ພຽງ 2ປີ ບໍລິຄໍາໄຊ ທໍາລາຍສວນຝິ່ນ ແລະ ກັນຊາ ໄດ້ 6ຮ້ອຍກວ່າເຮັກຕາ

129

ພາຍໃນເວລາ 2ປີ (2018-2019) ເຈົ້າໜ້າທີ່ ປກສ, ປກຊ ແຂວງບໍລິຄໍາໄຊ ບຸກທໍາລາຍສວນຝິ່ນ, ສວນກັນຊາ ໃນເນື້ອທີ່ 619,7ເຮັກຕາ, ເຊິ່ງພົບເຫັນຢູ່ 3ເມືອງຄື ເມືອງຄໍາເກີດ, ເມືອງວຽງທອງ ແລະ ເມືອງໄຊຈໍາພອນ.

ພາບປະກອບເທົ່ານັ້ນ

ທ່ານ ພັນໂທ ຄຳແພນ ວີລື້ທຳ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍລິຄຳໄຊ ໃຫ້ສຳພາດ ໃນວັນທີ 17 ມັງກອນ 2020 ຜ່ານມາວ່າ: ການປູກຝິ່ນ ແລະ ກັນຊາ ຢູ່ພາຍໃນ ແຂວງບໍລິຄຳໄຊ ຍັງມີລັກສະນກວ້າງຂວາງ ເຊິ່ງກຸ່ມຄົນທີ່ບໍ່ຫັວງດີຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນກຸ່ມຄ້າຂາຍຢາເສບຕິດ ໄດ້ໃຫ້ແຮງຈູງໃຈທາງດ້ານລາຄາ ແລະ ທຶນການຜະລິດ ແກ່ພໍ່ແມ່ປະຊາຊົນ ຜູ້ທີ່ຍັງບໍ່ຄຳນືງເຖີງກົດໝາຍບ້ານເມືອງເຫັນແກ່ລາຍໄດ້ຂອງຕົນເອງ.

ພາບປະກອບເທົ່ານັ້ນ

ໃນນັ້ນມີ 3 ເມືອງ ທີ່ປູກຄື ເມືອງຄຳເກີດ, ວຽງທອງ ແລະ ເມືອງໄຊຈຳພອນ, ເຊິ່ງເຈົ້າໜ້າທີ່ ຂອງພວກເຮົາ ມີຄວາມຫຍຸ້ງຍາກໃນການຕິດຕາມກວດກາ ແລະ ທຳລາຍ ແຕ່ທັງນີ້ທັງນັ້ນໄລຍະຜ່ານມາ ແຂວງບໍລິຄຳໄຊ ໄດ້ມີມາດຕະການປາບປາມ 4 ເຖື່ອນ, ເຊິ່ງວຽກງານປາບປາມ ກໍ່ເປັນໜຶ່ງໃນບັນຫາສຳຄັນ ທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ, ກຳລັງ ປກຊ-ປກສ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ສຸມທຸກເຫື່ອແຮງ ແລະ ຄວາມສາມາດ ໃນການແກ້ໄຂປະກົດການຫຍໍ້ທໍ້ດັ່ງກ່າວ.

ພາບປະກອບເທົ່ານັ້ນ

ໃນປີ 2018 ໄດ້ນໍາໃຊ້ກໍາລັງເຂົ້າທໍາລາຍ ສວນກັນຊາ 17 ຄັ້ງ ມີ 541 ແຫ່ງ ເນື້ອທີ່ 238,4 ເຮັກຕາ ແລະ ທໍາລາຍບ່ອນເກັບມ້ຽນກັນຊາ 49 ຫລັງ, ທໍາລາຍຊາອັດແຫ້ງ ໄດ້ 379 ເປົາ ນໍ້າໜັກ 905 ກິໂລ, ທໍາລາຍສວນຝິ່ນ 147 ແຫ່ງ ເນື້ອທີ່ 52 ເຮັກຕາ ແລະ ໃນປີ 2019 ເຂົ້າທໍາລາຍສວນຊາ ແລະ ສວນຢາຝິ່ນ ຢູ່ຂອບເຂດຕ່າງໆ ລວມທັງໝົດ 12 ຈຸດ ພົບສວນກັນຊາ 342 ແຫ່ງ ເນື້ອທີ່ 307,6 ເຮັກຕາ, ຈູດທໍາລາຍບ່ອນເກັບມ້ຽນ ໄດ້ 210 ຫລັງ, ທໍາລາຍກັນຊາແຫ້ງ 16 ເປົາ, ທໍາລາຍສະຖານທີ່ກ້າເບ້ຍ 17 ແຫ່ງ, ທໍາລາຍສວນຝິ່ນ ໄດ້ 41 ແຫ່ງ ເນື້ອທີ່ປະມານ 21,7 ເຮັກຕາ, ທໍາລາຍຖຽງ ຈໍານວນ 26 ຫລັງແລະ ໄດ້ສ້າງບົດບັນທຶກກັບປະຊາຊົນ 7 ຄົນ, ຍິງ 2 ຄົນ.

ພາບປະກອບເທົ່ານັ້ນ

ທ່ານ ພັນໂທ ຄຳແພນ ວີລື້ທຳ ໄດ້ຢ້ຳຕື່ມອີກວ່າ: ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ ຈຳນວນສວນໃນການປູກ ມີຈຳນວນຫລຸດລົງ ແຕ່ເນື້ອທີ່ໃນການປູກພືດເພີ່ມຂຶ້ນ ສະນັ້ນ ໃນປີ 2020 ຈະຕ້ອງໄດ້ສຸມໃສ່ຫລາຍວຽກງານທີ່ຈຳເປັນ ເພື່ອແກ້ໄຂວຽກງານດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ ເປັນຕົ້ນແມ່ນຈະໄດ້ສືບຕໍ່ເອົາພະນັກງານກໍ່ສ້າງຮາກຖານລົງປະຈຳຢູ່ແຕ່ລະບ້ານເປົ້າໝາຍ ເພື່ອເຮັດວຽກງານສຶກສາອົບຮົມແນວຄິດໃຫ້ແກ່ພໍ່ແມ່ປະຊາຊົນ, ນຳໃຊ້ມາດຕະການທາງດ້ານລະບຽບກົດໝາຍ ຕໍ່ຜູ້ລະເມີດຢ່າງເຄັ່ງຄັດ ແລະເລັ່ງໃສ່ຂຶ້ນບັນຊີເປົ້າໝາຍແກ້ໄຂ ພາກສ່ວນທີ່ເປັນຫົວໂປ່ໂຕການໃຫ່ຍ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຂໍ້ມູນຈາກ: ຂ່າວສານປະເທດລາວ