ຕ້ອງຊ່ວຍກັນຫຼຸດຜ່ອນອຸບັດຕິເຫດ! 2019 ເສຍຊີວິດ 1000 ກວ່າຄົນຍ້ອນລົດຕຳກັນ

391

ທ່ານຜູ້ຊົມອຸບັດຕິເຫດເປັນສິ່ງທີ່ບໍ່ມີໃຜປາຖະໜາຢາກໃຫ້ເກີດຂຶ້ນ ແຕ່ກໍ່ບໍ່ໝາຍຄວາມວ່າຈະຫຼີກລ່ຽງບໍ່ໄດ້ ຖ້າທຸກຄົນຊ່ວຍກັນ ເປັນຕົ້ນເມົາແລ້ວບໍ່ຂັບ, ຂັບດ້ວຍຄວາມລະມັດລະວັງຄ່ອຍໄປຄ່ອຍມາ ໃຫ້ກຽດເຊິ່ງກັນລະກັນ ບໍ່ລັດໜ້າແຊງຫຼັງໂດຍບໍ່ຮັບປະກັນ ທັງໝົດນີ້ຖ້າທຸກຄົນຮ່ວມມືກັນກໍ່ຈະສາມາດຫຼຸດຜ່ອນການເກີດອຸບັດຕິເຫດທາງທ້ອງຖະໜົນ ຫຼື ຢ່າງໜ້ອຍກໍ່ຊ່ວຍຫຼຸດຜ່ອນຄວາມຮຸນແຮງຂອງອຸບັດຕິເຫດໄດ້.

ອີກຄັ້ງໜຶ່ງທີ່ຕ້ອງເອົາຕົວເລກທີ່ບໍ່ເພິ່ງປາຖະໜາມາອອກຂ່າວ ເພື່ອເປັນການເຕືອນສະຕິທຸກຄົນໃຫ້ປີ 2020 ນີ້ຍອດຜູ້ບາດເຈັບ ແລະເສຍຊີວິດຈາກອຸບັດຕິເຫດຫຼຸດລົງ ເຊິ່ງຕາມລາຍງານຈາກກົມຕຳຫຼວດຈະລາຈອນ ໃຫ້ຮູ້ວ່າ: ໃນຕະຫຼອດໄລຍະ 1 ປີຜ່ານມາ ອີງຕາມສະຖິຕິອຸປະຕິເຫດທົ່ວປະເທດ 2019 ມີອຸບັດຕິເຫດທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດເພີ່ມຂຶ້ນ ແລະ ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແກ່ຊີວິດ ແລະ ຊັບສິນຕ່າງໆຂອງຜູ້ໃຊ້ລົດໃຊ້ຖະໜົນ, ຍອດອຸບັດຕິເຫດເກີດຂຶ້ນ ທັງໝົດ 6.616 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ ທັງໝົດ 1.134 ຄົນ ບາດເຈັບ 10.644 ຄົນ ພາຫະນະເປ່ເພ 11.642 ຄັນ ສ້າງຄວາມເສຍຫາຍ ທັງໝົດ 101 ຕື້ກວ່າກີບ.

ໃນນັ້ນ, ແຂວງທີ່ເກີດອຸປະຕິເຫດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ຈໍານວນ 1.250 ຄັ້ງ ມີຜູ້ເສຍຊີວິດທັງໝົດ 235 ຄົນ, ບາດເຈັບ 1.888 ຄົນ ແລະ ພາຫະນະເປ່ເພ 2.444 ຄັນ ສ້າງຄວາມເສຍຫາຍຫຼາຍກວ່າ 15 ຕື້ກີບ.

ປັດຈຸບັນ, ໄດ້ດຳເນີນຄະດີແລ້ວ 579 ກໍລະນີ, ໂຈະການດຳເນີນຄະດີ 360 ກໍລະນີ, ຊັດມ້ຽນ 6.719 ກໍລະນີ ແລະ ໄດ້ສົ່ງຕໍ່ໄປດໍາເນີນທີ່ໄອຍະການ ຈໍານວນ 589 ກໍລະນີ.

ຜ່ານການສືບສວນ-ສອບສວນ ເຫັນວ່າ ສາເຫດທີ່ພາໃຫ້ເກີດອຸປະຕິເຫດສ່ວນຫຼາຍແມ່ນມາຈາກບໍ່ມີໃບຂັບຂີ່ ຈຳນວນ 3.218 ຄັ້ງ, ດື່ມເຫຼົ້າ 1.662 ຄັ້ງ, ອາຍຸບໍ່ເຖິງ 864 ຄັ້ງ ແລະ ສາເຫດອື່ນໆອີກ 1.567 ຄັ້ງ. ໃນນັ້ນ, ພາກສ່ວນຮ່ວມເກີດອຸປະຕິເຫດມີທັງໝົດ 14.513 ຄົນເຊັ່ນ: ປະຊາຊົນ 5.670 ຄົນ, ກໍາມະກອນ 3.021 ຄົນ, ນັກຮຽນ 2.682 ຄົນ, ພະນັກງານ 1.590 ຄົນ, ທະຫານ 547 ຄົນ, ຕໍາຫຼວດ 284 ຄົນ ແລະ ຊາວຄ່າງປະເທດ 719 ຄົນ.

ສຸດທ້າຍນີ້ ຝາກຜູ້ໃຊ້ລົດໃຊ້ຖະໜົນທຸກຄົນຈົ່ງ ເພີ່ມຄວາມລະມັດລະວັງການຂັບຂີ່ລົດບໍ່ໃຫ້ປະໝາດຂາດສະຕິ ອັນສຳຄັນແມ່ນຮັກສາກົດລະບຽບການຈະລາຈອນ ໃຫ້ກຽດເຊິ່ງກັນ ແລະ ກັນໃນທ້ອງຖະໜົນ ເພື່ອຄວາມປອດໄພຂອງຕົວເຮົາເອງ, ຄອບຄົວ ແລະສັງຄົມ.