ອາເມລິກາສະໜັບສະໜູນທຶນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6 ແຂວງໃນລາວ

177

ໃນວັນທີ 21 ມັງກອນ 2020, ທີ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຫຄຊກລ)  ລະຫວ່າງ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວຫນ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ແລະ ທ່ານ ໄມເຄີນ ເຣນ ຜູ້ຈັດການບໍລິສັດເທທຣາເທັກ, ໂດຍມີ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ເຣນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ, ມີບັນດາຕາງຫນ້າຈາກກະຊວງ ແລະ ຂະແຫນງການກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນບົດບັນທຶກດັ່ງກ່າວ ແມ່ນໄດ້ຮັບທຶນສະຫນັບສະຫນູນຈາກລັດຖະບານສະຫະລັດອາເມລິການ ໃນມູນຄ່າ 4,960,790 ໂດລາສະຫະລັດ ເພື່ອສະຫນັບສະໜູນ ຫຄຊກລ ເແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ໂດຍສຸມໃສ່ວຽກງານໃນການທຳລາຍລະເບີດແບບເຄື່ອນທີ່ ຢູ່ 6 ແຂວງເຊັ່ນ: ແຂວງຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ອັດຕະປື ເຊິ່ງມີໄລຍະເວລາໃນການຈັດຕັ້ງປະຕິບັດ 3 ປີ.

ໃນໂອກາດດັ່ງກ່າວ, ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ມີຄຳເຫັນວ່າ: ສປປ ລາວ ເປັນປະເທດໄດ້ຮັບຜົນກະທົບຈາກລູກລະເບີດບໍ່ທັນແຕກ ແລະ ເປັນໄພຂົ່ມຂູ່ຕໍ່ກັບການທຳມາຫາກິນ ແລະ ການດຳລົງຊີວິດປະຈຳວັນຂອງເດັກນ້ອຍ ແລະ ປະຊາຊົນບັນດາເຜົ່າທີ່ຢູ່ໃນຂອບເຂດທົ່ວປະເທດທີ່ມີຜົນກະທົບ. ນອກນັ້ນ, ຍັງສະກັດກັ້ນ ແລະ ກີດຂວາງແກ່ການພັດທະນາພື້ນຖານໂຄງລ່າງ ແລະ ແຜນ ພັດທະນາເສດ ຖະກິດ -ສັງຄົມແຫ່ງຊາດ ຂອງ ສປປ ລາວ ແລະ ແຜນລຶບລ້າງຄວາມທຸກຍາກ.ສໍາລັບປີ 2020 ນີ້, ຕາມມະຕິຂອງສະພາແຫ່ງຊາດໃຫ້ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ສູ້ຊົນຈັດຕັ້ງປະຕິບັດການກວດກູ້ລະເບີດໃຫ້ໄດ້ 10.000 ເຮັກຕາ.

ປັດຈຸບັນ, ຂະແໜງການເກັບກູ້ລະເບີດກໍ່ມີຄວາມຈຳເປັນໄດ້ທົບທວນ ແລະ ແຜນຍຸດທະ ສາດແຫ່ງຊາດ ກ່ຽວກັບເສັ້ນທາງຄວາມປອດໄພ II, ແຜນບູລິມະສິດການຂອງການສໍາຫຼວດ ແລະ ກວດກູ້ໂດຍຕິດພັນກັບລົບລ້າງຄວາມທຸກຍາກ ແລະການພັດທະນາເຂດຈຸດສຸມ ນອກຈາກນີ້, ຈະ ໄດ້ມີການປັບປຸງກົນໄກ ການປະສານງານ, ການຄຸ້ມຄອງຂໍ້ມູນ ແລະ ພາລະບົດບາດໃຫ້ສອດຄ່ອງ ກັບສະພາບຕົວຈິງ; ພ້ອມນີ້, ກໍ່ຈະໄດ້ມີການປຶກສາຫລືເພຶ່ອກ້າວສູ່ການຈັດຕັ້ງຜັນຂະຫຍາຍສົນທິ ສັນຍາ ວ່າດ້ວຍລະເບີດລູກຫວ່ານໂດຍຈະສ້າງເປັນດໍາລັດ ກ່ຽວກັບລະເບີດລູກຫວ່ານ.

ທ່ານ ນາງ ເຣນາ ບິດເຕີ ກໍໄດ້ມີຄຳເຫັນວ່າ: ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫລືອລັດຖະບານລາວຕະຫລອດມາໃນການແກ້ໄຂບັນຫາລະເບີດບໍ່ທັນແຕກໃນ ສປປລາວ ແລະ ເພື່ອຢາກໃຫ້ລັດຖະບານລາວບັນລຸໄດ້ແຜນຍຸດທະສາດ SDG ທີ່18 ເຊິ່ງໃນປີ 2020 ນີ້ກໍເປັນປີທີສຳຄັນ ຄົຍຮອບແຜນຍຸດທະສາດໃນການໂຄງການເກັບກູ້ລະເບີດແຫ່ງຊາດຂອງລັດຖະບານລາວ ເຊິ່ງລັດຖະບານສະຫະລັດອາເມລິກາ ກໍໄດ້ສະຫນັບສະຫນູນໃນການສ້າງແຜນຍຸດທະສາດນີ້ ແລະ ສະຫນັບສະຫນູນຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃນການປະຕິບັດພາລະບົດບາດນີ້.

(ຂ່າວສານຮສສ: ເພັດສະໄໝ)