ນາຍົກ ລົງພົບປະນັກຄົ້ນຄວ້າວິທະຍາສາດ ພ້ອມເລັ່ງໃຫ້ຍົກລະດັບຜູ້ຄົ້ນຄວ້າກາຍເປັນຊ່ຽວຊານ

231

ໃນວັນທີ 21 ມັງກອນ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລົງເຄື່ອນໄຫວພົບປະໂອ້ລົມນັກຄົ້ນຄວ້າ, ນັກວິທະຍາສາດ ແລະ ພະນັກງານຫຼັກແຫຼ່ງຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໂດຍການຕ້ອນຮັບຂອງທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ.

ທ່ານ ລີເບີ ລີບົວປາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດທີ່ພົ້ນເດັ່ນໃນໄລຍະຜ່ານມາ ແລະ  ທິດທາງໃນຕໍ່ໜ້າ ເຊິ່ງທາງສະຖາບັນຈະສືບຕໍ່ສຸມໃສ່ຄົ້ນຄວ້າບັນດາຫົວຂໍ້ສໍາຄັນ ທີ່ລັດຖະບານມອບໝາຍໃຫ້ເຊັ່ນ: ສືບຕໍ່ຄົ້ນຄວ້າປະເມີນແກ້ໄຂຄວາມທຸກຍາກໄລຍະຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ໜ້າຕາມທິດຍືນຍົງ; ການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ຕາມທິດຍືນຍົງ; ການຢຸດຕິການຖາງປ່າເຮັດໄຮ່ ຕັດໄມ້ທໍາລາຍປ່າ ແລະ ການສົ່ງອອກໄມ້ທ່ອນ; ການສ້າງແຜນແມ່ບົດຄຸ້ມຄອງການທ່ອງທ່ຽວເມືອງວັງວຽງຕາມທິດຍືນຍົງ ແລະ ວຽກອື່ນໆຕາມຄວາມຈໍາເປັນຂອງການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການຂອງລັດຖະບານໃນໄລຍະຕໍ່ໜ້າ.

ໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມ ຄວາມພະຍາຍາມຂອງຄະນະພັກ, ຄະນະນໍາ ແລະ ພະນັກງານຄົ້ນຄວ້າທົ່ວສະຖາບັນເສດຖະກິດແຫ່ງຊາດທີ່ໄດ້ເປັນເຈົ້າການ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບ ໝາຍເປັນຢ່າງດີ. ພ້ອມນັ້ນ, ທ່ານກໍ່ໄດ້ເນັ້ນໃຫ້ເຫັນເຖິງບົດບາດສໍາຄັນຂອງວຽກງານຄົ້ນຄວ້າ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ ເພາະຜົນການຄົ້ນຄວ້າແຕ່ລະໄລຍະຖືເປັນເອກະສານສໍາຄັນທີ່ນໍາໃຊ້ເຂົ້າໃນການວາງແຜນກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ມີລັກສະນະວິທະຍາສາດ ມີປະສິດທິພາບ ປະສິດທິຜົນສູງ ແນໃສ່ເຮັດໃຫ້ເສດຖະກິດເຕີບໂຕມີຄຸນນະພາບ ມີຄວາມຍືນຍົງຕາມແນວທາງ ທິດທາງຂອງພັກ ແລະ ລັດຖະບານກໍານົດໄວ້.

ພ້ອມນີ້, ສະຖາບັນຕ້ອງເປັນເຈົ້າການໃນການກໍານົດຫົວຂໍ້ວິໄຈຕາມຄວາມສາມາດຕົວຈິງທີ່ວິໄຈໄດ້ ບໍ່ໃຫ້ລໍຖ້າແຕ່ລັດຖະບານສັ່ງ ຫຼື ມອບໝາຍຫົວຂໍ້ໃຫ້ວິໄຈ; ໃຫ້ເລັ່ງໃສ່ຍົກລະດັບພັດທະນານັກຄົ້ນຄວ້າໃຫ້ເປັນຊ່ຽວຊານໃຫ້ຫຼາຍຂຶ້ນ; ເລັ່ງໃສ່ການຄົ້ນຄວ້າຫົວຂໍ້ທີ່ແທດເໝາະກັບສະພາບຕົວຈິງຂອງປະເທດ ແລະ ການຄົ້ນຄວ້າຕ້ອງມີຈຸດສຸມຕາມກໍາລັງແຮງຂອງສະຖາບັນ ແລະ ອື່ນໆ.