ບັນຫາສື່ສັງຄົມອອນລາຍ

316
Mobile communications and social networking concept: row of touchscreen smartphones with cloud of application icons isolated on white reflective background

ເປັນເລື່ອງປວດຫົວຫາກເບິ່ງຂໍ້ມູນຈາກສື່ສັງຄົມອອນລາຍ ໂດຍສະເພາະຂໍ້ມູນເຖິງໜ້າ ເຟສບຸ໊ກ ເວົ້າແນວນີ້ບໍ່ແມ່ນມັນບໍ່ມີຂໍ້ດີແລະ ດ້ານຕັ້ງໜ້າເນີ! ແຕ່ທີ່ຕັ້ງບັນຫາກັນນີ້ມັນແມ່ນເລື່ອງຫຍໍ້ທໍ້ທີ່ພວກເຮົາໝົດທຸກຄົນໃນສັງຄົມຈະຕ້ອງພ້ອມກັນຊີ້ແຈງ ແລະ ຊອກວິທີຄຸ້ມຄອງກັນເພື່ອບໍ່ໃຫ້ສັງຄົມວຸ່ນວາຍສັບສົນນໍ?.

ອີງຕາມກົດໝາຍວ່າດ້ວຍສື່ມວນຊົນ ສະບັບປັບປຸງເລກທີ 019/ສພຊ ລົງວັນທີ 4 ພະຈິກ 2016 ນັ້ນ ເພິ່ນໃຫ້ຄຳອະທິບາຍສັບໄວ້ວ່າ: ສື່ີສັງຄົມອອນລາຍໝາຍເຖິງສື່ແບບໃໝ່ປະເພດໜຶ່ງທີ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃຊ້ສື່ສານກັນຜ່ານລະບົບເຄືອຂ່າຍອິນເຕີເນັດ ເພື່ອເຜີຍແຜ່ຂໍ້ມູນ – ຂ່າວສານສູ່ສາທາລະນະດ້ວຍການນຳໃຊ້ອຸປະກອນຄອມພິວເຕີ ແລະ ອຸປະກອນສື່ສານອື່ນ.

ອີງຕາມແຫຼ່ງຂ່າວຈາກຕ່າງປະເທດໃຫ້ຮູ້ວ່າ: ໃນທົ່ວໂລກສື່ສັງຄົມອອນລາຍທີ່ຖືກນຳໃຊ້ຫຼາຍກວ່າໝູ່ແມ່ນເຟສບຸ໊ກ ເຊິ່ງຕາມສະຖິຕິໃນເດືອນມັງກອນ 2018 ແມ່ນມີປະມານ 2.167 ລ້ານບັນຊີ; ອັນດັບສອງແມ່ນ ຢູທູບ 1.500 ລ້ານ, ວັອດແອັບ ແລະ ແມັສເຊັນເຈີ ສໍ່າກັນປະມານ 1.300 ລ້ານ; ອັນດັບ 5 ແລະ 6 ແມ່ນ ວີແຊັດ ແລະ ຄິວຄິວ ຂອງ ສປ ຈີນ.

ສຳລັບ ສປປ ລາວ ຄົນໃຊ້ເຟສບຸ໊ກ ຫຼາຍທີ່ສຸດ ນອກນັ້ນກໍມີແມັສເຊັນເຈີ ແລະ ວັອດແອັບ; ປີ 2019 ໄດ້ມີການລົງທະບຽນມືຖືຫຼາຍກວ່າ 8,41 ລ້ານຄົນ, ມີຜູ້ໃຊ້ອິນເຕີເນັດ 3,29 ລ້ານຄົນ ແລະ ນຳໃຊ້ສື່ອອນລາຍ 2,7 ລ້ານຄົນ, ນັ້ນສະແດງໃຫ້ເຫັນວ່າສື່ສັງຄົມອອນລາຍຖືກນຳໃຊ້ຫຼາຍທີ່ສຸດໃນສັງຄົມລາວ ແລະ ເຂົ້າເຖິງໄດ້ງ່າຍໄດ້ທຸກສະຖານທີ່ທຸກເວລາພຽງແຕ່ມີອິນເຕີເນັດ ແລະ ອຸປະກອນເສບສື່ ເຊັ່ນ: ໂທລະສັບຖື.

ເຄີຍຂຽນເລື່ອງສື່ສັງຄົມອອນລາຍມາຫຼາຍບົດແລ້ວ ຂຽນມາແຕ່ປີ 2014 ພຸ້ນ ໂດຍຍົກໃຫ້ເຫັນອັນດີ ແລະ ອັນອ່ອນ ກໍຄືໄພອັນຕະລາຍຈະຕາມມາ ຖ້າບໍ່ມີການຄຸ້ມຄອງ ແລະ ເຂົ້າສູ່ລະບຽບກົດໝາຍ ບັນຫານີ້ມີທົ່ວໂລກປະເທດໃຫຍ່ໆກໍມີມາດຕະການ ເຊັ່ນ: ປະເທດສະຫະລັດອາເມຣິກາ ຖ້າໃຜຊິວີຊາເຂົ້າປະເທດເພິ່ນຕ້ອງແຈ້ງໃຫ້ຮູ້ກ່ຽວກັບການນຳໃຊ້ສື່ອອນລາຍ ໂດຍສະເພາະແມ່ນເຟສບຸ໊ກ ໃຫ້ເພິ່ນຮູ້ໃນໄລຍະ 5 ປີຜ່ານມາ, ຢູ່ປະເທດຣັດເຊຍໃຜເຜີຍແຜ່ຂໍ້ມູນເປັນຂ່າວປອມຈະຖືກປັບໃໝມູນຄ່າສູງ, ປະເທດໃກ້ຄຽງເຮົາ ເຊັ່ນ: ປະເທດໄທ ກໍມີຂ່າວຟ້ອງກັນຂຶ້ນໂຮງຂຶ້ນສານບໍ່ໜ້ອຍຄະດີ.

ຢູ່ປະເທດເຮົາກໍຕ້ອງຍອມຮັບວ່າມີກໍລະນີເກີດຂຶ້ນຄືເລົ່າມາຂ້າງເທິງເຊັ່ນກັນນັ້ນຄືເຈົ້າໜ້າທີ່ເພິ່ນຮຽກຮ້ອງໃຫ້ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍ ໂດຍສະເພາະແມ່ນຜູ້ມີໜ້າອອນລາຍໃນເຟສບຸ໊ກທີ່ມັກສະເໜີຂ່າວຕ່າງໆຄືສຳນັກງານຂ່າວ.

ອີງຕາມແຫຼ່ງຂ່າວຈາກ ຂປລ ໃນວັນທີ 28 ມິຖຸນາ 2019 ໃຫ້ຮູ້ວ່າ: ( ຂປລ ) ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນໄດ້ແຈ້ງໃຫ້ສຳນັກຂ່າວສານປະເທດລາວ ຊາບວ່າ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆທີ່ຈະມີການເຄື່ອນໄຫວສະໜອງເຜີຍແຜ່ໂຄສະນາຂໍ້ມູນ – ຂ່າວສານດ້ານຕ່າງໆ ( ເອີ້ນວ່າການເຄື່ອນໄຫວວຽກງານສື່ມວນຊົນ ) ໃຫ້ແກ່ມວນຊົນທັງພາຍໃນ ແລະ ຕ່າງປະເທດຜ່ານພາຫະນະສື່ມວນຊົນທຸກປະເພດ ( ລວມທັງສື່ອອນລາຍທຸກປະເພດ ) ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນຈຶ່ງເຄື່ອນໄຫວໄດ້.

ຕໍ່ວຽກງານສື່ມວນຊົນນີ້ລັດຖະບານແຫ່ງ ສປປ ລາວ ຄຸ້ມຄອງສື່ມວນຊົນຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງ ຖວທ ( ເຊິ່ງມີກົມສື່ມວນຊົນເປັນເສນາທິການ ) ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບບັນດາກະຊວງຂະແໜງອື່ນ ແລະ ອົງການປົກຄອງທ້ອງຖິ່ນ.

ໃນວັນທີ 27 ມິຖຸນາ 2019 ຜ່ານມານີ້ ສຳນັກຂ່າວສານປະເທດລາວ ໄດ້ອອກຂ່າວກ່ຽວກັບເຈົ້າໜ້າທີ່ກົມປະຊາສຳພັນ, ຫ້ອງການ, ສຳນັກງານນາຍົກລັດຖະມົນຕີ ແຈ້ງໃຫ້ຊາບວ່າ: ໜ້າຂ່າວອອນລາຍໃນເຟສບຸ໊ກ ( Face Book ) ທີ່ໃສ່ນາມຕົນເອງວ່າ “ Support Prime Minister Thongloun Sisoulith ” ແມ່ນບໍ່ມີສ່ວນກ່ຽວຂ້ອງກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແຕ່ປະການໃດ, ໜ້າຂ່າວອອນລາຍເຟສບຸ໊ກນີ້ເຄື່ອນໄຫວໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ. ຕໍ່ບັນຫາດັ່ງກ່າວນີ້ ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນໃນຖານະຜູ້ຄຸ້ມຄອງວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນຂອງກະຊວງ ຖວທ ໄດ້ມີຄຳເຫັນວ່າ: ຕາມກົດໝາຍວ່າດ້ວຍສື່ມວນຊົນ ( ສະບັບປັບປຸງ ) ປີ 2016 ໄດ້ລະບຸຈະແຈ້ງໃນມາດຕາທີ 15 ວ່າ ພາຫະນະສື່ມວນຊົນມີສອງປະເພດ ຄື: ສື່ສິ່ງພິມ ແລະ ສື່ເອເລັກ ໂຕຣນິກ ສ່ວນສື່ເອເລັກ  ໂຕຣນິກ ປະກອບມີ: ວິທະຍຸກະຈາຍສຽງ, ໂທລະພາບ, ໂທລະໂຄ່ງ ແລະ     ສື່ແບບໃໝ່ ( ເວັບໄຊ,    ເວັບເພຈ໌ ຫຼື ສື່ອອນລາຍຕ່າງໆ ).

ຜ່ານມາໄດ້ມີການຈັດຕັ້ງຕ່າງໆ, ບຸກຄົນ ແລະ ນິຕິບຸກຄົນ ໄດ້ສະເໜີສ້າງຕັ້ງສື່ສິ່ງພິມ ແລະ ສື່ເອເລັກ      ໂຕຣນິກ. ໃນນັ້ນ, ມີທັງເວັບໄຊ, ເວັບເພຈ໌ ແລະ ສື່ອອນລາຍປະເພດຕ່າງໆ ເຊັ່ນ: muan.la.lao economic daily ແລະ ອື່ນໆ ເຊິ່ງໄດ້ເຄື່ອນໄຫວເຜີຍແຜ່ຂໍ້ມູນ – ຂ່າວສານກ່ຽວກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ, ຜົນງານການສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ, ສ່ອງແສງວຽກດີຄົນເດັ່ນ ທັງເປີດເວທີແລກປ່ຽນຄຳຄິດເຫັນຂອງມວນຊົນ ແລະ ອື່ນໆ ແຕ່ໃນຂະນະດຽວກັນນີ້ກໍຍັງມີເວັບໄຊ, ເວັບເພຈ໌ ແລະ ສື່ອອນລາຍຈຳນວນໜຶ່ງເຄື່ອນໄຫວເຜີຍແຜ່ຂໍ້ມູນ – ຂ່າວສານໃຫ້ມວນຊົນ ໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ. ຍິ່ງໄປກວ່ານັ້ນ, ຍັງມີສື່ອອນລາຍຈຳນວນບໍ່ໜ້ອຍໄດ້ເຜີຍແຜ່ຂ່າວປອມຂ່າວປັ້ນແຕ່ງຂຶ້ນ, ຂ່າວຫຼອກລວງ, ຂ່າວບິດເບືອນຄວາມຈິງ, ຂ່າວລື, ຂ່າວອະກຸສົນ, ຂ່າວສຽດສີໃສ່ຮ້າຍປ້າຍສີຕ່າງໆນາໆ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆທັງສ້າງຄວາມສັບສົນໃນສັງຄົມ.

ທ່ານກ່າວຢໍ້າໃນຕອນທ້າຍວ່າ: ສະນັ້ນເພື່ອສົ່ງເສີມບົດບາດຂອງສື່ມວນຊົນ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທີ່ເກີດຜ່ານມາ ຈຶ່ງຮຽກຮ້ອງໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ໄດ້ເຄື່ອນໄຫວວຽກງານສື່ມວນຊົນທີ່ບໍ່ຖືກຕ້ອງຕາມກົດໝາຍ ຈົ່ງໄດ້ຮີບຮ້ອນມາສະເໜີຂໍອະນຸຍາດເຄື່ອນໄຫວຕາມກົດໝາຍ ແລະ ລະບຽບການຢູ່ທີ່ກົມສື່ມວນຊົນ, ກະຊວງ ຖວທ, ສ່ວນບຸກຄົນ ແລະ ການຈັດຕັ້ງທີ່ຢູ່ທ້ອງຖິ່ນກໍໃຫ້ພົວພັນກັບພະແນກ ຖວທ ແຂວງ ແລະ ນະຄອນຫຼວງ.

ຍົກບັນຫານີ້ຂຶ້ນມາບໍ່ແມ່ນມີຈຸດປະສົງຢາກໃຫ້ມີການລົງໂທດ ຫຼື ປິດໜ້າ    ເຟສບຸ໊ກເນີ! ພຽງແຕ່ຢາກໃຫ້ບຸກຄົນໄດ້ຮັບຮູ້ຄວາມເປັນຈິງກ່ຽວກັບການນຳໃຊ້ ແລະ ບາງລະບຽບການທີ່ກ່ຽວຂ້ອງທີ່ຈະຕ້ອງຊອກຮູ້. ທັງນີ້, ກໍເພື່ອໃຫ້ມີຄວາມເປັນເອກະພາບ ພ້ອມກັນພັດທະນາສື່ສັງຄົມອອນລາຍເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາກ້າວສູ່ຄວາມສີວິໄລ ແລະ ວັດທະນາຖາວອນ.

ສະເໜີເປັນການແລກປ່ຽນ.

[ ທິດດີ ]