ກຽມຮັບມືໃຫ້ພ້ອມ! ອາທິດນີ້ ພາກເໜືອອາກາດຈະໜາວເຢັນ

119

ອາທິດນີ້ອາກາດຈະໜາວເຢັນໃນເຂດພາກເໜືອເຂດພູສູງ, ຮ່ອມພູ, ພູດອຍ, ແຂວງພາກເໜືອ, ແຂວໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວ ຫາໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ.

ທັງນີ້ ຂໍ້ມູນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ໃນໄລຍະວັນທີ 20 ຫາ 25 ມັງກອນ 2020, ບໍລິເວນຄວາມກົດດັນສູງຂອງອາກາດໜາວເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ເຊິ່ງຈະເຮັດໃຫ້ອາກາດໜາວເຢັນຢູ່ໃນເຂດພາກເໜືອ ແຂວງໄຊສົມບູນແລະ ເຂດພູພຽງບໍລະເວນ, ສ່ວນພາກກາງ ແລະ ພາກໃຕ້ ອາກາດຈະເຢັນໃນຕອນເຊົ້າ ແລະ ຮ້ອນໃນຕອນບ່າຍ.

ພ້ອມນີ້ກໍ່ໄດ້ຄາດຄະເນສະພາບອາກາດໃນແຕ່ລະພາກໄວ້ຕາມແຈ້ງການລຸ່ມນີ້