່ ສູນການຄ້າວຽງຈັນເຊັນເຕີພ້ອມຕ້ອນຮັບສາວງາມໃນທຸກວັນຈົນກວ່າຈະຮອດກໍານົດສົ່ງໃບສະໝັກໃນວັນທີ 02 ກຸມພາ 2020 ຮອບຄັດເລືອກທຳອິດແມ່ນວັນທີ 05 ກຸມພາ 2020

ເຊີນຊວນຄົນທີ່ມີເງື່ອນໄຂ ສາມາດມາສ້າງຄວາມຝັນຂອງຕົນເອງໄດ້ ໃນເວທີ ນາງສາວນະຄອນຫລວງວຽງຈັນ 2020, ສາວໆທີ່ມີຝັນຢາກເປັນນາງ ນາທີນີ້ອາດເປັນຂອງທ່ານ ຫຼື ຢ່າງໜ້ອຍຈະໄດ້ປະສົບການ ແລະມິດຕະພາບທີ່ຫາຍາກໃນເວທີອື່ນ