ລັດ ກຽມປະຕິຮູບການລົງທຶນ ແລະ ອອກໃບອະນຸຍາດດຳເນີນທຸລະກິດໃນລາວ

265
DCIM295MEDIADJI_0045.JPG

ເພື່ອຜັນຂະຫຍາຍເນື້ອໃນຂອງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ກົດໝາຍກ່ຽວຂ້ອງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງວ່ອງໄວ ແລະ ຈະແຈ້ງ ໂດຍສະເພາະການປັບປຸງລະບົບການບໍລິການ ການລົງທຶນປະຕູດຽວ ແລະ ການດຳເນີນທຸລະກິດຢູ່ໃນ ສປປ ລາວ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ, ຍົກລະດັບຄວາມສັກສິດໃນການປະຕິບັດກົດໝາຍ, ເພີ່ມທະວີຄວາມອາດສາມາດ ໃນການແຂ່ງຂັນດຶງດູດການລົງທຶນ ເພື່ອເຮັດພາກເອກະຊົນ ສາມາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ລັດຖະບານຈະປະຕິຮູບໃໝ່ໃນລະບົບການອະນຸຍາດໃຫ້ແກ່ການດຳເນີນທຸລະກິດ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການບໍລິການ ການລົງທຶນປະຕູດຽວ ແລະ ໜ່ວຍງານປະສານງານບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ສະບັບເລກທີ 002/ຄລທ.ສ ລົງວັນທີ 20 ສິງຫາ 2018; ອີງຕາມ ມະຕິຕົກລົງກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ພະຈິກ 2019, ສະບັບເລກທີ 12/ລບ ລົງວັນທີ 16 ທັນວາ 2019 ແລະ ອີງຕາມການສະເໜີຂອງ ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 3143/ກຜທ.ລທ6 ລົງວັນທີ 31 ທັນວາ 2019.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ດັ່ງນັ້ນ, ນາຍົກລັດຖະມົນຕີ ຈຶ່ງໄດ້ອອກຄຳສັ່ງສະບັບເລກທີ 03/ນຍ ລົງວັນທີ 21 ມັງກອນ 2020 ວ່າດ້ວຍການປັບປຸງວຽກງານການບໍລິການການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ ເຖິງບັນດາທ່ານ ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງໃນຂອບເຂດທົ່ວປະເທດ.

ຄຳສັ່ງສະບັບນີ້, ໄດ້ມອບໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທີ່ມີຄວາມຮັບຜິດຊອບ ກ່ຽວກັບວຽກງານການສົ່ງເສີມການລົງທຶນ, ການບໍລິການ ການລົງທຶນຜ່ານປະຕູດຽວຢູ່ແຕ່ລະຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ຮີບຮ້ອນແກ້ໄຂບັນດາຂອດຂັ້ນ, ກຳນົດເວລາ ແລະ ສິ່ງກີດຂວາງ ທີ່ເປັນອຸປະສັກ ແກ່ການອະນຸຍາດການລົງທຶນ ແລະ ການດຳເນີນທຸລະກິດຢູ່ ສປປ ລາວ.

ທັງນີ້, ເພື່ອແນໃສ່ຄວາມສະດວກ ແລະ ວ່ອງໄວໃນການຈັດຕັ້ງປະຕິບັດ ລັດຖະບານໄດ້ມອບໃຫ້ 4 ຂະແໜງການປະສານສົມທົບ ແລະ ປະຕິບັດຕາມພາລະໜ້າທີ່ຂອງຕົນຄື: ຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກຳ ແລະ ການຄ້າ, ຂະແໜງການເງິນ ແລະ ກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງວຽງຈັນ (ສໍາລັບໜ້າທີ່ລາຍລະອຽດຂອງແຕ່ລະຂະແໜງການ ຕາມແຈ້ງການລຸ່ມນີ້)

ສຳລັບມາດຕະການຈັດຕັ້ງປະຕິບັດ ແມ່ນມອບໃຫ້ຂະແໜງແຜນການ ແລະ ການລົງທຶນ ເປັນເຈົ້າການຕິດຕາມ, ປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ແລະ ສະຫຼຸບລາຍງານລັດຖະບານ ຢ່າງເປັນປະຈຳ. ມອບໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການຕິດຕາມ, ປະເມີນຄວາມຄືບໜ້າຂອງການປັບປຸງຂອດຂັ້ນ, ກໍານົດເວລາໃນການອອກໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງການ ແລະ ສະຫຼຸບລາຍງານໃຫ້ລັດຖະບານຢ່າງເປັນປະຈຳ.

ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ,ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້, ໃຫ້ການຮ່ວມມື ແລະ ຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນດີ.