​ເລືອກກິນ​ຄາ​ໂບ​ໄຮ​ເດຣດ (ທາດ​ແປ້ງ) ​​ແບບ​ໃດ​ດີ​ຈຶ່ງ​ບໍ່​ຕຸ້ຍ ​ແລະ ​ໄດ້​ປະ​ໂຫຍ​ດ

110

​ໃນການ​ຄວບ​ຄຸມ​ນ້ຳໜັກ​ຄົນ​ສ່ວນ​ຫຼາຍ​ຈະ​ເລືອກ​ປະຕິບັດ ​ແລະ ນິຍົມຫຼາຍ​ທີ່​ສຸດ​ຄື​ການທີ່​ບໍ່ກິນ​ທາດ​ແປ້ງ ​ແຕ່​ກໍ່​ບໍ່​​ໄດ້​ໝາຍ​ຄວາມ​ວ່າ​ຈະ​ຕ້ອງ​ບໍ່​ກິນ​ສານ​ອາຫານ​ປະ​ເພດຄາ​ໂບ​ໄຮ​ເດຣດ​ເລີຍ ​ເພາະ​ຢ່າງ​ໃດ​ກໍ່ຕາມຄາ​ໂບ​ໄຮ​ເດຣດກໍ່​ຍັງ​ເປັນສານ​ອາຫານ​ທີ່​ຮ່າງກາຍ​ຈຳ​ເປັນ​ຈະ​ຕ້ອງ​ນຳ​ໄປ​ໃຊ້​ໃນ​ຂະ​ບວນການ​ຕ່າງໆ​ຂອງ​ຮ່າງກາຍ​ຢູ່​ແລ້ວ.

ສະ​ນັ້ນ, ຈຶ່ງ​ຄວນ​ເລືອກ​ກິນຄາ​ໂບ​ໄຮ​ເດຣດທີ່​ມາ​ຈາກ​​ໃສ​ຈຶ່ງ​ບໍ່​ຕຸ້ຍ ​ແລະ ດີ​ຕໍ່​ຮ່າງກາຍ. ​ໂດຍ​​​ຈະແນະນຳຊະນິດ​ທີ່ມີ​ປະ​ໂຫຍ​ດຕໍ່​ຮ່າງກາຍ ​ແລະ ຜູ້​ທີ່​ຢາກກິນ​ທາດ​ແປ້ງກໍ່​ຈະ​ກິນ​ໄດ້​ສະບາຍ​ໂດຍ​ບໍ່​ຕ້ອງ​ຢ້ານຕຸ້ຍ​ອີກຕໍ່​ໄປ.

1ຄາ​ໂບ​ໄຮ​ເດຣດທີ່​ມາ​ຈາກໝາກສາ​ລີ້ ​ແລະ ໝາກ​ໂປ​ບ (Apple): ໝາກ​ໄມ້ 2 ຊະນິດ​ນີ້ຈະ​ມີຄາ​ໂບ​ໄຮ​ເດຣດທີ່​ຮ່າງກາຍ​ຕ້ອງການ ​ແລະ ຍັງ​ເປັນ​ໝາ​ກ​ໄມ້​ທີ່​ມີ​ປະລິມານ​ນ້ຳຕານ​ໜ້ອຍ, ມີ​ວິຕາມິນ, ​ເກືອ​ແຮ່ ​ແລະ ​ໄຟ​ເບີ້ສູງ. ນອກຈາກ​ນີ້, ຍັງ​ຊ່ວຍ​ກະ​ຕຸ້ນ​ໃຫ້ການ​ເຜົາ​ຜານ​ໃນ​ຮ່າງ​ກາຍ​​ໄດ້ເຮັດ​ວຽກ​ແບບ​ເຕັມທີ່ ​ແລະ ມີ​ປະສິດ​ທິພາ​ບ​. ສະ​ນັ້ນ, ການ​ກິນ​ໝາກ​ໄມ້ 2 ຊະນິດ​ນີ້​ທີ່​ສຸກ​ຫຼາຍ​ປານ​ໃດ​ກໍ່ຕາມ ກໍ່​ບໍ່​ຕ້ອງ​ຢ້ານ​ຕຸ້ຍ​ແນ່ນອນ.

2ຄາ​ໂບ​ໄຮ​ເດຣດທີ່​ມາ​ຈາກ​ເຂົ້າ​ໂອດ: ​ເຊິ່ງຈັດ​ເປັນ​ພື​ດທີ່​ມີ​ປະ​ໂຫຍ​ດຫຼາຍ ​ເພາະ​ນອກຈາກ​ຈະ​ມີຄາ​ໂບ​ໄຮ​ເດຣດ​ແລ້ວຍັງ​ມີ​ແຄລໍຣີຕ່ຳ ​ແຕ່​​ໃຫ້​ພະລັງງານ​ຫຼາຍ, ມີ​ໄຟ​ເບີ້, ມີ​ປະ​ໂຫຍ​ດຕໍ່​ຫົວ​ໃຈ. ​ເວົ້າ​ໄດ້​ເລີຍ​ວ່​າ​ເປັນ​ອາຫານ​ທີ່​ຊ່ວຍ​ຄວບ​ຄຸນ​ນ້ຳໜັກ​ໄດ້​ດີ​ເລີຍ.

3ຄາ​ໂບ​ໄຮ​ເດຣດທີ່​ມາ​ຈາກມັນ​ດາງ: ​ເປັນ​ພື​ດທີ່ສັງ​ເກດ​ເຫັນ​ແປ້ງ​ໄດ້​ເລີຍ ​ແລະ ບາງ​ຄົນ​ກໍ່​ມັນ​ຈະ​ຫຼີກ​ລ້ຽງ. ​ແຕ່​ຮູ້​ບໍ່​ວ່າ​ແປ້ງ​ ຫຼື ຄາ​ໂບ​ໄຮ​ເດຣດທີ່ຢູ່​​ໃນ​ມັນ​ດາງ​ແມ່ນ​ມີ​ປະ​ໂຫຍ​ດຫຼາຍ​ກ່ວາ​ທີ່​ຄິດ ​ເພາະ​ມັນ​ດາງ​ຫົວ​ດຽວ​​ແມ່ນ​ອຸດົມ​ໄປ​ດ້ວຍ​ວິຕາມິນ​ຫຼາຍ​ຊະນິດ​ເປັນ​ຕົ້ນ​ແມ່ນ: ​ເບ​ຕ້າ​ແຄ​ໂຮ​ທີ​ນ, ສານ​ຕ້ານ​ອະນຸ​ມູນ​ອິດສະຫຼະ ​ແລະ ​ໄຍອາຫານ​ອີກ​ຫຼາຍ​ຢ່າງ ​​ເມື່ອ​ກິນ​ເຂົ້າ​ໄປ​ຈະເຮັດ​ໃຫ້​ຮູ້ສຶກອີ່ມ​ທ້ອງ​ເປັນ​ເວລາ​ດົນ ​ແລະ ທີ່​ສຳຄັນ​ຍັງ​ມີ​ສານ​ຊ່ວຍຕ້ານ​ເຊ​ວມະ​ເຮັງ​ໄດ້​ພ້​ອມ.

4ຄາ​ໂບ​ໄຮ​ເດຣດທີ່​ມາ​ຈາກ​ແອລມອນ (almond): ​ເຊິ່ງມີ​ສານ​ຊ່ວຍ​ຮັກສາ​ສົມ​ດຸດ​ຂອງ​ລະດັບ​ຮໍ​ໂມນ​ໃນ​ຮ່າງກາຍຈຶ່ງ​ສົ່ງ​ຜົນ​ໃຫ້​ບໍ່​ຢາກກິນ​ອາຫານຢູ່​ເລື່ອຍໆ ທີ່​ສຳຄັນ​ຍັງມີ​ສ່ວນຊ່ວຍຫຼຸດຜ່ອນ​ຄວາມ​ສ່ຽງ​ຕໍ່​ພະຍາດ​ມະ​ເຮັງ ​ແລະ ຫຼຸດ​ລະດັບ​ໄຂ​ມັນ​ໃນ​ຮ່າງກາຍ​ໃຫ້​ຕ່ຳ​ກວ່າ​ມາດຕະຖານ. ​ແຕ່​ຢ່າງ​ໃດ​ກໍ່ຕາມ​ການ​ກິນ​ແອວ​ມອນ​ແມ່ນ​ກິນ​ແຕ່ 1 ກຳມື​ຕໍ່​ມື້​ກໍ່​ພໍ. ​ເມື່ອ​ຮູ້​​​ແລ້ວວ່າມີ​ຄຸ​ນປະ​ໂຫຍ​ດ​ຫຼາຍ​ຢ່າງແຕ່​ໄຂມັນ​ໃນ​ແອວ​ມອນ​ກໍ່​ສູງ​ເຊັ່ນ​ກັນ ບໍ່​ຄວນ​ກິນ​ຫຼີ້ນໆ​ໃນ​ປະລິມານ​ທີ່​ຫຼາຍ​ເກີນ​ໄປ.

5ຄາ​ໂບ​ໄຮ​ເດຣດທີ່​ມາ​ຈາກ​ໂຮ​ເກຣນ (Whole Grains): ​ເປັນ​ເມັດ​ພືດ​ທີ່​ບໍ່​ໄດ້​ຂັດ​ສີ​ທີ່​ອຸດົມ​ໄປ​ດ້ວຍ​ໄຟ​ເບີ້ ​ແລະ ສານ​ອາຫານ​ທີ່​ຮ່າງກາຍ​ຕ້ອງການ​ຫຼາຍ​ຊະນິດ​ເຊັ່ນ: ວິ​ຕາ​ມິນ ​ແລະ ພະລັງງານ. ດັ່ງ​ນັ້ນ, ຖ້າ​ຈະ​ເລືອກ​ກິນ​ເຂົ້າໜົມ​ປັງ​ກໍ່​ຄວນເລືອກ​ເປັນ​​ເຂົ້າໜົມ​ປັງໂຮ​ວີ​ດ ຫຼື ​ໂຮ​ເກຣນ​.