ເມືອງດາກຈຶງຕັ້ງເປົ້າສູງ! ອີກ 5ປີ ປະຊາຊົນຕ້ອງມີລາຍຮັບເກືອບ 20ລ້ານກີບຕໍ່ຄົນຕໍ່ປີ

74

ເພື່ອຄວາມຢູ່ລອດ ພ້ອມສ້າງໃຫ້ປະຊາຊົນມີລາຍຮັບທີ່ສູງຂຶ້ນ ຮັບປະກັນການໃຊ້ຈ່າຍໃນຊີວິດປະຈໍາວັນໃຫ້ພຽງພໍ ແລະ ກຸ້ມຕົນເອງໄດ້ໃນສະພາບໂລກທີ່ມີການປ່ຽນແປງ ແລະ ທັນສະໄໝຂຶ້ນນັບມື້ ຍິ່ງຊີ້ໃຫ້ເຫັນວ່າການມີລາຍຮັບທີ່ສູງ ແລະ ໝັ້ນຄົງຄືຖານແໜ້ນໃຫ້ແກ່ການດໍາລົງຊີວິດຂອງຄົນເຮົາ, ດັ່ງເມືອງດາກຈຶງ ທີ່ວາງເປົ້າໝາຍໝາຍໄວ້ ໃນປີ 2024 ປະຊາຊົນພາຍໃນເມືອງຕ້ອງມີລາຍຮັບ 19,6 ລ້ານກີບຕໍ່ຄົນຕໍ່ປີ.

ພາບປະກອບຂ່າວເທົ່ານັ້ນ

ເມືອງດາກຈຶງ ແຂວງເຊກອງ ວາງເປົ້າໝາຍໃນການພັດທະນາເສດຖະກິດ-ສັງຄົມຮອດປີ 2024 ສູ້ຊົນເຮັດໃຫ້ລາຍຮັບສະເລ່ຍໃສ່ຫົວຄົນໃຫ້ໄດ້ 19,6 ລ້ານກີບ ຫຼື ເທົ່າກັບ 2.288 ໂດລາສະຫະລັດ ໂດຍການສ້າງມູນຄ່າເພີ່ມໃຫ້ໄດ້ 541 ຕື້ກວ່າກີບ ແລະ ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວຢູ່ໃນລະດັບ 9,6% ຕໍ່ປີ.

ທ່ານ ສົມພອນ ສາຍສຸວັນ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງໆດາກຈຶງ ໄດ້ລາຍງານໃຫ້ຮູ້ໃນວາລະດໍາເນີນກອງປະຊຸມໃຫຍ່ຄັ້ງທີ XV ຜູ້ແທນອົງຄະນະພັກເມືອງດາກຈຶງເມື່ອບໍ່ດົນມານີ້ວ່າ: ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2020-2024 ຂອງເມືອງດາກຈຶງ ຕ້ອງສູ້ຊົນເຮັດໃຫ້ຍອດຜະລິດຕະພັນພາຍໃນເພີ່ມຂຶ້ນບໍ່ໃຫ້ຫຼຸດ 9,6% ຕໍ່ປີ ແລະຮອດປີ 2024 ສ້າງມູນຄ່າເພີ່ມໃຫ້ໄດ້ 541 ຕື້ກວ່າກີບ, ລາຍຮັບສະເລ່ຍໃສ່ຫົວຄົນໃຫ້ໄດ້ 19,6 ລ້ານກີບ ຫຼື ເທົ່າກັບ 2.288 ໂດລາສະຫະລັດ, ເຊິ່ງຄາດວ່າພົນລະເມືອງທັງໝົດຈະມີປະມານ 27.518 ຄົນ.

ພາບປະກອບຂ່າວເທົ່ານັ້ນ

ຂໍ້ມູນຈາກ: Media Laos