ປີ 2020 ນວ ຈະສູ້ຊົນໃຫ້ເສດຖະກິດເຕີບໂຕບໍ່ໃຫ້ຫຼຸດ 9,5%

352
DCIM295MEDIADJI_0036.JPG

ການພັດທະນາເສດຖະກິດ – ສັງຄົມ ນະຄອນຫຼວງວຽງຈັນ ( ນວ ) ໃນປີ 2019 ມີຜົນງານພົ້ນເດັ່ນຫຼາຍດ້ານ, ແຕ່ຄຽງຄູ່ກັບຜົນງານດັ່ງກ່າວເຫັນວ່າມີຈຸດອ່ອນຂໍ້ຄົງຄ້າງຫຼາຍດ້ານ ທີ່ຈະຕ້ອງສຸມໃສ່ແກ້ໄຂໃນປີ 2020 ເພື່ອເຮັດແນວໃດໃຫ້ເສດຖະກິດເຕີບໂຕບໍ່ໃຫ້ຫຼຸດ 9,5%.

ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດບາງຄາດໝາຍໃຫຍ່ຂອງແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ ປະຈຳປີ 2019 ແລະ ທິດທາງແຜນການ ປະຈຳປີ 2020 ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ວັນທີ 20 ມັງກອນ 2020 ບາງຕອນວ່າ: ການພັດທະນາເສດຖະກິດ – ສັງຄົມນະຄອນຫຼວງວຽງຈັນ ໃນປີ 2019 ຈີດີພີ ( GDP ) ທົ່ວນະຄອນຫຼວງວຽງຈັນ ບັນລຸ 48.895 ຕື້ກວ່າກີບ, ເພີ່ມຂຶ້ນ 9,58%, ລື່ນແຜນ 0,08%, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 5.699 ໂດລາ. ໃນນັ້ນ, ໂຄງປະກອບດ້ານເສດຖະກິດ ມີ: ຂະແໜງກະສິກຳປ່າໄມ້ ເພີ່ມຂຶ້ນ 3,54% ກວມເອົາ 13,81% ຂອງ GDP, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 12,79% ກວມເອົາ 50,28% ຂອງ GDP, ຂະແໜງບໍລິການ ເພີ່ມຂຶ້ນ 9,30% ກວມເອົາ 34,43% ຂອງ GDP.

ເຖິງວ່າການພັດທະນາເສດຖະກິດ – ສັງຄົມ ປີ 2019 ຈະເຮັດໄດ້ສຳເລັດໂດຍພື້ນຖານຫຼາຍດ້ານ, ແຕ່ຄຽງຄູ່ກັບຜົນງານທີ່ສາມາດປະຕິບັດໄດ້ນັ້ນກໍຍັງເຫັນວ່າມີບາງຈຸດອ່ອນ ແລະ ຂໍ້ຄົງຄ້າງ ດັ່ງນີ້: ຄາດໝາຍການປູກເຂົ້າບໍ່ບັນລຸຫຼາຍກວ່າ 11%, ຕົວເລກຄາດໝາຍດ້ານວັດທະນະທຳ – ສັງຄົມ 17 ຄາດໝາຍຍ່ອຍພວມປະຕິບັດຢູ່ ແລະ ບໍ່ທັນບັນລຸເຕັມ 100% ເປັນຕົ້ນແມ່ນ: ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນຍັງບໍ່ບັນລຸ, ການປະຕິບັດນະໂຍບາຍຕໍ່ຜູ້ອາຍຸສູງ ແລະ ຜູ້ທີ່ມີຜົນງານຕໍ່ປະເທດຊາດຍັງປະຕິບັດໄດ້ໜ້ອຍ.

ສຳລັບການບໍລິຫານຂອງອົງການປົກຄອງ ນວ ຍັງມີຂໍ້ຄົງຄ້າງ ດັ່ງນີ້: ການແກ້ໄຂປາກົດການຫຍໍ້ທໍ້ທາງສັງຄົມ ເຊັ່ນ: ບັນຫາຢາເສບຕິດ, ອຸບັດເຫດຕາມທ້ອງຖະໜົນ, ການໂຈລະກຳ, ສຽງເນືອງນັນທີ່ສົ່ງຜົນກະທົບເຖິງຄວາມບໍ່ສະຫງົບສຸກ ແລະ ຊີວິດຊັບສິນຂອງພົນລະເມືອງ, ການຄວບຄຸມຂອງອົງການປົກຄອງ ນວ ບໍ່ທັນຢັ່ງເລິກຮອດຮາກຖານຢ່າງເຕັມເມັດເຕັມໜ່ວຍ, ບໍ່ທັນເປັນເຈົ້າການໃນການແກ້ໄຂບັນຫາໃນຮາກຖານຂອງຕົນ ແລະ ການແກ້ໄຂຂໍ້ຂັດແຍ່ງ ແລະ ຄະດີຄວາມດ້ານທີ່ດິນ ເຊິ່ງເປັນບັນຫາສຳຄັນຫຼາຍ.

ທ່ານກ່າວຕື່ມວ່າ: ສຳລັບແຜນພັດທະນາເສດຖະກິດ – ສັງຄົມ ໃນປີ 2020 ນວ ໄດ້ວາງຄາດໝາຍ ແລະ ວຽກຈຸດສຸມ ດັ່ງນີ້: ຕ້ອງຊຸກຍູ້ການເຕີບໂຕຂອງເສດຖະກິດ, ຍົກລະດັບລາຍຮັບໃຫ້ສູງຂຶ້ນ, ເຮັດແນວໃດໃຫ້ການເພີ່ມຂຶ້ນຂອງລາຍຮັບເຕີບໂຕລື່ນປີ 2019 ບໍ່ໃຫ້ຫຼຸດ 9,5%, ມູນຄ່າຂອງ GDP ບັນລຸ 54.080 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 6.120 ໂດລາ, ພະຍາຍາມປັບປຸງໂຄງສ້າງດ້ານເສດຖະກິດພາຍໃນໄດ້ ດັ່ງນີ້: ກະສິກຳປ່າໄມ້ ເພີ່ມຂຶ້ນ 4,5% ກວມເອົາ 14% ຂອງ GDP; ອຸດສາຫະກຳ ເພີ່ມຂຶ້ນ 12,5% ກວມເອົາ 49% ຂອງ GDP ແລະ ການບໍລິການ ເພີ່ມຂຶ້ນ 10% ກວມເອົາ 37% ຂອງ GDP.