ເຊກອງ ເກັບລາຍຮັບເຂົ້າງົບປະມານບໍ່ບັນລຸຕາມແຜນ

247

ປີ 2019 ແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານ ໄດ້ພຽງ 91,47% ຂອງແຜນການປີ ປັດໄຈທີ່ເຮັດໃຫ້ການຈັດເກັບລາຍຮັບບໍ່ບັນລຸແຜນເກີດຈາກທັງປັດໄຈພາຍໃນ ແລະ ພາຍນອກ.

ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2019 ສາມາດຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 73,26 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 91,47%. ໃນນັ້ນ, ປະກອບມີລາຍຮັບພູດສູນກາງ 6,78 ຕື້ກີບ ທຽບໃສ່ແຜນການປີເທົ່າ 82,97%. ໃນນັ້ນ, ລາຍຮັບພາສີ 5,34 ຕື້ກີບ ທຽບໃສ່ແຜນປີ 66,72% ແລະ ລາຍຮັບພູດທ້ອງຖິ່ນ 66,48 ຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ 92,44%, ລາຍຮັບສ່ວນໃຫຍ່ທີ່ເປັນພູດທ້ອງຖິ່ນແມ່ນໄດ້ຈາກສ່ວຍສາອາກອນປະຕິບັດໄດ້ 87,48 % ກວມ 84,22% ແລະ ລາຍຮັບຈາກຊັບສິນ ປະຕິບັດໄດ້ 132,67% ກວມ 15,76% ຂອງລາຍຮັບທັງໝົດ.

ທັງນີ້, ສາເຫດການເກັບລາຍຮັບເຂົ້າງົບປະມານບໍ່ບັນລຸໄດ້ຕາມແຜນ ເນື່ອງຈາກບັນຫາທີ່ເປັນຜົນພວງທັງປັດໄຈພາຍໃນ ແລະ ພາຍນອກ ໂດຍສະເພາະຂໍ້ມູນທີ່ເປັນພື້ນຖານໃນການຈັດເກັບຕາມການຂຶ້ນແຜນຄາດຄະເນເບື້ອງຕົ້ນຂອງຂະແໜງລາຍຮັບ ຄາດຄະເນຄວາມອາດສາມາດສູງສຸດໃນການຈັດເກັບແມ່ນ 71 ຕື້ກີບ, ຜ່ານການສະເໜີຫາອໍານາດການປົກຄອງຂັ້ນແຂວງໄດ້ມອບແຜນສູ້ຊົນເພີ່ມເປັນ 76 ຕື້ກີບ ແລະ ຕົວເລກດັ່ງກ່າວໄດ້ຖືກຮັບຮອງໃນກອງປະຊຸມສະພາປະຊາຊົນແຂວງ ແລະ ໄດ້ລາຍງານຫາກະຊວງການເງິນຮັບຊາບ ແລະ ຮັບຮອງ.

ຫຼັງຈາກນັ້ນ, ກະຊວງການເງິນ ໄດ້ມີແຈ້ງການ ເລກທີ 0016/ຫກງ ແລະ ບົດແນະນໍາເລກທີ 0743/ຫກງ ກ່ຽວກັບການຈົດຮັບ – ຈົດຈ່າຍບ້ວງລາຍຮັບຄ່າບໍລິການທີ່ສູນກາງເຄື່ອນຍ້າຍແມ່ນບໍ່ອະນຸຍາດໃຫ້ຈົດເປັນລາຍຮັບ ເພາະຈະກໍ່ເກີດມີການຈົດຊໍ້າຊ້ອນ ດ້ວຍເຫດນັ້ນຈຶ່ງໄດ້ສະເໜີດັດແກ້ແຜນລາຍຮັບສະເໜີຕໍ່ກອງປະຊຸມສະພາປະຊາຊົນແຂວງໃຫ້ມີການດັດແກ້ ເທົ່າກັບ 71 ຕື້ກີບ ເຊິ່ງຕົວເລກດັ່ງກ່າວໄດ້ຮັບການດັດແກ້ ແລະ ຖືກຮັບຮອງໃນໄລຍະ 6 ເດືອນທ້າຍປີ 2019.