5 ປີຜ່ານມາ ເມືອງນາແລ ມີການລົງທຶນ 100 ກວ່າໂຄງການ

453

ເສດຖະກິດເມືອງນາແລ ແຂວງຫຼວງນ້ຳທາ ໄລຍະ 5 ປີຜ່ານມາ ຂະຫຍາຍຕົວຢູ່ໃນ 7,93% ລາຍຮັບສະເລ່ຍຕໍ່ຫົວຄົນ 1.144 ໂດລາ. ສ່ວນການລົງທຶນມີ 100 ກວ່າໂຄງການມູນຄ່າ 96 ຕື້ກວ່າກີບ.

ພາບປະກອບຂ່າວ

ທ່ານ ທຳມະວົງ ບູນຖາວອນ ຮອງເຈົ້າເມືອງນາແລ ກ່າວຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກເມືອງນາແລ ໃນວັນທີ 16 ມັງກອນ 2020 ວ່າ: 5 ປີຜ່ານມາ ເສດຖະກິດຂອງເມືອງໄດ້ມີການຂະຫຍາຍຕົວຕໍ່ເນື່ອງ ແລະ ຖືກທິດໃນລະດັບສະເລ່ຍ 7,93% ລວມຍອດລາຍຮັບພາຍໃນປະຕິບັດໄດ້ 246 ຕື້ກີບ, ທຽບໃສ່ປີ 2014 ເພີ່ມຂຶ້ນ 134 ຕື້ກີບ ເທົ່າກັບ 46%. ໃນນີ້, ຂະແໜງກະສິກໍາ – ປ່າໄມ້ ແລະ ການປະມົງ ເພີ່ມຂຶ້ນ 50%, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 4%, ຂະແໜງການບໍລິການເພີ່ມຂຶ້ນ 57%, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.144 ໂດລາສະຫະລັດ.

ການລົງທຶນທັງໝົດ 113 ໂຄງການ ມູນຄ່າ 96 ຕື້ກີບ, ທຽບໃສ່ແຜນການປະຕິບັດໄດ້ 100%. ໃນນີ້, ການລົງທຶນຂອງລັດມີ 46 ໂຄງການ ມູນຄ່າ 56 ຕື້ກີບ, ທຶນການຊ່ວຍເຫຼືອທາງການເພື່ອການພັດທະນາ ມີ 63 ໂຄງການ ມູນຄ່າ 27,80 ຕື້ກີບ, ມີໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 4 ໂຄງການ ມູນຄ່າ 12,2 ຕື້ກີບ, ສ້າງລາຍຮັບເຂົ້າງົບປະມານທັງໝົດ 127,11 ຕື້ກີບ. ໃນນີ້, ລາຍຮັບຈາກແຂວງດຸນໃຫ້ 115,75 ຕື້ກີບ, ລາຍຮັບພາຍໃນ 11,36 ຕື້ກີບ.

ປະຊາຊົນຢຶດຖືອາຊີບປູກຝັງ – ລ້ຽງສັດ, ມີຊົນລະປະທານ 91 ແຫ່ງ ສາມາດຫົດເນື້ອທີ່ນາລະດູຝົນໄດ້ 233 ເຮັກຕາ, ຫົດເນື້ອທີ່ລະດູແລ້ງໄດ້ 138 ເຮັກຕາ, ໄດ້ເອົາໃຈໃສ່ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕາມ 4 ເນື້ອໃນ, 4 ຄາດໝາຍ, ທົ່ວເມືອງມີ 12 ກຸ່ມບ້ານ. ໃນນີ້, ໄດ້ສ້າງແຜນພັດທະນາເສດຖະກິດ – ສັງຄົມສຳເລັດແລ້ວ 4 ກຸ່ມບ້ານ ມີ 17 ໂຄງການ ມູນຄ່າ 26 ຕື້ກີບ.

ພາບປະກອບຂ່າວ

ປະກາດບ້ານພັດທະນາໄດ້ 38 ບ້ານ, ມີ 4.362 ຄອບຄົວ, ລຶບລ້າງບ້ານທຸກຍາກໄດ້ 38 ບ້ານ, 4.362 ຄອບຄົວ, ປັດຈຸບັນຍັງມີບ້ານທຸກຍາກ 20 ບ້ານ 683 ຄອບຄົວ ທຽບໃສ່ປີ 2014 ຫຼຸດລົງ 19 ບ້ານ ແລະ ສາມາດຮັບຮອງຫັດຖະກຳໄມ້ປ່ອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ, ມີຫົວໜ່ວຍທຸລະກິດທີ່ຂຶ້ນທະບຽນ 271 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 4 ຕື້ກີບ.

ພາບປະກອບຂ່າວ

ທ່ານ ທຳມະວົງ ບູນຖາວອນ ກ່າວຕື່ມວ່າ: ທິດທາງຕໍ່ໜ້າເພື່ອສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ແລະ ຖືກທິດໃນລະດັບ 8,02% ຕໍ່ປີ ລວມຍອດລາຍຮັບພາຍໃນໃຫ້ບັນລຸໄດ້ 411 ຕື້ກີບ. ໃນນີ້, ຂະແໜງກະສິກໍາ ແລະ ປ່າໄມ້ ກວມ 72,30%, ອຸດສາຫະກໍາ ກວມ 11,44%, ການບໍລິການກວມ 16,26% ຂອງລາຍຮັບທັງໝົດ, ສະເລ່ຍລາຍຮັບຕໍ່ຫົວຄົນ ໃຫ້ໄດ້ 1.737 ໂດລາສະຫະລັດ, ຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 10% ຂອງລາຍຮັບທັງໝົດ, ມູນຄ່າສິນຄ້າສົ່ງອອກໃຫ້ໄດ້ 21,89% ຂອງລາຍຮັບທັງໝົດ, ສຸມໃສ່ແກ້ໄຂຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າ, ຮອດປີ 2024 ຄອບຄົວທຸກຍາກຍັງເຫຼືອບໍ່ໃຫ້ເກີນ 10% ຂອງຈໍານວນຄອບຄົວໃນທົ່ວເມືອງ ເຮັດໃຫ້ເມືອງນາແລເປັນເມືອງພົ້ນທຸກ.