​​7 ເຫດຜົນ​ທີ່​ຄົນ​ສ່ວນ​ຫຼາຍ​ບໍ່​ມັກ​ອອກກຳລັງ​ກາຍ

216

​​ເປັນ​ທີ່​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າການອອກກຳລັງ​ກາຍ​ເປັນ​ສິ່ງ​ທີ່​ດີ​ຕໍ່​ສຸຂະພາບ​ ​ແລະ ໃຫ້​ຄຸນ​ປະ​ໂຫຍ​ດທັງທາງ​ກາຍ ​ແລະ ທາງ​ໃຈ​ໄດ້​ຫຼາຍ​ປານ​ໃດ. ​ແຕ່​ກໍ່​ພາ​ຕົນ​ເອງ​ໄປ​ອອກກຳລັງ​ກາຍ​ໄດ້​ຍາກ​ທີ່​ສຸດ, ທົດ​ລອງ​ຄິດ​ເບິ່ງ​ວ່າ​ເຫດຜົນ​ທີ່​ໃຫ້​ກັບ​ຕົນ​ເອງ​ສ່ວນ​ຫຼາຍ​ແມ່ນ​ມີ​ຫຍັງ​ແນ່.

1 ບໍ່ມີ​ເວລາ: ​ເປັນ​ຂໍ້​ອ້າງ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ທີ່​ສຸດ ​ແລະ ​ເປັນອັນ​ດັບ​ 1 ຢູ່ທຸກ​ຍຸກ, ທຸກ​ສະ​​ໄໝ​ມາ​ຕະຫຼອດ. ​ໃນ​ 1 ມື້​ມີ​ເວລາ​ຢູ່ 1.440 ນາທີ ​ແຕ່​ການ​ອອກກຳລັງ​ກາຍ​ທີ່ໃຊ້​​ເວລາ​ແຕ່ 10-20 ນາທີ ​ເພື່ອ​ແລກປ່ຽນ​ກັບປະ​ໂຫຍ​ດທີ່​ຕົນ​ເອງ​ຈະ​ໄດ້​ຮັບ​​ແລ້ວ​ເປັນ​ການ​ລົງ​ທຶນ​ດ້ວຍ​ເວລາ​ທີ່​ຄຸ້ມ​ຄ່າ​ທີ່​ສຸດ ​​ແລະ ​ຍັງ​ຈະ​ຖ້າ​ເວລາ​ໄປ​ຈົນ​ຮອດ​ມື້​ໃດ.

2 ມື້​ນີ້​ເມື່ອຍ​ເກີນ​ໄປ​ທີ່​ຈະ​ອອກກຳລັງ​ກາຍ: ​​ເປັນ​ເຫດ​ຜົນ​ທີ່​ຈະ​ປັດໄປ​ເຮັດ​ໃນ​ມື້​ໜ້າ. ຖ້າຮູ້ສຶກ​ວ່າ​ເປັນ​ແບບ​ນີ້ ຕ້ອງ​​ໃຫ້ຄຳ​ຕອບ​ກັບ​ຕົນ​ເອງ​​​ເລີຍວ່າ: ​ໃຜໆກໍ່​ເມື່ອຍແຕ່​ເປັນ​ຫຍັງ​ເຂົາ​ເຈົ້າ​ຍັງ​ສາມາ​ດ​ໄປ​ອອກກຳລັງ​ກາຍ​ໄດ້. ​ເຊິ່ງການ​ອອກກຳລັງ​ກາຍ​ນິລະ​ທີ່​ເປັນ​ໂຕ​ຊ່ວຍ​ຟື້ນ​ພະລັງ​ໃຫ້​ກັບ​ຮ່າງກາຍ. ນອກ​ຈາ​ກນີ້, ຍັງ​ຊ່ວຍ​ລະ​ລ​າຍຄວາມ​ຄຽດ​ຈາກ​ການ​ເຮັດ​ວຽກ ​ແລະ ບັນຫາ​ໃນ​ຊີວິດ​ຄອບຄົວ​ໄດ້​ເປັນ​ຢ່າງ​ດີ ​ແລະ ຊ່ວຍ​ໃຫ້​ສົດ​ໃສ, ເບິ​ກບານ​ມ່ວນຊື່ນ. ຖ້າ​ມື້​ໃດ​ຮູ້ສຶກ​ເມື່ອຍ​ກາຍ ​ແລະ ​ເມື່ອຍ​ໃຈ ມື້​ນັ້ນຈະ​ເປັນ​ມື້​ທີ່​ເໝາະ​ສົມ​ທີ່​ສຸດ​ສຳລັບ​ການ​ອອກກຳລັງ​ກາຍ.

” />

3 ບໍ່​ມີ​ອຸປະກອນ​ຊ່ວຍ​ອອກກຳລັງ​ກາຍ: ​ໃນ​ການ​ອອກກຳລັງ​ກາຍ​ແມ່ນ​ມີ​ຫຼາຍ​ວິທີ​ທີ່​ບໍ່​ຕ້ອງ​ອາ​ໄສ​ອຸປະກອນ​ຫຍັງ​ເລີຍ​ຕົວຢ່າງ: ​ເປີດ​ເພງ​ເຕັ້ນຢູ່​ບ້ານ​ໃຊ້​ເວລາ​ມື້​ລະ 20 ນາທີ ​ເທົ່າ​ນີ້​ຮ່າງກາຍ ​ແລະ ຫົວ​ໃຈ​ກໍ່​ແຂງ​ແຮງ​ຂຶ້ນ​ແລ້ວ.

4 ການ​ອອກກຳລັງ​ກາຍ​ເປັນ​ເລື່ອງ​ທີ່​ໜ້າ​ເບື່ອ: ຖ້າ​ມີ​ຄວາມ​ຄິດ​ແບບ​ນີ້ ກໍ່ຄວນ​ຈະ​ປ່ຽນວິທີ​ການ​ອອກກຳລັງ​ກາຍ​ໃໝ່ ​ເພາະ​ການ​ອອກກຳລັງ​ກາຍ​ມີ​ຫຼາຍ​ແບບ, ຫຼາຍ​ວິທີ ຈະ​ຕ້ອງ​ມີ​ວິທີ​ໃດ​ວິທີ​ໜຶ່ງ​ທີ່​ມັກ ​ແລະ ຖ້າ​ຢາກ​ຈະ​ໃຫ້​ມັນ​ເປັນ​ສິ່ງ​ທີ່​ມ່ວນ​ຍິ່ງ​ຂຶ້ນ​ໃຫ້​ຊວນ​ໝູ່​ເພື່ອນ​ໄປ​ອອກກຳລັງ​ກາຍ​ນຳ​ກັນ ​ເພື່ອ​ແຂ່ງຂັນ​ກັນຈະ​ຮູ້ສຶກ​ວ່າ​ມັນ​ເປັນ​ສິ່ງ​ທີ່​ມ່ວນ ​ແລະ ທ້າ​ທາຍຫຼາຍ​ຂຶ້ນ.

5 ເຈັບຫຼັງບໍ່ຢາກອອກກຳລັງກາຍ: ກົງກັນຂ້າມກັນມີອາການເຈັບປວດຫຼາຍຢ່າງທີ່ເຊົາໄດ້ດ້ວຍການ ອອກກຳລັງກາຍເປັນປະຈຳເປັນຕົ້ນແມ່ນ: ເຈັບຫົວ, ເຈັບຫຼັງ ໃຫ້ທົດລອງປຶກສາແພດດ້ານກະ ດູກເບິ່ງວ່າ: ອາການເຈັບດັ່ງກວ່າເໝາະກັບການອອກກຳລັງກາຍປະເພດໃດຈຶ່ງຈະໄດ້ຜົນ.

6 ຕຸ້ຍເກີນໄປທີ່ຈະອອກກຳລັງກາຍໄດ້: ການອອກກຳລັງກາຍພ້ອມກັບການຄວບຄຸມອາຫານ ນອກຈາກຈະເຮັດໃຫ້ຫຸ່ນດີຂຶ້ນແລ້ວ ຍັງຊ່ວຍປ້ອງກັນຈາກພະຍາດຄວາມດັນ, ພະຍາດຫົວໃຈ ແລະ ພະຍາດຂໍ້ກະດູກໄດ້ນຳ. ໃຫ້ເລືອກການອອກກຳລັງກາຍທີ່ຫຼຸດຜ່ອນແຮງກະທົບ ເຊັ່ນ: ລອຍນ້ຳ, ຫຼີ້ນໂຍຄະ ຫຼາຍຄົນກໍ່ຄືສິບໍ່ຢາກຕຸ້ຍຕໍ່ໄປເພື່ອຖ້າ​ໃຫ້ໂລກໄພໄຂ້ເຈັບມາຫາແນ່ນອນ.

7 ເຖົ້າເກີນໄປທີ່ຈະອອກກຳລັງກາຍ: ຫຼາຍຄົນທີ່ໜ້າອ່ອນກວ່າໄວກໍ່ໄດ້ມາຈາກການອອກກຳລັງກາຍ, ຜູ້ສູງອາຍຸຫຼາຍທ່ານກໍ່ເປັນຜູ້ນຳ​ຂອງ​ກຸ່ມອອກກຳລັງກາຍທີ່ຄ່ອງແຄ້ວຈົນຄົນໜຸ່ມສາວອາຍ​ໄປ​ເລີຍ. ການອອກກຳລັງກາຍທີ່ເໝາະສົມກັບຜູ້ສູງໄວກໍ່ມີຫຼາຍແບບເຊັ່ນ: ການຍ່າງໄວ, ການຍືດເສັ້ນຍືດ ເອັນ ຫຼື ກິລາການເຕັ້ນໃນນ້ຳ ຢ່າໃຫ້ອາຍຸມາປິດກັ້ນຫົນທາງສູ່ສຸຂະພາບທີ່ດີ ເພາະບໍ່ເຄີຍມີໃຜທີ່ ເຖົ້າເກີນຈະອອກກຳລັງກາຍ.

ເຫດຜົນເຫຼົ່ານີ້ທີ່ຫຼາຍຄົນມັກຈະບອກກັບຕົນເອງເພຶ່ອປະຕິເສດການອອກກຳລັງກາຍ ແຕ່ວ່າສຳ ລັບຄົນໃນຍຸກສະໄໝໃໝ່ນີ້ເຂົາເຈົ້ານິຍົມຊົມຊອບການອອກກຳລັງກາຍ ແລ້ວຖາມຕົນເອງເບິ່ງວ່າດຽວ ນີ້ເຮົາເປັນຄົນໃນຍຸກສະໄໝໃໝ່ແລ້ວບໍ.