ຄົນດັງໃນວົງການບັນເທີງລາວ ກຽມດີນທາງໄປຮັບລາງວັນ Thailand Digital Award 2020

82

ນີ້ຄື 9 ຄົນດັງທີ່ເປັນ ສິລະປິນ ແລະ ຄົນດັງໃນວົງການບັນເທີງລາວ ກຽມເດີນທາງໄປຮັບລາງວັນ Thailand Digital Award 2020 ທີ່ຈະຈັດຂຶ້ນທີ່ປະເທດໄທ

ທ່ານ ເທບມະຫາວິໄຊ (ຕ້າ) ໄຊທິລາດ ຜູ້ບໍລິຫານ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ ນັກຮ້ອງ ນັກສະແດງ ແລະ ນັກແຕ່ງເພງ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນສິລະປິນນັກຮ້ອງດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital

ພາບປະກອບ

ທ່ານ ນາງ ຈັນພອນມະນີ ສຸດຕະວົງ Toon Diva ຮອງຜູ້ບໍລິຫານ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ ສິລະປິນ ນັກຮ້ອງ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ນັກຮ້ອງຍິງດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital

ທ່ານ ນາງ ຕົ້ນຄຳ ພົນຈັນເຮືອງ (Jenny) Miss World Laos 2017 ຜູ້ບໍລິຫານ ຕົ້ນຄຳ Modeling ນາງແບບ ນັກສະແດງ ແລະ ພິທີກອນ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນ ດາລາຍິງດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital

ທ່ານ ຄຳເພົ້າ ບົວພັນ ນັກອອກແບບເສື້ອຜ້າ ແລະ ເຈົ້າຂອງຫ້ອງເສື້ອ ຄຳເພົ້າ ສັ່ງໄດ້ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ນັກອອກແບບເສື້ອຜ້າດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital

ທ່ານ ສຸລິຍົມ ຈັນດາລາສານ ຜູ້ອຳນວຍການ ບໍລິສັດ ພູນຊັບ ຟາຣ໌ມາ ຈຳກັດ ຜູ້ກໍ່ຕັ້ງ ຮ້ານຕັດຜົມຊາຍ The Barber Lao ຜູ້ບໍລິຫານ ຄຣີນິກ ວຽງຈັນ ສາກົນ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນ ນັກທຸລະກິດໜຸ່ມດີເດັ່ນຜູ້ສ້າງແຮງບັນດານໃຈໃນຍຸກ Digital

ທ່ານ ນາງ ພອນວິໄລ ແສນປະເສີດ ເຈົ້າຂອງທຸລະກິດອະສັງຫາລິມະຊັບ ທີ່ປຶກສາກິດຕິມະສັກ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນ ແມ່ຍິງລາວດີເດັ່ນ ຜູ້ສ້າງແຮງບັນດານໃຈໃນການຊ່ວຍເຫຼືອສັງຄົມໃນຍຸກ Digital

ພາບປະກອບ

ທ່ານ ວັນນະເສີມ ສີສົມບັດ (Teler) ສິນລະປິນ ນັກຮ້ອງ ນັກສະແເດງ ແລະ ນາຍແບບ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນ ນັກສະແດງຊາຍດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital

ພາບປະກອບ

ທ່ານ ພະນາສິດ ບຸນວິໄລ (Win) ສິນລະປິນ ນັກຮ້ອງ ນັກສະແເດງ ແລະ ນາຍແບບ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນ ນັກສະແດງຊາຍລຸ້ນໜຸ່ມດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital

ພາບປະກອບ

ທ່ານ ອິນດູ່ ສີຫາປັນຍາ ສິນລະປິນ ນັກຮ້ອງ ນັກສະແເດງ ແລະ ນາຍແບບ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນ ນັກຮ້ອງຊາຍລຸ້ນໜຸ່ມດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital

ພາບປະກອບ

ສໍາລັບລາງວັນ Thailand Digital Award ເປັນງານປະກາດລາງວັນສື່ອອນລາຍທີ່ໃຫຍ່ທີ່ສຸດຂອງໄທ ທີ່ມອບໃໝ່ຜູ້ທີ່ມີຜົນງານດີເດັ່ນ ແລະ ສາມາດສ້າງຊື້ສຽງໄດ້ໃນຍຸກສື່ອອນລາຍ.

ຈາກ: ປະເທດລາວ