ຮອງນາຍົກ ເນັ້ນປັບປຸງຂະແໜງການທະນາຄານໃຫ້ມີບາດກ້າວຫັນປ່ຽນທີ່ຕັ້ງໜ້າ

195

ກອງປະຊຸມສະພາບໍລິຫານທະນາຄານ ແຫ່ງ ສປປ ລາວ ( ທຫລ ) ມີຂຶ້ນວັນທີ 20 ມັງກອນຜ່ານມາ ທີ່ຫ້ອງປະຊຸມທະນາຄານ ແຫ່ງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ປະທານສະພາບໍລິຫານທະນາຄານ ແຫ່ງ ສປປ ລາວ. ພ້ອມນີ້, ກໍມີ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ຮອງປະທານສະພາບໍລິຫານ – ບັນດາຄະນະກໍາມະການສະພາບໍລິຫານ ແລະ ບັນດາຫົວໜ້າກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບປະກອບຂ່າວ

ໃນກອງປະຊຸມ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານການເຄື່ອນໄຫວວຽກງານ ປີ 2019 ແລະ ທິດທາງປີ 2020 ທຫລ ໃນປີ 2019 ແລະ ທິດທາງແຜນການປີ 2020 ເຊິ່ງປະກອບມີການຈັດຕັ້ງປະຕິບັດແຜນເງິນຕາ; ການຈັດຕັ້ງປະຕິບັດແຜນງົບປະມານ ການປະຕິບັດລາຍຮັບ – ລາຍຈ່າຍ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ປະກອບວັດຖຸ – ເຕັກນິກ.
ຂະນະທີ່ ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກໍໄດ້ນຳສະເໜີລະບຽບການພາຍໃນການປະຕິບັດນະໂຍບາຍຂອງທະນາຄານ ແຫ່ງ ສປປ ລາວ. ຈາກນັ້ນ, ຜູ້ແທນເຂົ້າຮ່ວມໃນກອງປະຊຸມ ກໍໄດ້ມີການປະກອບຄໍາຄິດ – ຄໍາເຫັນໃສ່ບັນດາເອກະສານດັ່ງກ່າວຢ່າງກົງໄປກົງມາ ແລະ ພິຈາລະນາຮັບຮອງເອົາເອກະສານສຳຄັນດັ່ງກ່າວ.

ພາບປະກອບຂ່າວ

ໃນໂອກາດນີ້, ທ່ານ ສົມດີ ດວງດີ ກໍໄດ້ຕີລາຄາສູງຕໍ່ຜົນງານ ແລະ ການເຄື່ອນໄຫວຂອງວຽກງານທະນາຄານ ແຫ່ງ ສປປ ລາວ ທີ່ຍາດມາໄດ້ໃນ 1 ປີຜ່ານມາ ແລະ ໃຫ້ສືບຕໍ່ເສີມຂະຫຍາຍຜົນງານດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ມີການປັບປຸງແກ້ໄຂບາງບັນຫາທີ່ຕິດພັນກັບການປະຕິບັດມາດຕະການ ແລະ ນະໂຍບາຍໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ແນໃສ່ຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນເງິນຕາກໍຄືວຽກງານຂະແໜງການທະນາຄານມີບາດກ້າວຫັນປ່ຽນໃໝ່ທີ່ຕັ້ງໜ້າ. ພ້ອມນີ້, ກໍໃຫ້ພິຈາລະນາແຜນງົບປະມານ ທຫລ ໃຫ້ຮັບປະກັນການເຄື່ອນໄຫວ ເພື່ອຮັບໃຊ້ໜ້າທີ່ການເມືອງໃຫ້ດີ ແລະ ໃຫ້ຮັບປະກັນການຈັດຕັ້ງປະຕິບັດການຮັກສາສະຖຽນລະພາບໃຫ້ໝັ້ນທ່ຽງ.