ເຊີນທ່ຽວງານບຸນດອກງິ້ວບານທີ່ດອນຊາວເຂດເສດຖະກິດພິເສດສາມຫຼ່ຽມຄຳ

261

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຮ່ວມກັບອົງການປົກຄອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈະໄດ້ຈັດງານເທດສະການດອກງິ້ວບານ ຂຶ້ນທີ່ດອນຊາວ ລະຫວ່າງວັນທີ 14 – 16 ກຸມພາທີ່ຈະມາຮອດນີ້ ເຊິ່ງປີນີ້ເປັນຄັ້ງທີ 20 ມີຫຼາກຫຼາຍກິດຈະກຳທີ່ໜ້າສົນໃຈ.

ເທດສະການດອກງິ້ວບານ ມີຂຶ້ນເພື່ອເປັນການປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງແຂວງບໍ່ແກ້ວ ກໍຄືປະຊາຊົນເມືອງຕົ້ນເຜິ້ງ ທີ່ໄດ້ສືບທອດປະຕິບັດກັນມາແຕ່ດົນນານ. ພ້ອມດຽວກັນນີ້, ກໍຍັງເປັນການສົ່ງເສີມການທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອໃຫ້ສົມດັ່ງຄໍາຂວັນ ທີ່ວ່າ: ” ທ່ອງທ່ຽວເມືອງລາວ, ຮຽນຮູ້ປະຫວັດສາດ, ຊື່ນຊົມທໍາມະຊາດ ແລະ ອະນຸຮັກສົ່ງເສີມວັດທະນະທໍາ “. ໂດຍຖືເອົາການພົວພັນຮ່ວມມືກັບບັນດາປະເທດໃນອະນຸພາກພື້ນ ແລະ ສາກົນ ແນໃສ່ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວແບບຍືນຍົງ ແລະ ກວ້າງຂວາງຍິ່ງຂຶ້ນ.

ຄັ້ງທີ 18 ເທດສະການດອກງິ້ວບານຈັດຂຶ້ນລະຫວ່າງວັນທີ 23 – 29 ມັງກອນ 2018 ປະກອບມີຫຼາຍກິດຈະກໍາ ເຊັ່ນ: ການປະກວດນາງສາວດອກງິ້ວບານ ປະຈໍາປີ 2018, ວາງສະແດງສິນຄ້າຜະລິດຕະພັນພາຍໃນ ແລະ ຕ່າງປະເທດ, ສະແດງສິລະປະວັນນະຄະດີ, ແຂ່ງຂັນກີລາງົວຊົນງົວ, ກິລາຕີມວຍ ແລະ ກິດຈະກໍາອື່ນໆ. ນອກນັ້ນ, ຍັງມີການວາງສະແດງ ແລະ ຈໍາໜ່າຍຜະລິດຕະພັນສິນຄ້າໂອດ໊ອບ ຈາກພາຍໃນ ແລະ ຕ່າງປະເທດ ລວມມີ 350 ຮ້ານ. ໃນນີ້,ເປັນຮ້ານພາຍໃນປະເທດ ຈໍານວນ 345 ຮ້ານ ແລະ ຮ້ານຈາກຕ່າງປະເທດ ມີຈໍານວນ 5 ຮ້ານ.

ຄັ້ງທີ 19 ເທດສະການດອກງິ້ວບານໄດ້ເລີ່ມດໍາເນີນນັບຈາກວັນທີ 18 ແຕ່ພິທີທາງການຈັດຂຶ້ນລະຫວ່າງວັນທີ 23 – 25 ມັງກອນ 2019 ປະກອບມີຫຼາຍກິດຈະກໍາ. ໃນນັ້ນ, ການປະກວດນາງສາວດອກງິ້ວບານແມ່ນມີທຸກໆປີ ພ້ອມມີສິນຄ້າທັງພາຍໃນ ແລະ ຕ່າງປະເທດວາງຈໍາໜ່າຍ ສາມາດດຶງດູດຄວາມສົນໃຈຈາກພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.

ສໍາລັບຄັ້ງທີ 20 ເທດສະການບຸນດອກງິ້ວບານ ຈະເລີ່ມມີການວາງສະແດງສິນຄ້ານັບຈາກວັນທີ 10 ກຸມພາ ແຕ່ພິທີທາງການຈັດຈະຈັດຂຶ້ນລະຫວ່າງວັນທີ 14 – 16 ກຸມພາ 2020 ປະກອບມີຫຼາຍກິດຈະກໍາ ເປັນຕົ້ນ: ການປະກວດນາງສາວດອກງິ້ວບານ; ການຍ່າງສະແດງຊຸດຊົນເຜົ່າ 13 ຊົນເຜົ່າ; ການສະແດງສິລະປະວັນນະຄະດີຂອງລາວ, ຈີນ, ໄທ ແລະ ມຽນມາ; ງານວາງສະແດງສິນຄ້າ ເລີ່ມແຕ່ວັນທີ 10 ຫາ 16 ກຸມພາ ປີ 2020.

ການແຂ່ງຂັນຕີມວຍ ( ລາວ – ໄທ ) ຈະຈັດຂຶ້ນໃນຕອນຄໍ່າຂອງວັນທີ 14 ກຸມພາ; ຈັດກອງປະຊຸມສໍາມະນາການລົງທຶນດ້ານການທ່ອງທ່ຽວ ແລະ ການດຶງດູດການລົງທຶນຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດ ( ເວທີປຶກສາກ່ຽວກັບວັດທະນະທໍາ ການທ່ອງທ່ຽວດອກງິ້ວບານ ); ການຈູດບັ້ງໄຟດອກ, ປ່ອຍໂຄມໄຟ ແລະ ອື່ນໆ.