ປະຊາກອນໂລກກວ່າ 470 ລ້ານຄົນ ກຳລັງຜະເຊີນບັນຫາດ້ານແຮງງານ

73

ລາຍງານປະຈຳປີຈາກອົງການດ້ານແຮງງານຂອງສະຫະປະຊາຊາດ ລະບຸວ່າ ເຖິງວ່າອັດຕາການວ່າງວຽກຂອງໂລກເປັນໄປຕາມສະຖານະການເສດຖະກິດທີ່ຂະຫຍາຍຕົວຊ້າ ແຕ່ໂດຍລວມພົບວ່າ ປະຊາກອນໂລກຫຼາຍກວ່າ 470 ລ້ານຄົນ ຜະເຊີນກັບຄວາມເຄັ່ງຕຶງດ້ານແຮງງານ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນອັງຄານ ທີ 21 ມັງກອນ ວ່າ ອົງການແຮງງານສາກົນ (ໄອໂອແອລ: ILO: International Labour Organization) ລາຍງານເມື່ອວັນຈັນ ວ່າ ອັດຕາການວ່າງວຽກລະດັບໂລກເມືອປີຜ່ານມາມີ 5,4% ເທົ່າກັບ 188 ລ້ານຄົນ ເຖິງ ວ່າຍັງຢູ່ລະດັບຄົງຕົວ ແຕ່ມີແນວໂນ້ມທີ່ຈະເພີ່ມຂຶ້ນເປັນ 190,5 ລ້ານຄົນໃນປີນີ້ ແລະ ເພິ່ມສູງຂຶ້ນອີກໃນປີຖັດໄປ ເຊິ່ງເປັນຜົນມາຈາກການເຕີບໂຕຂອງເສດຖະກິດໂລກທີ່ຄົງໂຕ ເຮັດໃຫ້ອັດຕາການຈ້າງວຽກໃໝ່ຫຼຸດລົງ ແຕ່ສວນທາງກັບຈຳນວນປະຊາກອນໂລກທີ່ເພີ່ມຂຶ້ນຕະຫຼອດເວລາ.

ຂະນະດຽວກັນ, ບົດລາຍງານຂອງອົງການແຮງງານສາກົນ ລະບຸວ່າ ຍັງມີປະຊາກອນໂລກອີກປະມານ 285 ລ້ານຄົນ ກຳລັງຢູ່ໃນພາວະທີ່ເອີ້ນວ່າ “ການວ່າງວຽກແອບແຝງ” ຫຼື “ການເຮັດວຽກໃນລະດັບຕໍ່າ” ຫຼື ເຊັ່ນການບໍ່ໄດ້ເຮັດວຽກຫຼັກ ແຕ່ເຮັດວຽກເສີມໄປກ່ອນ ໂດຍອີງຕາມຄວາມນິຍົມຂອງອົງການໄອໂອແອລຄວບຄຸມທັງການມີຊົ່ວໂມງເຮັດວຽກໜ້ອຍກວ່າໄລຍະເວລາທີ່ເໝາະສົມ,  ການທີ່ບຸກເຮັດວຽກບໍ່ເຕັມທີ່ເຊັ່ນ ການໃຊ້ຄວາມຮູ້ ແລະ ຄວາມສາມາດ “ໜ້ອຍກວ່າຄວາມເປັນຈິງ” ໜຶ່ງໃນການລົງມືເຮັດວຽກໃດໜຶ່ງ ແລະ ການເຮັດວຽກ ທີ່ໄດ້ຮັບຄ່າຈ້າງຕໍ່າກວ່າລະດັບຄວາມສາມາດຂອງຕົນເອງ ແຕ່ບຸກຄົນນັ້ນຍັງບໍ່ສາມາດຊອກຫາວຽກທີ່ເໝາະສົມກວ່ານີ້ໄດ້.

ນອກຈາກນີ້, ປະຊາກອນໂລກ ຫຼາຍກວ່າ 630 ລ້ານຄົນ ຫຼື ປະມານ 1 ໃນ 5 ຂອງຈຳນວນປະຊາກອນທີ່ເຮັດວຽກທັງໝົດ ກຳລັງປະສົບກັບພາວະ “ຄວາມທຸກຍາກໃນການເຮັດວຽກ” ຄືໄດ້ຮັບຄ່າຈ້າງໜ້ອຍກວ່າ 3,20 ໂດລາຕໍ່ມື້ (ປະມານ 28.000 ກີບ) ເຊິ່ງທ່ານກາຍ ໄຣເດີ ຜູ້ອຳນວຍການອົງການດ້ານແຮງງານສາກົນ ຫຼື IOL ກ່າວວ່າ ສະຖານະການເສດຖະກິດໂລກໃນປະຈຸບັນສົ່ງຜົນໃຫ້ການວ່າງວຽກແຝງ ແລະ ສະຖານະການຂອງຄວາມທຸກຍາກຂອງແຮງງານມີຄວາມວິຕົກກັງວົນຫຼາຍຂຶ້ນ ເນື່ອງຈາກການແກ້ໄຂບັນຫາບໍ່ຖືກຈຸດ ຫຼື ຖືກຈຸດ ແຕ່ບໍ່ມີປະສິດທິຜົນຈະກໍ່ໃຫ້ເກີດຄວາມວຸ້ນວາຍໃນສັງຄົມ ທີ່ກຳລັງເກີດຂຶ້ນໃນຫຼາຍປະເທດ ເຊັ່ນການປະທ້ວງທາງເສດຖະກິດໃນປະເທດເລບານອນ ແລະ ປະເທດຊິລີ ເຊິ່ງຍືດເຍື້ອ ແລະ ຮ້າຍແຮງຂ້າມປີ.