ສະພາປະຊາຊົນນະຄອນຫຼວງວຽງຈັນ ໄຂກອງປະຊຸມ, ນຳ 8 ບັນຫາພື້ນຖານເຂົ້າພິຈາລະນາ

344

ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ມັງກອນ 2020 ທີ່ສໍານັກງານຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ.

ໂດຍປະຕິບັດຕາມ ມາດຕາ 60 ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ, ກອງປະຊຸມຄັ້ງນີ້, ຈະສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານ 7 ບັນຫາຂອງນະຄອນຫຼວງ ດັ່ງນີ້:

1 ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງ ທ່ານ ເຈົ້າຄອງ ນະຄອນຫຼວງ ກ່ຽວກັບຜົນຂອງ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020 ຂອງນະຄອນຫຼວງ.

2 ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານປີ 2019 ແລະ ທິດທາງແຜນການ ປີ 2020 ຂອງອົງການກວດສອບປະຈໍາພາກກາງ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປີ 2018 ຂອງນະຄອນຫຼວງ.

3 ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ປະຈໍາປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2020 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນະຄອນຫຼວງ.

4 ພິຈາລະນາປະເມີນຜົນການປະຕິບັດຫນ້າທີ່ຂອງບຸກຄະລາກອນດໍາລົງຕໍາແຫນ່ງ ທີ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.

5 ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2020 ຂອງສະພາປະຊາຊົນ ນະຄອນຫຼວງ.

6 ຮັບຟັງການປະກອບຄໍາເຫັນຂອງອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຕໍ່ບົດລາຍງານ ປະ ຈໍາປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປີ 2020 ຂອງ ສະພາປະຊາຊົນ ນະຄອນຫຼວງ ພ້ອມທັງໄດ້ຮັບຟັງການອະທີບາຍຊີ້ແຈງບາງບັນຫາທີ່ພົ້ນເດັ່ນ ແລະ ສໍາຄັນຈໍານວນຫນຶ່ງ ຂອງນະຄອນຫຼວງ.

7 ພິຈາລະນາ ແລະ ຮັບຮອງເອົາ ຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ຈໍານວນ 04ສະບັນ: 1) ຮ່າງຂໍ້ຕົກລົງ ວ່າດ້ວຍການປະເມີນຫົວໜ່ວຍລາຄາທີ່ດິນ ທົ່ວນະຄອນຫຼວງວຽງຈັນ; 2) ຮ່າງຂໍ້ຕົກລົງ ວ່າດ້ວຍການພັດທະນາ ນະຄອນຫຼວງວຽງຈັນ ໃຫ້ເປັນຕົວເມືອງສີຂຽວ (ສ ສີຂຽວ): 3) ຮ່າງຂໍ້ຕົກລົງ ວ່າດ້ວຍໂຄງການສ້າງນະຄອນຫຼວງວຽງຈັນ ສະຫວ່າງ (ສ ສະຫວ່າງ): 4) ຮ່າງຂໍ້ຕົກລົງ ວ່າດ້ວຍການຄວບຄຸມສຽງເນືອງນັ້ນ ຢູ່ນະຄອນຫຼວງວຽງຈັນ.

8 ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກອົງການປົກຄອງນະຄອນຫຼວງ ບາງຕໍາແໜ່ງ. ນອກນີ້, ກອງປະຊຸມຍັງຈະໄດ້ຮັບຟັງການອະທິບາຍຊີ້ແຈງ ບາງບັນຫາທີ່ພົ້ນເດັ່ນ ແລະ ສຳຄັນຈຳນວນໜຶ່ງຂອງນະຄອນຫຼວງວຽງຈັນຕື່ມອີກ.