ແຕ່ງຕັ້ງ ນາງ ແກ້ວດາລີ ຫຼວງໄຊມຸງຄຸນເປັນຮອງຫົວໜ້າພະແນກພາຍໃນ ແຂວງຄຳມ່ວນ

167

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ບົນພື້ນຖານການເຫັນດີເປັນເອກະພາບຈາກພາກສ່ວນອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ເພື່ອເປັນທິດໃຫ້ແກ່ການປະຕິລບັດໜ້າທີ່ວຽກງານປະກອບສ່ວນຮັບໃຊ້ແນວທາງນະໂຍບາຍຂອງພັກ-ລັດ ໃນຕໍ່ໜ້າໃຫ້ມີປະສິດທິຜົນ.

ໃນວັນທີ 20 ມັງກອນ 2020 ໄດ້ມີພິທີປະກາດຮອງຫົວໜ້າພະແນກພາຍໃນແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ແກ້ວດາວົງ ໄຊຍະແສງ ຫົວໜ້າພະແນກ ພາຍໃນແຂວງ, ບັນດາທ່ານຫົວໜ້າ – ຮອງຫົວໜ້າພະແນກການອ້ອມຂ້າງ, ຕາງໜ້າຄະນະຈັດຕັ້ງແຂວງ, ຂະແໜງ ການທີ່ກ່ຽວຂ້ອງ, ຕະຫລອດຮອດພະນັກງານໃນຂົງເຂດດັ່ງກ່າວເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ຄຳມ່ວນ : ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກພາຍໃນແຂວງຄຳມ່ວນໂດຍເຫັນດີແຕ່ງຕັ້ງ: ທ່ານ ນາງ ແກ້ວດາລີ ຫລວງໄຊມຸງຄຸນ ຫົວໜ້າຂະແໜງຄຸ້ມຄອງພົນລະເມືອງ, ຊົນເຜົ່າ ແລະ ສາສະໜາ ຂຶ້ນເປັນຮອງຫົວໜ້າພະແນກພາຍໃນແຂວງຄຳມ່ວນ.

ທີ່ມາ:Khammouane News