ເສືອ ຈິດຕະກອນ ຜູ້ຖືກຄັດເລືອກເຂົ້າປະກວດໃນເວທີເທບພະບຸດນາຄາ

146

ຫຼັງຈາກ ໜຸ່ມເສືອ ໄດ້ຜ່ານເວທີ Mister International Laos 2019 ກໍໄດ້ນໍາເອົາປະສົບການທີ່ໄດ້ຮຽນຮູ້ມາພັດທະນາຕົນເອງໄປເລື້ອຍໆ ຈົນໄດ້ຖືກຄັດເລືອກເປັນ 1 ໃນຜູ້ປະກວດ ເທບພະບຸດນາຄາ ທີ່ປະເທດໄທ.

ຈິດຕະກອນ ພົມພິພັກ ຫຼື ເສືອ ໃຫ້ສໍາພາດກັບທີມຂ່າວເຮົາວ່າ: ຈຸດເລີ່ມຕົ້ນທີ່ໄດ້ເປັນຕົວແທນເຂົ້າປະກວດ ເພາະຕົນເອງກໍເປັນຊາຍແບບໄປປະກວດໃນເວທີຕ່າງໆ. ປັດຈຸບັນໄດ້ຢູ່ສັງກັດເວທີຊາຍຫຼໍ່ Mister International Laos ແລະ ຕິດ Top 5 ປະຈຳປີ 2019 ແລ້ວໄດ້ເຫັນທາງ Facebook ເພິ່ນປະກາດວ່າມີການປະກວດເທບພະບຸດນາຄາ ແລະ ມີຄວາມສົນໃຈຢາກໄປປະກວດ.

ສັງກັດຂະບວນການຊາວໜຸ່ມຊາຍຫຼໍ່ລາວ Mister International Laos ເປັນຜູ້ສົ່ງຕົວແທນປະເທດລາວ ເຂົ້າປະກວດໃນເວທີນີ້ ແລະ ຕົນເອງກໍມີຄວາມພ້ອມໃນລະດັບໜຶ່ງຈຶ່ງຖືກຄັດເລືອກໄປປະກວດເວທີນີ້.

ສໍາລັບການກຽມຄວາມພ້ອມຕົນເອງກໍໄດ້ກຽມທາງດ້ານຈິດໃຈ, ສະຕິໃຫ້ພ້ອມ, ຄວາມໝັ້ນໃຈຕ້ອງພ້ອມ, ທີ່ສຳຄັນຮ່າງກາຍຕ້ອງພ້ອມໂດຍຮັກສາຮູບຮ່າງໃຫ້ເບິ່ງດີຂຶ້ນກວ່າເກົ່າ ເພື່ອໄປປະກວດໃນເວທີນີ້ ແລະ ຄວາມພ້ອມທາງວັດທະນະທຳຂອງບ້ານເຮົາ ເພື່ອໄປສະແດງໃຫ້ປະເທດເພື່ອນບ້ານເຮົາຮູ້ວ່າລາວກໍມີດີຄືກັນ.

ສ່ວນຊຸດແມ່ນທາງກອງປະກວດເພິ່ນຈະກຽມໄວ້ໃຫ້ ຈຸດເດັ່ນຄືເປັນເອກະລັກເລື່ອງຂອງພະຍານາກ ແລະ ແມ່ນໍ້າຂອງທີ່ມີຄວາມສຳພັນລະຫວ່າງສອງປະເທດ. ຄວາມຄາດຫວັງໃນເວທີນີ້ແມ່ນຢ່າງໜ້ອຍກໍໃຫ້ໄດ້ເຂົ້າຮ່ວມເປັນໜຶ່ງໃນຂະບວນແຫ່ ຕົນເອງກໍຮູ້ສຶກພາກພູມໃຈແລ້ວ ເພາະງານດັ່ງກ່າວໄດ້ເວົ້າເລື່ອງການຮ່ວມໃຈກັນເຮັດບຸນແຫ່ ແລະ ເປັນພິທີກຳຂອງປ່າ “ ຄຳສະໂນດ ”.

ສິ່ງທີ່ຕົນເອງຈະເກັບກ່ຽວເອົາຄືປະສົບການ, ຄວາມສັດທາຂອງຄວາມເຊື່ອທາງສາສະໜາພຸດຂອງເຮົາ, ຄວາມກະຕັນຍູຮູ້ຄຸນ ແລະ ຮີດຄອງປະເພນີທີ່ປະສົມປະສານລະຫວ່າງ ລາວ – ໄທ ໂດຍເອົາຈຸດເດັ່ນທາງດ້ານຄວາມສາມັກຄີມາພັດທະນາຕົນເອງ ແລະ ຄົນອ້ອມຂ້າງໃຫ້ໜ້າຢູ່ຂຶ້ນ.

ສຸດທ້າຍຮ່ວມເຊຍ ແລະ ເປັນແຮງໃຈໃຫ້ໜຸ່ມໆທີ່ເປັນຕົວແທນເຂົ້າປະກວດໃນເວທີເທບພະບຸດນາຄາ ໃນວັນທີ   25 – 26 ມັງກອນ 2020 ທີ່ຈັງຫວັດອຸດອນ ປະເທດໄທ ຫຼື ສາມາດຕິດຕາມໄດ້ທາງເພຈ໌ Mister International Laos ແລະ ເທບພະບຸດນາຄາໄທແລນ ຮ່ວມໂຫວດໄດ້.

ສາມາດຕິດຕາມຜົນງານຂອງ ໜຸ່ມເສືອ ໄດ້ທາງ Facebook ສ່ວນຕົວ Suea chittakone PhomPhiPhak.

( ຂ່າວ: ນຸ້ມນິ້ມ )

ຮູບ: Suea chittakone Phom-PhiPhak.