ແຈ້ງຂ່າວດີ! ມີແຜເປັນຈາກໄຟໄໝ້, ນໍ້າຮ້ອນລວກ ປິ່ນປົວຟຣີ ທີ່ໂຮງໝໍມະໂຫສົດ

209

ຂ່າວດີມາອີກແລ້ວ ສຳລັບພີ່ນ້ອງຊາວນະຄອນຫຼວງວຽງຈັນ ຫຼື ຜູ້ທີ່ອາໄສຢູ່ບັນດາແຂວງໃກ້ຄຽງ ທີ່ມີແຜເປັນຈາກການເກີດອຸບັດຕິເຫດ ທີ່ເກີດຈາກໄຟໄໝ້ ຫຼື ນໍ້າຮ້ອນລວກ ຈະໄດ້ຮັບການປິ່ນປົວໂດຍບໍ່ໄດ້ເສຍຄ່າ ຈາກທິມແພດຜູ້ຊ່ຽວຊານຜ່າຕັດ ອົດສະຕຣາລີ-ນີວຊີແລນ ຮ່ວມກັບ ທີມແພດຊ່ຽວຊານຂອງໂຮງໝໍມະໂສສົດ ນະຄອນຫຼວງວຽງຈັນ ໃນວັນທີ 9-21 ກຸມພາ 2020 ນີ້.

ສຳລັບທ່ານໃດສົນໃຈ ຢາກໄປປິ່ນປົວ ກະລຸນາພົວພັນພະແນກຜ່າຕັດ-ຕົບແຕ່ງ, ໂຮງໝໍມະໂຫສົດ ໂດຍເລີ່ມກວດກາຄົນເຈັບໃນວັນອາທິດ ທີ 9 ກຸມພາ 2019 ຢູ່ຕຶກຜ່າຕັດຊັ້ນ 2 ທີ່ໂຮງໝໍມະໂຫສົດ.

ສ່ວນຄົນເຈັບທີ່ໄດ້ຮັບການປິ່ນປົວ ແລະ ໄດ້ເຂົ້ານອນໂຮງໝໍ ຈະໄດ້ຮັບການຊ່ວຍເຫຼືອຈາກ ກຸ່ມລາວສາກົນ ເພື່ອການສະໜັບສະໜູນ ໃນການຈ່າຍຄ່າເດີນທາງຈາກບ້ານຂອງຄົນເຈັບມາໂຮງໝໍ ແລະ ຄ່າອາຫານໃຫ້ຄົນເຈັບ ແລະ ຜູ້ຕິດຕາມ 1 ຄົນ ໃນໄລຍະນອນໂຮງໝໍ.