ມາສເຕີ 7 ເສີມ 4 ນັກເຕະລາວ- 2 ນັກເຕະຕ່າງປະເທດ ລຸຍເຕະບານ ເອເອັບຊີ ຄັບ ອອກເດີນທາງມື້ນີ

111

ມາສເຕີ 7 ເອັຟຊີ ຕົກລົງເສີມ 4 ນັກເຕະທີມຊາດລາວ ຊຸດໃຫຍ່ ປະກອບມີ ທົດນິລາດ ສີບຸນເຮືອງ, ແສງວິໄລ ຈັນທາສີຣິ, ຄຸນສົມບັດ ພົມມະໄຊ ແລະ ທິນນະກອນ ວົງສາ ພ້ອມກັບອີກ 2 ນັກເຕະຕ່າງຊາດ ລຸຍການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2020 ຮອບເພອອຟ 2 ນັດ ກັບ ສະໂມສອນ PREAH KHAN REACH SVAY RIENG FC ຈາກປະເທດກຳປູເຈຍ ຫຼ້າສຸດອອກເດີນທາງໄປກໍາປູເຈຍ ໃນຕອນບ່າຍຂອງວັນທີ 20 ມັງກອນ ເພື່ອລົງສະໜາມນັດທໍາອິດໃນວັນທີ 22 ມັງກອນ 2020 ທີ່ກໍາປູເຈຍ

ອີງຕາມການໃຫ້ສຳພາດຂອງ ທ່ານ ບຸນຖະໜອມ ສີຫາລາດ ຜູ້ຈັດການທີມສະໂມສອນ ມາສເຕີ 7ເອັຟຊີ ວ່າ: ສະໂມສອນ ມາສເຕີ 7 ເອັຟຊີ ຮອງແຊັມ ເປບຊີ ລາວພຣີເມຍລີກ 2019 ຄວ້າສິດການແຂ່ງຂັນ ເອເອັຟຊີ ຄັບ 2020 ຮອບເພລອ໊ອຟ ໄດ້ມີການຄວ້າຕົວ 4 ນັກເຕະທີມຊາດລາວ ຊຸດໃຫຍ່ ມາເສີມທີມເປັນທີ່ຮຽບຮ້ອຍແລ້ວ ປະກອບມີ ທົດນິລາດ ສີບຸນເຮືອງ ຈາກສະໂມສອນສະໝຸດປາການ ທີມໃນໄທລີກ 4, ແສງວິໄລ ຈັນທາສີຣິ ກອງກາງປະສົບການສູງຈາກສະໂມສອນ ກະບີ່ ເອັຟຊີ ທີມໃນໄທລີກ 3 ຂອງປະເທດໄທ, ຄຸນສົມບັດ ພົມມະໄຊ ແລະ ທິນນະກອນ ວົງສາ 2 ກອງຫຼັງປະສົບການສູງຈາກສະໂມສອນ ປກສ ເອັຟຊີ. ນອກຈາກນັ້ນ, ເຮົາຍັງໄດ້ມີການເສີມນັກເຕະຕ່າງຊາດຢ່າງ Islam Shamshiev ກອງກາງຊາວກຽກກິດສະຖານ ແລະ Coulibaly Souletmane ຈາກປະເທດມາລິ ( mali ) ມາເສີມທີມອີກດ້ວຍ.

“ ແນ່ນອນລາຍການນີ້ ເປັນລາຍການໃຫຍ່ ແລະ ເປັນຄັ້ງທໍາອິດຂອງ ມາສເຕີ 7 ເອັຟຊີ ເປັນການທົດສອບ ແລະ ຄວາມທ້າທາຍຄັ້ງໃຫຍ່ ເນື່ອງຈາກ PREAH KHAN REACH SVAY RIENG FC ເປັນທີມທີ່ໃຫຍ່ ແລະ ມີປະສົບການຫຼາຍກວ່າ ໂດຍສະເພາະນັກເຕະເຂົາເຈົ້າຈະມີປະສົບການຫຼາຍກວ່າ. ຢ່າງໃດກໍຕາມ ມາຮອດຕອນນີ້ ການກຽມພ້ອມຂອງ ມາສເຕີ 7 ເອັຟຊີ ພ້ອມແລ້ວ ແລະ ຈະເຮັດໃຫ້ດີທີ່ສຸດ ”.

ສໍາລັບ ມາສເຕີ 7 ເອັຟຊີ ໄດ້ສິດໄປແຂ່ງຂັນໃນຮອບເພລອອຟ 2 ນັດ, ເຊິ່ງຈະພົບກັບ PREAH KHAN REACH SVAY RIENG FC ຈາກປະເທດກຳປູເຈຍ ໂດຍນັດທຳອິດຈະແຂ່ງຂັນໃນວັນທີ 22 ມັງກອນ 2020 ທີ່ປະເທດກຳປູເຈຍ, ສ່ວນນັດທີ ສອງ ຈະແຂ່ງຂັນໃນວັນທີ 29 ມັງກອນ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ຖ້າຫາກວ່າທີມໃດສາມາດຜ່ານເຂົ້າຮອບໄດ້ ຈະຢູ່ຮ່ວມກຸ່ມ G.

ສ່ວນກຸ່ມ G ປະກອບມີ:

1 Ceres Negros FC ຈາກປະເທດຟີລິບປິນ

2 Than Quang Ninh ຈາກປະເທດຫວຽດນາມ

3 Bali United FC ຫຼື ທີມອັນດັບ 3 ລີກ ປະເທດອິນໂດເນເຊຍ.

4 ທີມຊະນະໃນຮອບເພລອອຟລະຫວ່າງ ມາສເຕີ້ ເຊເວັ້ນ ເອັຟຊີ ຫຼື PREAH KHAN REACH SVAY RIENG FC.

(ຄໍາສອນ; ຮູບຈາກ: ມາສເຕີ 7 ເອັຟຊີ)