ທະຫານແຂວງຈຳປາສັກ ເລົ່າຄືນມູນເຊື້ອກອງທັບລາວ ຄົບຮອບ 71 ປີ

159

ກອງບັນຊາການທະຫານ ແຂວງຈຳປາສັກ ໄດ້ຈັດພິທີລະນຶກວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ຂຶ້ນໃນວັນທີ 20 ມັງກອນ 2020 ນີ້ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ  ບຸນຖອງ ດີວິໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ສະຫາຍ ບຸກມາກ ວິລະວົງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ສະຫາຍ ພົນຈັດຕະວາ ສຸໄກ ພີມມະສານ ເລຂາອົງຄະນະພັກ ຫົວໜ້າການທະຫານກອງບັນຊາການ ແຂວງ, ມີຄະນະນຳແຂວງ, ກອງບັນຊາການທະຫານແຂວງ, ນາຍ ແລະ ພົນທະຫານ,ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ສຸໄກ ພີມມະສານ ໄດ້ຂຶ້ນກ່າວປາໄສຫວນຄືນມູນເຊື້ອກອງທັບປະຊາຊົນລາວຕະຫຼອດໄລຍະ 71ປີ ( 20 ມັງກອນ 1949 – 20 ມັງກອນ 2020 ) ໂດຍຍົກໃຫ້ເຫັນຄວາມພິລະອາດຫານ, ຕໍ່ສູ້ລະອິດລະອ້ຽວ ຂອງກອງທັບປະຊາຊົນລາວພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ເປັນຕົ້ນມູນເຊື້ອສູ້ຮົບມີໄຊໃນການດັບສູນ, ຂັບໄລ່ພວກຈັກກະພັດລ່າເມືອງຂື້ນ ທັງເກົ່າ ແລະ ໃໜ່ ໃນໄລຍະເຮັດການປະຕິວັດປົດປ່ອຍຊາດ ຈົນສາມາດສະຖາປານາ ສປປລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975. ຕະຫຼອດຮອດໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືປັດຈຸບັນ ກອງທັບປະຊາຊົນລາວໄດ້ຕີບໃຫຍ່ເຂັ້ມແຂງຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ ແລະ ຫັນໄປສູ່ທັນສະໄໜເທື່ອລະກ້າວ.

ໂອກາດນີ້, ສະຫາຍ ປອ ບຸນຖອງ ດີວິໄຊ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະຂອງກອງທັບປະຊາຊົນລາວເວົ້າລວມ ເວົ້າສະເພາະ ຜົນງານຂອງນາຍ ແລະ ພົນທະຫານຂອງກອງບັນຊາການທະຫານແຂວງທີ່ຍາດມາໄດ້ໃນຕະຫຼອດໄລຍະ 71 ປີ ແລະ ຖືໂອກາດສະແດງຄວາມເປັນຫວ່ງເປັນໄຍມາຍັງນາຍ ແລະ ພົນທະຫານທຸກຖ້ວນໜ້າທີ່ປະຈຳການຢູ່ທ້ອງຖີ່ນຮາກຖານ, ຊາຍແດນເຂດຫ່າງໄກສອກຫຼີກ, ປີ່ນປົວສຸຂະພາບຢູ່ໂຮງໝໍແຫ່ງຕ່າງໆ ຈົ່ງມີສຸຂະພາບພາລະໄມເຂັ້ມແຂງ, ແຂງແຮງ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຢ່າງເບີກບານມ່ວນຊື່ນ, ເພີ່ມທະວີຄວາມສາມັກຄີອ້ອມຂ້າງພັກ ສືບຕໍ່ເຮັດໜ້າທີ່ເປັນກໍາອັນແໜ້ນແກ່ນທີ່ຊາດ ແລະ ປະຊາຊົນມອບໜາຍໃຫ້ຢ່າງມີໄຊ, ສູ້ຊົນຍາດໃຫ້ໄດ້ຜົນງານໃໝ່ໃຫຍ່ຫຼວງກ່ວາເກົ່າມາສູ່ແຂວງຈຳປາສັກຢ່າງບໍ່ຢຸດຢັ້ງ.

ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 71 ປີ ( 20 ມັງກອນ 1949 – 20 ມັງກອນ 2020 ) ການນຳແຂວງຈຳປາສັກນຳໂດຍ ສະຫາຍ ໜູຈັນ ຈັນທະພົງ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ ພ້ອມດ້ວຍຄະນະກຳລັງປ້ອງການຊາດ- ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ,ວັດທະນະທຳ-ສັງຄົມ ແລະ ພາກສ່ວນອົງການຈັດຕັ້ງສັງຄົມອື່ນໆໃນທົ່ວແຂວງ ຍັງໄດ້ເຂົ້າຮ່ວມພີທີວາງພວງມາລາທີ່ອະນຸສາວະລີ ນັກຮົບນິດສະນາມ ແລະ ຈູດທູບທຽນທີ່ອະນຸສອນສະຖານປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສັນລະເສີນຊົມເຊີຍ ວັນສ້າງຕັ້ງກອງທັບ ແລະ ລະນຶກເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ,ບັນດານັກຮົບປະຕິວັດ ບັນພະບູລຸດລາວ ແລະປະຊາຊົນບັນດາເຜົ່າທີ່ເສຍສະຫຼະຊີວິດເລືອດເນື້ອເພື່ອປະເທດຊາດອີກດ້ວຍ.

ທີ່ມາ: Champasak RADIO Station100,7 Mhz