ທະນາຄານເອັສທີ ຊ່ວຍເຫຼືອໜ່ວຍກູ້ໄພ 5 ພາກສ່ວນ

159

ທະນາຄານເອັສທີ ຈໍາກັດ ໄດ້ມອບລົດສຸກເສີນ ແລະ ເງິນສະໜັບສະໜູນໃຫ້ແກ່ມູນນິທິກູ້ໄພ 5 ຕົວເມືອງ ໃນນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ: ມູນນິທິຊ່ວຍເຫຼືອຄົນທຸກຍາກ 1623, ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624, ໜ່ວຍກູ້ຊີບອົງການກາແດງລາວສູນກາງ 1625, ມູນນິທິຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນະຄອນຫຼວງ 1630 ແລະ ໜ່ວຍກູ້ໄພພັດທະນາຜາສຸກ.

ຈຸດປະສົງໃນພິທີມອບ – ຮັບລົດສຸກເສີນ ແລະ ເງິນຊ່ວຍເຫຼືອໃນຄັ້ງນີ້ ແມ່ນເພື່ອສະໜັບສະໜູນໃຫ້ແກ່ບັນດາໜ່ວຍກູ້ໄພໄດ້ມີລົດຮັບໃຊ້ເພີ່ມຕື່ມໃນການອໍານວຍຄວາມສະດວກ ແລະ ນໍາສົ່ງຄົນເຈັບໃຫ້ທັນເວລາ ເຊິ່ງທາງ ທະນາຄານເອັສທີ ຈໍາກັດ ໂດຍສະເພາະແມ່ນ ທ່ານ ສີທັດ ໄຊສຸລິວົງ ປະທານສະພາບໍລິຫານ ທະນາຄານເອັສທີ ຈໍາກັດ ກໍໄດ້ເຫັນເຖິງຄວາມສໍາຄັນຂອງວຽກງານໜ່ວຍກູ້ໄພທີ່ຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ ຈຶ່ງໄດ້ນໍາເອົາທຶນສ່ວນຕົວຈໍານວນໜຶ່ງ ແລະ ໄດ້ມີບັນດາບໍລິສັດໃນເຄືອ ເອັສທີ ກຣຸບ ພ້ອມດ້ວຍລູກຄ້າ ທະນາຄານເອັສທີ ຮ່ວມແຮງຮ່ວມໃຈສົມທົບເປັນທຶນ.

ສໍາລັບລົດສຸກເສີນ ແລະ ເງິນທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ທະນາຄານເອັສທີ ຈໍາກັດ ມອບລົດຕູ້ລຸ້ນ H1 AT4x2 ຈໍານວນ 5 ຄັນ ມູນຄ່າ 1 ຕື້ 600 ລ້ານກີບ, ເງິນສະໜັບສະໜູນຈາກ ບໍລິສັດ ໂອສົດສະພາ ( M150 ) ມູນຄ່າ 15 ລ້ານກີບ, ບໍລິສັດ ມິດຕະພາບ ກະສິກໍາ 3 ລ້ານກີບ, ບໍລິສັດ ເມຈິ 3 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 3 ລ້ານກີບ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ 7 ແສນກີບ, ກົມຈັດຕັ້ງພະນັກງານທະນາຄານແຫ່ງ ສປປ ລາວ 3 ແສນກີບ. ລວມມູນຄ່າເງິນສົມທົບທີ່ນໍາມາມອບຄັ້ງນີ້ 25 ລ້ານກີບ ເຊິ່ງແບ່ງໃຫ້ພາກສ່ວນລະ 5 ລ້ານກີບ ແລະ ລວມມູນຄ່າທັງໝົດໃນການມອບໃຫ້ແກ່ໜ່ວຍກູ້ໄພ ແລະ ມູນນິທິທັງໝົດ 1 ຕື້ 625 ລ້ານກີບ.

ໃຫ້ກຽດມອບໂດຍ ທ່ານ ໄຊຍາ ໄຊສຸລິວົງ ຮອງປະທານສະພາບໍລິຫານ ທະນາຄານເອັສທີ ຈໍາກັດ ແລະ ກ່າວຮັບໂດຍ ທ່ານ ພົນຈັດຕະວາ ຄຳຜາຍ ຈັນສີສະໝຸດ ປະທານທີ່ປຶກສາກິດຕິມະສັກ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ, ທ່ານ ສົມສະຫວັນ ຜາງນີວົງ ປະທານໜ່ວຍກູ້ໄພພັດທະນາຜາສຸກ, ນາງ ສຸພາວັນ ປະຖຳມະວົງ ປະທານມູນນິທິຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນະຄອນຫຼວງ, ທ່ານ ນາງ ພູທອນ ພູມສະຫວັນ ແລະ ທ່ານ ນາງ ສີສະຫຼຽວ ທຳມະເທວາ ປະທານທີ່ປຶກສາມູນນິທິຊ່ວຍເຫຼືອຄົນທຸກຍາກ, ທ່ານ ສຸກສາຄອນ ສີພັນດອນ ວິຊາການພະແນກສຸຂະພາບສຸກເສີນ ຄະນະຮັບຜິດຊອບໜ່ວຍກູ້ຊີບອົງການກາແດງລາວ ມີບັນດາຜູ້ບໍລິຫານຂອງ ທະນາຄານເອັສທີ ຈໍາກັດ ພ້ອມດ້ວຍທ່ານເຈົ້າເມືອງ 5 ຕົວເມືອງ ໃນນະຄອນຫຼວງວຽງຈັນເຂົ້າຮ່ວມ.

ພິທີດັ່ງກ່າວຈັດຂຶ້ນໃນຕອນບ່າຍວັນທີ 20 ມັງກອນ 2020 ຜ່ານມາ ທີ່ສໍານັກງານໃຫຍ່ ທະນາຄານເອັສທີ ຈໍາກັດ ນະຄອນຫຼວງວຽງຈັນ.