ວິທີປະຖົມພະຍາບານຄົນເຈັບທີ່ມີເລືອດດັງອອກ

70

ຄວາມຜິດປົກກະຕິທາງຮ່າງກາຍ ຄືການທີ່ມີເລືອດໄຫຼອອກທາງດັງ ອາດບົ່ງບອກເຖິງພາວະຄວາມເຈັບປ່ວຍທາງຮ່າງກາຍໄດ້ຫຼາຍຢ່າງ. ສະນັ້ນ, ທາງທີ່ດີແມ່ນຄວນໃສ່ໃຈເບິ່ງແຍງສຸຂະພາບໃຫ້ຫຼາຍຂຶ້ນ.

ເພື່ອສຸຂະນາໄມທີ່ດີມີວິທີປະຖົມພະຍາບານຂັ້ນຕົ້ນມາຝາກເມື່ອເລືອດດັງອອກ.

1 ໃຫ້ເງີຍໜ້າຂຶ້ນ ຫຼື ກົ້ມໜ້າລົງຫຼາຍໆແລ້ວໃຊ້ມືບີບດັງທັງ 2 ຂ້າງໄວ້ປະມານ 5 – 10 ນາທີ ລະຫວ່າງນັ້ນໃຫ້ຫາຍໃຈເຂົ້າເລິກໆທາງປາກແທນ ແລະ ອາດວາງຜ້າເຢັນ ຫຼື ຖົງນ້ຳກ້ອນໄວ້ເທິງດັງນຳກໍໄດ້.

2 ຫຼັງຈາກມີເລືອດດັງອອກມາພາຍໃນ 24 – 48 ຊົ່ວໂມງ ທຳອິດຄວນຫຼີກລຽງການສັ່ງນ້ຳມູກແຮງໆ, ການແກະຂີ້ດັງ, ການອອກແຮງໜັກໆ, ການອອກກຳລັງກາຍໜັກໆ ຫຼື ກິດຈະກຳທີ່ອາດເກີດການກະທົບກະເທືອນບໍລິເວນດັງທຸກຊະນິດ.

3 ເມື່ອເລືອດເຊົາໄຫຼແລ້ວໃຫ້ນອນພັກຜ່ອນ ໂດຍຍົກຫົວໃຫ້ສູງ ແລະ ນຳນ້ຳກ້ອນມາປະຄົບບໍລິເວນໜ້າຜາກ ຫຼື ລຳຄໍ. ອີກວິທີຄືການອົມນ້ຳກ້ອນເພື່ອໃຫ້ເລືອດຢຸດໄຫຼກໍໄດ້, ແຕ່ການປະຄົບ ຫຼື ອົມນ້ຳກ້ອນຄວນໃຊ້ເວລາ 10 ນາທີຕໍ່ເທື່ອ ແລະ ເວັ້ນ 10 ນາທີ ແລ້ວຈຶ່ງປະຄົບຕໍ່.

4 ໃນກໍລະນີທີ່ປະຖົມພະຍາບານເບື້ອງຕົ້ນແລ້ວເລືອດຍັງບໍ່ຢຸດໄຫຼ ຄວນນຳສົ່ງໂຮງໝໍທັນທີ ເພື່ອຄວາມປອດໄພຂອງຄົນເຈັບ.

( ຂໍ້ມູນຈາກ: khaosod.co.th )

( ຮຽບຮຽງ: ນຸ້ມນິ້ມ )