15 ເລກງາມ! ປະກາດປ່າສະຫງວນຫີນໜາມໜໍ່ ເປັນອຸທິຍານແຫ່ງຊາດ ແຫ່ງທີ 3 ຂອງລາວ

219

ເລີ່ມແຕ່ 2019 ເປັນຕົ້ນມາ, ລັດຖະບານລາວ ໄດ້ປະກາດສ້າງຕັ້ງອຸທິຍານແຫ່ງຊາດສອງແຫ່ງຄື: ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເຊິ່ງມີເນື້ອທີ່ 414 ເຮັກຕາ ຕັ້ງຢູ່ລະຫວ່າງກາງ ແຂວງຊຽງຂວາງ ກັບແຂວງຫົວພັນ ແລະ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຕັ້ງຢູ່ແຂວງບໍລິຄໍາໄຊ ແລະ ແຂວງ ຄໍາມ່ວນ.

ຫຼ້າສຸດປີ 2020 ນີ້, ລັດຖະບານອອກດຳລັດ ສະບັບເລກທີ 70/ນຍ ລົງວັນທີ 15 ມັງກອນ 2020 ປະກາດສ້າງຕັ້ງ ອຸທິຍານແຫ່ງຊາດຫີນໜາມໜໍ່ເປັນແຫ່ງທີ 3 ຂອງລາວ ທັງນີ້, ກໍ່ເພື່ອແນໃສ່ຄຸ້ມຄອງ, ປົກປັກຮັກສາລັກສະນະສະເພາະທີ່ໂດດເດັ່ນທາງການຍະພາບ, ຊີວະພາບ ແລະ ຖິ່ນທີ່ຢູ່ອາໄສຂອງພັນພືດ ແລະ ພັນສັດ. ອະນຸລັກຮັກສາໄວ້ຄວາມສວຍງາມຂອງທິວທັດທຳມະຊາດ, ຮ່ອງຮອຍປະຫວັດສາດ, ວັດທະນະທຳ, ທ່ອງທ່ຽວ ແລະ ສຶກສາຄົ້ນຄວ້າທາງດ້ານວິທະຍາສາດ ປະກອບສ່ວນເຂົ້າໃນການປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

ອຸທິຍານແຫ່ງຊາດຫີນໜາມໜໍ່ ຕັ້ງຢູ່ເມືອງ ບົວລະພາ ແຂວງ ຄຳມ່ວນ ມີເນື້ອທີ່ທັງໝົດ 94.121 ເຮັກຕາ (ເກົ້າສິບສີ່ພັນໜື່ງຮ້ອຍຊາວເອັດ ເຮັກຕາ) ຫີນໜາມໜໍ່ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ສຳຄັນຂອງແຂວງ ເນື່ອງຈາກມີປ່າໄມ້ປົກຄຸມຂຽວຕະຫຼອດປີ, ມີຊີວະນານາພັນອາໄສຢູ່ຫຼວງຫຼາຍ ທີ່ຄວນແກ່ການອະນຸລັກບໍ່ໃຫ້ສູນພັນ.

ເຊິ່ງກ່ອນໜ້ານີ້, ລັດຖະບານລາວ ກໍ່ຄືກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍ່ໄດ້ປະສານສົມທົບກັບລັດຖະບານ ສສ ຫວຽດນາມ ຂຸ້ນຂ້ຽວເລັ່ງເອກະສານສະເໜີປ່າສະຫງວນແຫ່ງຊາດຫິີນໜາມໜໍ່, ເມືອງບົວລະພາ ແຂວງຄຳມ່ວນ ແລະ ປ່າສະຫງວນຟອງຍາເກບັງ ແຂວງກວາງບິງ ຂອງຫວຽດນາມ ຂຶ້ນເປັນມໍລະດົກໂລກທາງທຳມະຊາດຮ່ວມຊາຍແດນອີກດ້ວຍ.