ແຂວງໄຊຍະບູລີ ມີ 6 ເມືອງເກັບລາຍຮັບບໍ່ບັນລຸແຜນ

295

ແຜນເກັບລາຍຮັບຂັ້ນເມືອງທົ່ວແຂວງໄຊຍະບູລີ ແມ່ນ 65,85 ຕື້ກວ່າກີບ ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດເກັບລາຍຮັບໄດ້ 99,70%. ໃນນີ້, ມີ 6 ເມືອງທີ່ເກັບລາຍຮັບບໍ່ບັນລຸແຜນ.

ທ່ານ ສໍາລານ ສຸວັນນະໂຊດ ຫົວໜ້າພະແນກການເງິນແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນໜຶ່ງປີຜ່ານມາດ້ານລາຍຮັບຂັ້ນເມືອງຄຸ້ມຄອງຕາມແຜນເບື້ອງຕົ້ນ 60,33 ຕື້ກີບ, ດັດແກ້ແຜນເພີ່ມ 5,51 ຕື້ກີບ ລວມແຜນດັດແກ້ທັງໝົດ 65,85 ຕື້ກີບ, ປະຕິບັດໄດ້ 65,65 ຕື້ກີບ ເທົ່າກັບ 108,81% ຂອງແຜນການເບື້ອງຕົ້ນ ເທົ່າກັບ 99,70% ຂອງແຜນດັດແກ້.

ໃນນີ້ມີ 5 ເມືອງ ທຽບໃສ່ແຜນດັດແກ້ສາມາດປະຕິບັດລາຍຮັບໄດ້ຕາມແຜນການ ແລະ ລື່ນແຜນການ, ມີ 6 ເມືອງ ບໍ່ສາມາດປະຕິບັດໄດ້ຕາມແຜນການ ແລະ ມີ 2 ເມືອງເປັນເມືອງປອດໜີ້ເງິນຢືມໃນລະບົບຄັງເງິນ.

ເມືອງທີ່ບໍ່ສາມາດປະຕິບັດລາຍຮັບໄດ້ຕາມແຜນ ຄື: ເມືອງໄຊຍະບູລີ ແຜນເບື້ອງຕົ້ນ 9,14 ຕື້ກີບ, ດັດແກ້ແຜນເພີ່ມ 147 ລ້ານກີບ ລວມແຜນດັດແກ້ 9,29 ຕື້ກີບ, ປະຕິບັດໄດ້ 8,25 ຕື້ກີບ ເທົ່າກັບ 90,21% ຂອງແຜນເບື້ອງຕົ້ນ ເທົ່າກັບ 88,79% ຂອງແຜນດັດແກ້ ທຽບໃສ່ໄລຍະດຽວກັນ ເທົ່າກັບ 70,38%.

ນອກນັ້ນກໍມີ ເມືອງທົ່ງມີໄຊ, ເມືອງຊຽງຮ່ອນ, ເມືອງຄອບ ແລະ ເມືອງພຽງ. ສ່ວນເມືອງທີ່ບໍ່ເປັນໜີ້ຢືມໃນລະບົບຄັງເງິນມີ ເມືອງທົ່ງມີໄຊ ແລະ ເມືອງບໍ່ແຕນ.