ໄຟປ່າອົດສະຕຣາລີທໍາລາຍອຸດສາຫະກໍາການທ່ອງທ່ຽວ-ການລ້ຽງສັດ

113

ໄຟປ່າອົດສະຕຣາລີສະເທືອນອຸດສາຫະກໍາການທ່ອງທ່ຽວ ແລະ ການລ້ຽງສັດໂດຍໄຟປ່າເຫຼົ່ານີ້ຍັງຄົງສ້າງຄວາມເສຍຫາຍໄດ້ຢ່າງບໍ່ຢຸດຢ່ອນ,ຂະນະທີ່ສະພາບອາກາດທີ່ຈະເກີດຂຶ້ນຍັງສ່ຽງເຮັດໃຫ້ເກີດໄຟປ່າໄດ້ອີກ.

ໄຟປ່າອົດສະຕຣາລີຍັງຮ້ອນແຮງ ແລະ ບໍ່ຢຸດເຜົາຜານເນື້ອທີ່ກວ້າງໃຫຍ່ໃນປະເທດນີ້ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດຢ້ານບໍ່ກ້າມາທ່ຽວຈົນນາຍົກລັດຖະມົນຕີຕ້ອງເຊີນຊວນໃຫ້ນັກທ່ອງທ່ຽວຕ່າງປະເທດມາທ່ຽວເຖິງວ່າທາງການເຕືອນວ່າໄຟປ່າອາດຈະລຸກລາມຂຶ້ນອີກ.

ລະຫວ່າງການຢ້ຽມຢາມເກາະຈິງໂຈ້ສະຖານທີ່ທ່ອງທ່ຽວຊົມສັດປ່າຊື່ດັງນອກແຄມຝັ່ງທະເລທາງພາກໃຕ້ຂອງອົດສະຕຣາລີທີ່ຖືກໄຟປ່າເຜົາໄໝ້ເຖິງ2ຄັ້ງໃນໄລຍະບໍ່ເທົ່າໃດອາທິດີທີ່ຜ່ານມາທ່ານ ສະກ໊ອດ ມໍຣິສັນ ນາຍົກລັດຖະມົນຕີພົບປະກັບນັກທຸລະກິດທ່ອງທ່ຽວ ແລະ ກະສິກອນລ້ຽງສັດປະກາດນະໂຍບາຍບັນເທົາທຸກເປັນຈໍານວນເງິນ11ລ້ານໂລດລາອົດສະຕຣາລີ.

ນາຍົກອົດສະຕຣາລີກ່າວວ່າ:ອົດສະຕຣາລີຍັງເປັນສະຖານທີ່ຖືກຕາຕ້ອງໃຈນັກທ່ອງທ່ຽວທັງໃນ ແລະ ຕ່າງປະເທດໃຫ້ພາຄອບຄົວມາທ່ຽວຫາຄວາມສຸກໃນວັນພັກຕ່າງໆເຖິງວ່ວາເນື້ອທີ່1/3ຂອງເກາະຈິງໂຈ້ຈະເສຍຫາຍໜັກ,ແຕ່ເນື້ອທີ່ອີກ2/3ຍັງເປີດ ແລະ ພ້ອມສໍາລັບທຸລະກິດ,ການຮັກສາເສດຖະກິດທ້ອງຖິ່ນໃຫ້ດໍາລົງຢູ່ໄດ້ໃນໄລຍະນີ້ຖືເປັນເລື່ອງຍາກ.

ປັດຈຸບັນ,ແປວໄຟເຜົາຜານປ່າໃນອົດສະຕຣາລີກິນເນື້ອທີ່ເກືອບ1ລ້ານເຮັກຕາໃຫຍ່ເທົ່າສ.ເກົາຫຼີ;ປະຊາກອນຫຼາຍພັນຄົນຕ້ອງອົບພະຍົບອອກຈາກບ້ານເຮືອນໃນຂົງເຂດຫ່າງໄກສອກຫຼີກ.ໃນຫຼາຍເມືອງໄຟປ່າ ແລະ ການຄົມມະນາຄົມໃຊ້ການບໍ່ໄດ້,ບາງເມືອງນໍ້າດື່ມຂາດແຄນ.ຂະນະດຽວກັນຄວັນໄຟກໍແຜ່ປົກຄຸມເຖິງນະຄອນ ຊິດນີ,ເມວເບິນ ແລະ ນະຄອນຫຼວງ ແຄນເບີຣາກາຍເປັນເມືອງທີ່ມີມົນລະພິດທາງອາກາດຫຼາຍທີີ່ສຸດໃນໂລກໄປແລ້ວ.

ອົງການອຸຕຸນິຍົມວິທະຍາໂລກແຫ່ງອົງການສະຫະປະຊາຊາດຫຼືສປຊລາຍງານວ່າ:ຄວັນໄຟປ່າລ່ອງລາຍໄປທົ່ວມະຫາສະໝຸດປາຊີຟິກສົ່ງຜົນກະທົບເຖິງຫຼາຍເມືອງໃນອາເມຣິກາລາຕິນ ແລະ ອາດຈະໄປເຖິງຂົ້ວໂລກໃຕ້.

ວິກິດໄຟປ່າໃນຄັ້ງນີ້ບໍ່ພຽງແຕ່ມະນຸດເທົ່ານັ້ນທີ່ເດືອດຮ້ອນ,ນັກນິເວດວິທະຍາຈາກມະຫາວິທະຍາໄລຊິດນີປະເມີນຈໍານວນສັດຕາຍຫຼືບາດເຈັບຈາກໄຟໄໝ້ເພີ່ມ2ເທົ່າເປັນ1.000ລ້ານໂຕ.

ສ່ວນຄວາມຊ່ວຍເຫຼືອຕໍ່ປະຊາຊົນ,ການນໍາທ້ອງຖິ່ນຮຽກຮ້ອງປະຊາຊົນບໍລິຈາກເງິນແທນອາຫານຫຼືເຄື່ອງນຸ່ງຫົ່ມເນື່ອງຈາກຕອນນີ້ສິ່ງຂອງເຄື່ອງໃຊ້ບໍ່ຈໍາເປັນກອງກັນເຕັມຕາມບ້ານຕ່າງໆໂດຍຜູ້ທີ່ຕ້ອງການບໍລິຈາກຂໍໃຫ້ກວດກາໃຫ້ດີເນື່ອງຈາກມີກຸ່ມຄົນບໍ່ດີຈໍານວນໜຶ່ງຕົວະຢົວະຫຼອກລວງທາງອິນເຕີເນັດ.

ໄພທໍາມະຊາດໃນຄັ້ງນີ້ເຮັດໃຫ້ຜູ້ນໍາອົດສະຕຣາລີຕ້ອງນໍາເງິນງົບປະມານ2ຕື້ໂດລາອົດສະຕຣາລີສ້າງຕັ້ງສໍານັກງານກູ້ໄພປ່າແຫ່ງຊາດຂຶ້ນ.

ຫຼັງໄຟໄໝ້ສວນສັດຫຼາຍແຫ່ງຂໍກໍາລັງເຈົ້າໜ້າທີີ່ນໍາລົດບັນທຸກສົ່ງຟາງ,ຜັກ ແລະ ນໍ້າແບບເລັ່ງດ່ວນມາຊ່ວຍຊີວິດສັດຖືວ່າເປັນຄວາມໂຊກດີຂອງພວກມັນ.ຂະນະທີ່ສັດປ່າອີກຫຼາຍລ້ານໂຕຕ້ອງລົ້ມຕາຍຕະຫຼອດຮອດສັດລ້ຽງຂອງປະຊາຊົນໃຫ້ກັບໄຟປ່າ.

ດ້ານສະພາປະກັນໄພແຫ່ງອົດສະຕຣາລີໃຫ້ຮູ້ວ່າ:ຂະນະນີ້ມີຄົນຍື່ນຂໍເອົາປະກັນແລ້ວ700ລ້ານໂດລາອົດສະຕຣາລີ,ຄາດຄະເນວ່າຈະເພີ່ມຂຶ້ນອີກ.ລັດຖະບານຈັດສັນງົບປະມານເບື້ອງຕົ້ນ2ຕືໂດລາອົດສະຕຣາລີເປັນກອງທຶນຟື້ນຟູແຫ່ງຊາດຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຄວາມເສຍຫາຍ.