ນັກເຕະຊາວແຂວງວຽງຈັນ ຮ່ວມໄວ້ອາໄລຕໍ່ການຈາກໄປຂອງ ທ່ານ ວາລະກອນ ກ່ອນການແຂ່ງຂັນ

119

ນັກເຕະຊາວແຂວງວຽງຈັນ ຮ່ວມໄວ້ອາໄລຕໍ່ການຈາກໄປຂອງ ທ່ານ ວາລະກອນ ພົມພັກດີ ( ຕ້ອມ ) ທີ່ໄດ້ເຖິງແກ່ມໍລະນະກໍາ ໄປໃນວັນເສົາທີ່ຜ່ານມາ ເຊິ່ງພິທີໄວ້ອາໄລຈັດຂຶ້ນກ່ອນການແຂ່ງຂັນນັດທີ 9 ແລະ ນັດທີ 10 ໃນການແຂ່ງຂັນບານເຕະຊີງຂັນເຈົ້າແຂວງ ໂຄງການບານເຕະຕ່າງແຂວງຂອງ ສະຫະພັນບານເຕະແຫ່ງຊາດລາວ ( lff provincial football competitions ) ວັນທີ 19 ມັງກອນ 2020.

ພິທີໄວ້ອາໄລດັ່ງກ່າວ ຈັດຂຶ້ນກ່ອນການແຂ່ງຂັນປະຈໍາວັນທີ 19 ທີ່ແຂວງວຽງຈັນ ໃນນັດທີ 9 ລະຫວ່າງ ນາຊູ ເອັຟຊີ ສະເໝີກັບ ໂພນສີໃຕ້ 0-0 ແລະ ນັດທີ 2 ລະຫວ່າງ ພະແນກ ອຸດສະຫະກໍາ ແລະ ການຄ້າ ແຂວງວຽງຈັນ ສະເໝີກັບ ວິທະຍາໄລເຕັກນິກແຂວງວຽງຈັນ 2-2 ທີ່ທີ່ເດີ່ນວິທະຍາໄລເຕັກນິກແຂວງວຽງຈັນ.

ສໍາລັບ ທ່ານ ວາລະກອນ ເປັນຄູຝຶກທີມມີປະສົບການສູງໃນວົງການບານເຕະລາວ ເປັນຫົວໜ້າຄູຝຶກທີມຊາດລາວ ຊຸດໃຫຍ່ ມາແລ້ວຫຼາຍຊຸດ, ສ່ວນໜ້າທີ່ໃນສະໜາມຫຼ້າສຸດເປັນຫົວໜ້າຄູຝຶກຂອງ ມຊ ເອັຟຊີ ແລະ ອີໂວ້ ຢູໄນເຕັດ ໃນການແຂ່ງຂັນບານເຕະ ລາວພຣີເມຍລີກ 2019 ແລະ ພາທີມຄວ້າອັນດັບ 2 ໃນບານເຕະຊີງຂັນ ສຕລ ຄອມມານໂດ ( COMMANDO LFF CUP 2019 ) ໄປຄອງໄດ້ຢ່າງຍິ່ງໃຫຍ່ໃນປີ 2019.