ຊົມເຊີຍ! 12 ບ້ານຢູ່ເມືອງ ອາດສະພອນ ປະກາດເປັນບ້ານວັດທະນະທຳ

90

ພິທີປະກາດ 12 ບ້ານຂອງເມືອງອາດສະພອນ ແຂວງສະຫວັນນະເຂດ ເປັນບ້ານວັດທະນະທຳໃໝ່ຢູ່ 2 ຈຸດຄື: ບ້ານຕາດຂາແດງ ແລະ ບ້ານນາທົ່ມຂຶ້ນໃນລະຫວ່າງວັນທີ 16-17 ມັງກອນ 2020 ຜ່ານມາ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສີພັນ ສຸວັນນະສານ ຮອງເລຂາພັກເມືອງ ທ່ານ ສົມພອນ ວິໄລວົງ ຫົວໜ້າຂະແໜງວັດທະນະທຳ, ທ່ານ ສີສຸກ ເທບທານີ ຮອງເຈົ້າເມືອງຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ຈຳປາ ລົດປະທຸມ ນາຍບ້ານ ນາທົ່ມ ກໍ່ໄດ້ຕາງໜ້າແຕ່ລະບ້ານຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານການສ້າງບ້ານວັດທະນະທຳ ປະຈຳປີ 2019 ແລະ ທິດທາງແຜນການປີ 2020ວ່າ: ບ້ານນາທົ່ມມີທັງໝົດ 247 ຫຼັງຄາ, ມີ 321 ຄອບຄົວ, ພົນລະເມືອງທັງໝົດ 1.682 ຄົນ, ຍິງ 853 ຄົນ, ປະຊາຊົນສ່ວນໃຫຍ່ແມ່ນຊົນເຜົ່າຜູ້ໄທ, ເຊື່ອຖືສາສະໜາດພຸດ, ຍຶດຖືອາຊີບເຮັດນາປູກຝັງ-ລ້ຽງສັດເປັນຕົ້ນຕໍ ແລະ ຄ້າຂາຍເປັນສຳຮອງ, ມີເນື້ອທີ່ນາປີທັງໝົດ 452,73 ເຮັກຕາ, ສະມັດຕະພາບການຜະລິດ 3,5 ໂຕນ/ຕໍ່ເຮັກຕາ. ນອກຈາກປູກເຂົ້າແລ້ວປະຊາຊົນຍັງໄດ້ປູກອ້ອຍສົ່ງຂາຍເປັນສິນຄ້າ ໃນເນື້ອທີ່ທັງໝົດ 177,28 ເຮັກຕາ.

ສຳລັບການປະກາດນາມມະຍົດບ້ານວັດທະນະທຳໃໝ່ນີ້ ມີທັງໝົດ 12 ບ້ານ, ມີ 1.495 ຄອບຄົວ, ມາຮອດປັດຈຸບັນເມືອງອາດສະພອນ ສາດມາດປະກາດເປັນບ້ານວັດທະນະທຳ ໄດ້ແລ້ວ 57 ບ້ານ, ມີຄອບຄົວວັດທະນະທຳທັງໝົດ 8.299 ຄອບຄົວ, ຈາກຈຳນວນບ້ານທົ່ວເມືອງແມ່ນ 70 ບ້ານ ຖືວ່າຍັງອີກ 13 ບ້ານເທົ່ານັ້ນ ກໍ່ຈະສາມາດປະກາດເປັນບ້ານວັດທະນະທຳທັງໝົດ ໃນທົ່ວເມືອງ.

ໃນພິທີ ທ່ານ ສົມນຶກ ແກ້ວສີຖາທິລາດ ຫົວໜ້າຫ້ອງການ ຖວທ ເມືອງ ກໍ່ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຮອງຮັບເອົາຄອບຄົວ ວັດທະນະທຳໃໝ່ ຈຳນວນ 1.495 ຄອບຄົວ ແລະ ບ້ານວັດທະນະທຳໃໝ່ ຈຳນວນ 12 ບ້ານຄື: ບ້ານຕາດຂາແດງ, ບ້ານໂພນແພງ, ບ້ານບຶງ, ບ້ານແກ້ງແມວ, ບ້ານແກ້ງຫີນ, ບ້ານໂພນບົກ, ບ້ານຫ້ວຍຍາງ, ບ້ານວັງຫີນເຊ, ບ້ານນາທົ່ມ, ບ້ານໄຊໂພນສິມ, ບ້ານນາປ່າຄາ ແລະບ້ານນາຍອນ.

ຈາກນັ້ນ, ກໍ່ໄດ້ມີການມອບຮັບໃບຢັ້ງຢືນ ຄອບຄົວວັດທະນະທຳໃໝ່ ໃຫ້ກຽດກ່າວມອບໂດຍ ທ່ານ ສີສຸກ ເທບທານີ ແລະ ຕ່າງໜ້າແຕ່ລະຄອບຄົວກ່າວຮັບ ແລະ ໄດ້ມອບໃບຢັ້ງຢືນບ້ານວັດທະນະທຳໃໝ່ ໃຫ້ກຽດມອບໂດຍ ທ່ານ ສີພັນ ສຸວັນນະສານ ແລະກ່າວຮັບໂດຍເລຂາ-ນາຍບ້ານທັງ 12 ບ້ານ, ພ້ອມນີ້, ໃນພິທີຍັງໄດ້ມີການໃບຢັ້ງຢືນ ບ້ານສະເໝີພາບຍິງຊາຍໃຫ້ບ້ານນາທົ່ມ, ມີ229 ຄອບຄົວ ແລະມອບໃບຢັ້ງຢືນບ້ານປະຕິບັດກົດໝາຍ 6 ບ້ານຕື່ມອີກ.

ທີ່ມາ: ຂ່າວສານເມືອງອາດສະພອນ