ປະຊາຊົນ 7 ບ້ານ ຢູ່ເມືອງເງິນ ສ້າງລາຍຮັບສູ່ຄອບຄົວດ້ວຍການປູກສີໃຄເຄື່ອງຂາຍ

132

ກະສິກຳ ຖືເປັນອາຊີບສຳຄັນ ທີ່ສ້າງລາຍຮັບເຂົ້າສູ່ຄອບຄົວ ເຮັດໃຫ້ປະຊາຊົນຄ່ອຍຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ ດັ່ງປະຊາຊົນເມືອງເງິນ ແຂວງ ໄຊຍະບູລີ ໄດ້ພ້ອມກັນຫັນມາເອົາດີດ້ວຍການປູກສີໃຄເຄື່ອງຂາຍ  ໃນກິໂລລະ 60.000 ກີບ ສ້າງມາດສ້າງລາຍຮັບສູງເຖິງ 6,8 ຕື້ກວ່າກີບ.

ເມືອງເງິນ ເປັນເມືອງໜຶ່ງທີ່ຂຶ້ນກັບ ແຂວງໄຊຍະບູລີ ຫ່າງຈາກເທດສະບານແຂວງ 139 ກິໂລແມັດ, ປະກອບມີ 22 ບ້ານ ມີ 3.632 ຄອບຄົວ, ມີພົນລະເມືອງທັງໝົດ 18.900 ຄົນ, ຍິງ 9.401 ຄົນ, ປະຊາຊົນສ່ວນໃຫຍ່ແມ່ນທໍາການຜະລິດປູກຝັງ – ລ້ຽງສັດ ເປັນຕົ້ນຕໍ

ໂດຍປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມ, ເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວ, ປະຊາຊົນມີອາຊີບໝັ້ນທ່ຽງ, ສ້າງລາຍຮັບໃຫ້ແກ່ຄອບຄົວ. ປູກສີໃຄເຄື່ອງ ກໍ່ເປັນອີກທາງເລືອກໜື່ງທີ່ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນ ເມືອງເງິນ ໄດ້ດີພໍສົມຄວນ.

ການລິເລີ່ມທົດລອງປູກສີໄຄເຄື່ອງ ຢູ່ບ້ານນາຍາງຄຳ ໃນປີ 2014 ມີເນື້ອທີ່ທັງໝົດ 5 ເຮັກຕາ, ຊຶ່ງມີນັກທຸລະກິດຈີນ ເຂົ້າມາລົງທຶນ ໃນປີ 2015 ໄດ້ຂະຫຍາຍອີກ 2 ບ້ານຄື: ບ້ານຜາແດງ ແລະ ບ້ານນ້ຳທົນ ປູກເພື່ອເຮັດແນວພັນ ໃນເນື້ອທີ່ 26 ເຮັກຕາ. ຈາກນັ້ນ ກໍ່ໄດ້ຂະຫຍາຍຕື່ມອີກ 7 ບ້ານ ຄື: ບ້ານດອກເກດ, ບ້ານຫ້ວຍເຜີ້ງ, ບ້ານນໍ້າວັນ, ບ້ານປຸງຟາດ, ບ້ານປາງບົງ, ບ້ານຫ້ວຍເງີຍ ແລະ ບ້ານທອງ ລວມມີ 127 ຄອບຄົວ, ເນື້ອທີ່ 177,5 ເຮັກຕາ, ປູກເພື່ອຕົ້ມກັ່ນເອົານໍ້າມັນ, ຜະລິດຕະພາບ 640 ກິໂລຕໍ່ເຮັກຕາ, ຜົນຜະລິດທັງໝົດ 113.600 ກິໂລຕໍ່ປີ, ຂາຍໃນລາຄາ 60.000 ກີບຕໍ່ 1 ກິໂລ, ຄິດເປັນມູນຄ່າທັງໝົດ 6.816.000.000 ກີບຕໍ່ປີ.

ມາຮອດປັດຈຸບັນ ການປູກສີໄຄເຄື່ອງ ແມ່ນສາມາດສ້າງລາຍຮັບໃຫ້ຄອບຄົວຜູ້ທີ່ປູກສີໄຄເຄື່ອງ ໄດ້ເປັນຢ່າງດີ, ເຮັດໃຫ້ຊີວິດການເປັນຢູ່ຄອບຄົວດີຂື້ນ ແລະເຮັດໃຫ້ມີອາຊີບໝັ້ນທ່ຽງ ເພາະວ່າການປູກສີໄຄເຄື່ອງ 1 ຄັ້ງ ສາມາດເກັບກ່ຽວໄດ້ເຖິງ 8 ປີ ແລະ ຖ້າບົວລະບັດຮັກສາຖືກຕ້ອງຕາມເຕັັກນິກວິຊາການທຸກໆ 45 ວັນ ສາມາດຕັດໃບມາຕົ້ມກັ່ນເອົານໍ້າມັນໄດ້ 1 ຄັ້ງ ແລະ ເກັບກ່ຽວໄດ້ເຖີງ 8 ຮອບຕໍ່ປີ, ເຮັດໃຫ້ປະຊາຊົນມີວຽກເຮັດງານທຳ.

ການປູກສີໄຄເຄື່ອງ ເມື່ອທຽບໃສ່ການປູກພືດຊະນິດອື່ນແມ່ນບໍ່ໄດ້ໃຊ້ສານເຄມີ ເປັນຕົ້ນແມ່ນຢາຂ້າຫຍ້າ, ຢາຂ້າແມງ ຊຶ່ງເປັນອັນຕະລາຍຕໍ່ສຸຂະພາບ. ຄົນ, ສັດ ແລະສິ່ງແວດລ້ອມ (ສີໄຄເຄື່ອງບໍ່ມີສັດຕູພືດທໍາລາຍ) ປະຢັດແນວພັນ, ປະຢັດແຮງງານ ແລະ ສາມາດສ້າງລາຍຮັບໄດ້ຕະຫລອດປີ.

ສຳລັບທິດທາງໃນຕໍ່ໜ້າ ແຕ່ນີ້ຮອດ ປີ 2024 ຍັງຈະໄດ້ສືບຕໍ່ປຸກລະດົມປະຊາຊົນຂະຫຍາຍເນື້ອທີ່ປູກສີໄຄເຄື່ອງ ໄປສູ່ບ້ານອື່ນໆຕີ່ມອີກໃຫ້ໄດ້ເນື້ອທີ່ ປູກສີໄຄເຄື່ອງ ທັງໝົດ 620 ເຮັກຕາ, ພ້ອມດຽວກັນນີ້ ກໍ່ຈະໄດ້ສົ່ງເສີມການປູກຕົ້ນໂປຍກັກ (ໄມ້ນໍ້າມັນ) ໃນເນື້ອທີ່ 300 ເຮັກຕາ ໃນ 2 ບ້ານ ຄື ບ້ານດອກເກດ ແລະບ້ານປຸງຝາດ ໂດຍແມ່ນບໍລິສັດໂລເດີສຸຍ ທີ່ເປັນຂອງນັກທຸລະກິດຈີນ ເປັນຜູ້ສົ່ງເສີມ. ປັດຈຸບັນ ສາມາດກ້າເບ້ຍໄດ້ 1.500.000 ເບ້ຍ. ຕົ້ນໄມ້ນໍ້າມັນ ກໍ່ເປັນອີກທາງເລືອກໜື່ງທີ່ສ້າງອາຊີບໝັ້ນຄົງ, ປູກຄັ້ງໜື່ງສາມາດເກັບກ່ຽວໄດ້ເຖິງ 20 ກວ່າປີ.