ຫຼວງນ້ຳທາ ສອບເສັງຄັດເລືອກນັກຮຽນເກັ່ງຊັ້ນ ມ 4

183

ວັນທີ 16 ມັງກອນ 2020 ທີ່ສະໂມສອນໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າແຂວງຫຼວງນໍ້າທາ ໄດ້ສອບເສັງຄັດເລືອກນັກຮຽນເກັ່ງ ແລະ ຖາມ – ຕອບຄຳຖາມວິທະຍາສາດຊັ້ນ ມ 4 ທົ່ວເມືອງຫຼວງນໍ້າທາ ໂດຍການເປັນປະທານຂອງ ທ່ານ ບຸນທັນ ອໍຕອງບັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຫຼວງນໍ້າທາ, ມີຄະນະກຳມະການຮັບຜິດຊອບການສອບເສັງ, ຄູ – ອາຈານ, ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

ການສອບເສັງນັກຮຽນເກັ່ງໃນຊັ້ນ ມ 4 ທົ່ວເມືອງໃນຄັ້ງນີ້ ມີນັກຮຽນມາຈາກ 18 ໝວດໂຮງຮຽນທົ່ວເມືອງຫຼວງນໍ້າທາ, ມີ 72 ຄົນ ຍິງ 39 ຄົນ, ມີ 4 ວິຊາສອບເສັງ ຄື: ວິຊາພາສາລາວ – ວັນນະຄະດີ, ວິຊາຄະນິດສາດ, ວິຊາເຄມີສາດ ແລະ ວິຊາຟີຊິກສາດ. ຜົນການສອບເສັງວິຊາພາສາລາວ – ວັນນະຄະດີ ທີ 1 ແມ່ນ ທ້າວ ມາກໄຊ ຈາກໂຮງຮຽນ ມສ ເທດສະບານ, ທີ 2 ແມ່ນ ນາງ ສຸມາລີ ຈາກໂຮງຮຽນ ມສ ສາມັກຄີ ແລະ ທີ 3 ແມ່ນ ນາງ ສົມເພັດ ຈາກໂຮງຮຽນ ມສ ກິນນອນຊົນເຜົ່າແຂວງ:

ພາບປະກອບຂ່າວ

ວິຊາຄະນິດສາດ ທີ 1 ແມ່ນ ທ້າວ ຕົງທໍ່ ຈາກໂຮງຮຽນ ມສ ເທດສະບານ, ທີ 2 ແມ່ນ ທ້າວ ອຸດອນ ຈາກໂຮງຮຽນ ມສ ສາມັກຄີ ແລະ ທີ 3 ແມ່ນ ທ້າວ ເຊັງປໍວ່າ ຈາກໂຮງຮຽນ ມສ ນາເຕີຍ; ວິຊາເຄມີສາດ ທີ 1 ແມ່ນ ທ້າວ ເຈັງມົວ ຈາກໂຮງຮຽນ ມສ ນາເຕີຍ, ທີ 2 ແມ່ນ ທ້າວ ສຸກັນຍາ ຈາກໂຮງຮຽນ ມສ ເທດສະບານ ແລະ ທີ 3 ແມ່ນ ທ້າວ ຕອນຮິນ ຈາກໂຮງຮຽນ ມສ ກິນນອນຊົນເຜົ່າແຂວງ. ວິຊາຟີຊິກສາດ ທີ 1 ແມ່ນ ທ້າວ ພູໄຊ ຈາກໂຮງຮຽນ ມສ ເທດສະບານ, ທີ 2 ນາງ ສຸດາມອນ ຈາກໂຮງຮຽນ ມ.ຕົ້ນ ລຽວກົງ ແລະ ທີ 3 ແມ່ນ ທ້າວ ຄຳຈອຍ ຈາກໂຮງຮຽນ ມ.ຕົ້ນ ນໍ້າຫ້າ.

ພາບປະກອບຂ່າວ

ສ່ວນການຖາມ-ຕອບຄຳຖາມວິທະຍາສາດຜົນການແຂ່ງຂັນແມ່ນໂຮງຮຽນ ມ.ຕົ້ນ ລຽວກົງ ໄດ້ທີ 1, ທີ 2 ແມ່ນໂຮງຮຽນ ມ.ຕົ້ນ ທົ່ງອົ້ມ ແລະ ທີ 3 ແມ່ນໂຮງຮຽນ ມສ ເທດສະບານ.