ພິທີປະກາດ ແຕ່ງຕັ້ງຮອງອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດຂຶ້ນ ໃນວັນທີ 15 ມັງກອນ 2020 ຜ່ານມາ ທີ່ມະຫາວິທະຍາໄລດັ່ງກ່າວ ໂດຍການຮ່ວມຂອງ ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ສຸລິຍົງ ໄຊໂກສີ ຮັກສາການອະທິການບໍດີ ມຂ, ມີຕາງໜ້າຈາກຄະນະ ຈັດຕັ້ງກະຊວງ, ແຂວງ, ພະແນກການ, ກົມກອງກ່ຽວ ຂ້ອງພາຍໃນແຂວງ, ສະຖາບັນການສຶກສາພາກລັດ-ເອກະຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍ ການແຕ່ງຕັ້ງຮອງອະທິການບໍດີມະຫາວິທະຍາ ໄລສະຫວັນນະເຂດ ສະບັບເລກທີ 421/ນຍ, ລົງວັນທີ 11 ທັນວາ 2019 ໂດຍໄດ້ເຫັນ ດີແຕ່ງຕັ້ງ ທ່ານ ຄູນ ສັກບົວວົງ ຄະນະບໍດີຄະນະ ບໍລິຫານທຸລະກິດຂຶ້ນເປັນ ຮອງອະທິການບໍດີ ມຂ ຜູ້ໃໝ່.
ທີ່ມາ: ສະຫວັນພັດທະນາ ຂ່າວ / Savanhphathana News