ປະຊາກອນໂລກ60%ມີຊັບສິນຍັງບໍ່ເທົ່າເງິນຂອງເສດຖີລວມກັນ

130

ອ໊ອກແຟມເຜີຍ:ເຖິງວ່າປະຊາກອນ60%ຂອງໂລກຈະລວມຊັບສິນກໍຍັງຫຼາຍບໍ່ເທົ່າກັບມະຫາເສດຖີຂອງໂລກລວມກັນ.

ອົງກອນການກຸສົນອ໊ອກແຟມເຊິ່ງເປັນການລວມຕົວກັນຂອງ19ອົງກອນອິດສະຫຼະລາຍງານວ່າ:ໃນໄລຍະທົດສະວັດທີ່ຜ່ານມາ,ຈໍານວນມະຫາເສດຖີຂອງໂລກໄດ້ເພີ່ມຂຶ້ນເປັນ2ເທົ່າ ແລະ ມະຫາເສດຖີດັ່ງກ່າວມີຊັບສິນລວມກັນຫຼາຍກວ່າຊັບສິນຂອງປະຊາກອນ60%ຂອງທັງໂລກລວມກັນ.

ໂດຍຕົວເລກລະບຸວ່າ:ມະຫາເສດຖີມີເງິນຫຼາຍຕື້ມຢູ່2.153ຄົນມີຊັບສິນລວມກັນຫຼາຍກວ່າຊັບສິນຂອງຄົນທຸກຍາກທີ່ສຸດໃນໂລກ4.600ລ້ານຄົນລວມກັນ.

ປະຊາກອນແມ່ຍິງ ແລະ ເດັກນ້ອຍຍິງທົ່ວໂລກຄືກຸ່ມປະຊາກອນທີ່ສ້າງລາຍໄດ້ໜ້ອຍໂດຍຈະສ້າງລາຍໄດ້ເປັນມູນຄ່າຢ່າງໜ້ອຍບໍ່ເຖິງປີລະ10,8ພັນຕື້ໂດລາ.