ຈີນກຽມຈັດງານສະເຫຼີມສະຫຼອງກຸດຈີນ ຍິ່ງໃຫຍ່ອາລັງການ

59

ລັດຖະບານປັກກິ່ງກຽມຈັດງານສະເຫຼີມສະຫຼອງກຸດຈີນປີນີ້ໃຫ້ຍິ່ງໃຫຍ່ອາລັງການ ເຊິ່ງຈະມີການແຈກອັງເປົາໃຫ້ແກ່ປະຊາຊົນມູນຄ່າລວມ ປະມານ 1 ຕື້ຢວນ ແລະ ຈະມີການຖ່າຍທອດສົດອອກໄປຕ່າງປະເທດໂດຍຜ່ານຫ້ອງການສື່ມວນຊົນຄູ່ຮ່ວມທຸລະກິດດ້ວຍ.

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນຈັນ ທີ 20 ມັງກອນ ວ່າ China Media Group (CMG) ອົງການສື່ມວນຊົນທີ່ຮັບຜິດຊອບການຈັດງານສະເຫຼີມສະຫຼອງກຸດຈີນ ຂອງສາທາລະນະລັດປະຊາຊົນຈີນ ເຊິ່ງອະນຸຍາດໃຫ້ 5 ອົງການສື່ມວນຊົນຂອງຕ່າງປະເທດໄດ້ຮັບສິດອອກຖ່າຍທອດສົດ CCTV Spring Festival gala ຫຼື ເທສະການກຸດຈີນປະຈຳປີ ໄດ້ແກ່: ໂທລະພາບຂອງປະເທດບຣາຊິລ ເຊິ່ງຈະໄດ້ສິດຖ່າຍທອດສະເພາະໄລຍະສຳຄັນຂອງງານ, ໂທລະພາບຮົງກົງຖ່າຍທອດສົດຕະຫຼອດງານ, ໂທລະພາບດູໄບ ເປັນການຖ່າຍທອດສົດຜ່ານຈໍ LED ໃນສະໜາມບິນ ແລະ ສູນການຄ້າ, ໂທລະພາບມົງໂກເລຍ ໄດ້ສິດຖ່າຍທອດໄລຍະ 1 ຊົ່ວໂມງ ແລະ ເອັມຄອທ (MCOT) ຂອງປະເທດໄທ ໄດ້ສິດຖ່າຍທອດສົດຕະຫຼອດງານ 4 ຊົ່ວໂມງເຄິ່ງ.

ໂດຍປີນີ້ ເປັນຄັ້ງທຳອິດສຳລັບ CMG ທີ່ຈະສະແດງສັກກະຍາພາບດ້ານການຜະລິດລາຍການສົດໃຫ້ປະຊາຊົນຈີນ 1.000 ລ້ານຄົນ ແລະ ຜູ້ຊົມທົ່ວໂລກ ໄດ້ຮັບຊົມໂດຍໃຊ້ເທັກໂນໂລຢີ 5G+ ພາບຄວາມລະອຽດສູງລະດັບ 8K ແລະ VR ໃຫ້ຜູ້ຊົມທີ່ມີເຄື່ອງຮັບສັນຍານໂທລະພາບ LED Full HD ສາມາດເບິ່ງພາບ 3D ໂດຍບໍ່ມີແວ່ນຕາ ຊ່ວຍໃຫ້ພາບງານເທສະການປີໃໝ່ຈີນທີ່ຍິ່ງໃຫຍ່ລະດັບໂລກຈາກ CCTV Hall ໃນນະຄອນຫຼວງປັກກິ່ງ. ນອກຈາກນີ້, ຍັງມີພາບເຄື່ອນໄຫວທີ່ສວຍງາມອະລັງການທີ່ສຸດ  ທັງການສະແດງໂຊ ແລະ ຮູບເງົາສັ້ນເທິງເວທີ ພ້ອມທັງສະແດງຈາກເວທີຍ່ອຍໃນເມືອງເຈິ້ງໂຈ ຂອງມົນທົນເຫີໜານ, ເວທີຍ່ອຍກວາງຕຸ້ງ, ຮົງກົງ, ມາເກົ໋າ ແລະ ພິເສດສຸດປີນີ້ ລັດຖະບານຈີນຈະມີການແຈກ ອັງເປົາກຸດຈີນ ທີ່ມີມູນຄ່າປະມານ 1 ຕື້ຢວນ (ກວ່າ 1.280 ຕື້ກີບ) ອີກດ້ວຍ.

ທັງນີ້ ເມື່ອວັນທີ 14 ມັງກອນ ຜ່ານມາ ມີການເຝິກຊ້ອມຄັ້ງໃຫຍ່ຮອບທຳອິດຂອງພິທີສະເຫຼີມສະຫຼອງກຸດຈີນ ປີ 2020 ຂອງສະຖານີວິທະຍຸ ແລະ ໂທລະພາບສູນກາງຈີນທີ່ສະຕູດິໂອ 1 ຂອງ China Media Group ໂດຍການເຝິກຊ້ອມຄັ້ງນີ້ ຜ່ານໄປໄດ້ດ້ວຍຄວາມຮຽບຮ້ອຍ ແລະ ມີຜູ້ເຂົ້າຊົມຫຼາຍກວ່າ 600 ຄົນ ຜູ້ຕາງໜ້າສື່ມວນຊົນໄດ້ເບິ່ງການສະແດງທັງໝົດໃນຫ້ອງສົ່ງ ດ້ວຍບັນຍາກາດທີ່ເຕັມໄປດ້ວຍຄວາມສຸກ, ຄວາມເປັນສິລິມົງຄຸນ ສຳລັບການຊ້ອມໃຫຍ່, ມີການສະແດງຮູບເງົາເວທີສັ້ນເຊິ່ງເປັນສ່ວນໜຶ່ງທີ່ສຳຄັນໃນງານເທດສະການ ເຊິ່ງເນື້ອໃນຂອງງານສະແດງຈະສະທ້ອນໃຫ້ເຫັນກ່ຽວກັບຄວາມຮັບຜິດຊອບຕໍ່ສັງຄົມເປັນຫຼັກ ການສະແດງຈະນຳສະເໜີເຫດການທີ່ເຄີຍເກີດຂຶ້ນໃນສັງຄົມ, ນຳສະເໜີວິຖີຂີວິດຂອງປະຊາຊົນ ຂະນະດຽວກັນກໍ່ຮັກສາຄວາມເປັນສິລະປະໃນເນື້ອໃນ ຕະຫຼອດຈົນໃຫ້ຜູ້ຮັບຊົມໄດ້ເກີດຄວາມເຂົ້າໃຈຕໍ່ການຮັບຜິດຊອບຕໍ່ສັງຄົມຂອງຕົນເອງດ້ວຍ ຖືເປັນເທສະການທີ່ຄົນຈີນທົ່ວໂລກລໍຖ້າຮັບຊົມ.