ດ່ວນ! ລັດແຈ້ງປັບຂຶ້ນລາຄານໍ້າມັນ ເລີ່ມມື້ອື່ນເປັນຕົ້ນໄປ

132

ການປັບຂຶ້ນ-ລົງລາຄານໍ້າເປັນເລື່ອງປົກກະຕິທີ່ປາກົດເຫັນຢູ່ຕະຫຼອດ, ຫຼ້າສຸດ ມື້ນີ້ມີແຈ້ງການປັບຂຶ້ນລາຄາຂາຍຍ່ອຍໜ້າປ້ຳນໍ້າມັນເຊື້ອໄຟທົ່ວປະເທດ ໂດຍໃຫ້ຈັດປະຕິບັດ ເລີ່ມແຕ່ເວລາ 6:00ໂມງຂອງວັນທີ 21 ມັງກອນ 2020 ເປັນຕົ້ນໄປ.

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບເລກທີ 0067/ອຄ.ກຄພນ, ລົງວັນທີ 20ມັງກອນ 2020, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ໃຫ້ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ.

ໂດຍໃຫ້ປະຕິບັດຕາມລາຄາຂາຍຍ່ອຍໃໝ່ ໃນເທດສະບານແຂວງ, ນະຄອນຫຼວງຕາມຕາຕະລາງໃນແຈ້ງການລຸ່ມນີ້

ການປັບລາຄາໃໝ່ໃນຄັ້ງນີ້ ແມ່ນໄດ້ຫຼຸດການເກັບເງິນຄັງແຮສະເພາະນໍ້າມັນກາຊວນລົງ 100ກີບຕໍ່ລິດ(ຈາກ 500ກີບຕໍ່ລິດ ເປັນ 400ກີບຕໍ່ລິດ) ແລະ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື ແອັດຊັງພິເສດ ປັບຂຶ້ນ 90ກີບຕໍ່ລິດ (ຈາກ 10.680ກີບຕໍ່ລິດ ເປັນ 10.770ກີບຕໍ່ລິດ), ແອັດຊັງທໍາມະດາ ປັບຂຶ້ນ 180ກີບຕໍ່ລິດ(ຈາກ 9.470 ກີບຕໍ່ລິດ ເປັນ 9.650 ກີບຕໍ່ລິດ) ແລະ ກາຊວນປັບຂຶ້ນ 380ກີບຕໍ່ລິດ (ຈາກ 8.660ກີບຕໍ່ລິດ ເປັນ 9.040 ກີບຕໍ່ລິດ).

ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ. ທັງນີ້ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0055/ກຄພນ.ຄສລ, ລົງວັນທີ 20 ມັງກອນ 2020 ຈົນກວ່າຈະມີການປ່ຽນແປງ.