71 ແຫ່ງການເຕີບໃຫຍ່ຂອງ ກອງທັບປະຊາຊົນລາວ

484

ໃນໂອກາດຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນຄົບຮອບ 71 ປີ ກໍຄືແຕ່ວັນທີ 20 ມັງກອນ ປີ 1949 ຫາ 20 ມັງກອນ ປີ 2020, ດັ່ງນັ້ນເພື່ອເປັນການລະລຶກ ຜົນງານຂອງກອງທັບປະຊາຊົນປະຕິວັດລາວ ພວກເຮົາມາຫວນຄືນກ່ຽວກັບປະຫວັດການກຳເນີດຂອງກອງທັບປະຊາຊົນປະຕິວັດລາວບາງດັ່ງນີ້: ນັບທ້າຍສະຕະວັັດທີ 19 ຫາຕົ້ນສະຕະວັດທີ 20 ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ເຂົ້າມາຢືດຄອງ, ຮຸກຮານປະເທດຊາດ 2 ຄັ້ງ ໂດຍຄັ້ງທີ 1 ແຕ່ປີ 1893-1945; ຄັ້ງທີ 2 ແຕ່ປີ 1946-1954 ຕະຫຼອດໄລຍະເວລາທີ່ຈັກກະພັດຝຣັ່ງຮຸກຮານ ແລະ ປົກຄອງປະເທດລາວນັ້ນ, ປະຊາຊົນລາວບັນດາເຜົ່າສຸດທີ່ແສນທຸກຍາກລຳບາກ, ບໍ່ມີສິດເສລີພາບແມ່ນແຕ່ໜ້ອຍດຽວ, ຍິ່ງໄປກວ່ານັ້ນປະຊາຊົນປະເຊີນກັບໄພອຶດຫິວ, ກືກໜັງສື, ຕິດໂລກລະບາດບໍ່ມີຢາປົກພະຍາດ ແລະ ໄພສັງຄົມແຫ່ງຄວາມຫຼ້າຫຼັງ.

ການກົດຂີ່ຂູດຮີດຂອງພວກຈັກກະພັດຝຣັ່ງທີ່ມີຕໍ່ປະຊາຊົນລາວເຮົາສຸດທີ່ແສນໜັກໜ່ວງເທົ່າໃດ ກໍ່ຍິ່ງເພີ່ມຄວາມຄຽດແຄ້ນໃຫ້ປະຊາຊົນລາວບັນດາເຜົ່າເທົ່ານັ້ນ, ດ້ວຍຄວາມຈິດໃຈຮັກຊາດທີ່ປ່ຽມລົ້ນ, ບໍ່ຍອມເປັນຂ້ອຍຂ້າມ້າຕ່າງຂອງຊາດອື່ນ ປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ຈຶ່ງໄດ້ສາມັກຄີກັນເດັດດ່ຽວລຸກຂຶ້ນຕໍ່ສູ້ຕ້ານກັບຈັກກະພັດຝຣັ່ງ ແລະ ລູກແຫຼ່ງຕີນມືຂອງພວກເຂົາດ້ວຍຫຼາຍຮູບການ, ຫຼາຍລະດັບຈົນກ້ວໄປເຖິງການຕໍ່ສູ້ດ້ວຍກຳລັງປະກອບອາວຸດ ຢ່າງອົງອາດກ້າຫານ ແລະ ເປັນຂະບວນກວ້າງຂວາງ.

ໂດຍຂະບວນການຕໍ່ສູ້ດັ່ງກ່າວໄດ້ເລີ່ມເປີດສາກຂຶ້ນເທື່ອລະກ້າວເທື່ອລະກ້າວ ໂດຍພາຍໃຕ້ການນຳພາຂອງບັນດາການນຳໃນສະໄໝນັັ້ນນັບແຕ່ເຈົ້າ ສຸວັນນະພູມ, ອົງແສນ, ພໍ່ກະດວດ, ອົງແກ້ວ, ອົງກົມມະດຳ, ນາຍຄູຄຳ ແລະ ອີກຫຼາຍໆທ່ານ. ຈາກນັ້ນ ກໍ່ເລີ່ມມີການກໍາເນີດຂອງກອງທັບປະຊາຊົນລາວ ຂຶ້ນເນື່ອງຈາກສະພາບແວດລ້ອມດັ່ງກ່າວ ໂດຍປະຕິບັດຕາມຄໍາສັ່ງຂອງສູນກາງພັກກອມມູນິດອິນດູຈີນ ມາຮອດຕອນເຊົ້າຂອງວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ່ເຂດລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ ກອງລາດຊະວົງ ” ຂຶ້ນຢ່າງເປັນທາງການ ໂດຍແມ່ນ ທ່ານ ເພັດສະວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນນຫົວໜ້າການເມືອງ ແລະ ທ່ານ ຄໍາມູນ ເປັນຮອງຜູ້ບັນຊາການ.

ໃນມື້ດຽວກັນນັ້ນ, ໂດຍພາຍໃຕ້ການນໍາພາອັນແທດເໝາະຂອງ ສາຂາພັກກອມມູນິດອິນດູຈີນ ປະຈໍາແຄວ້ນລາວ ກອງປະຊຸມໄດ້ເອົາສະຖານທີ່ກອງລາດຊະວົງ ເປັນບ່ອນຈັດຕັ້ງພິທີການປະກາດສ້າງຕັ້ງກອງທັບປະຊາຊົນລາວອິດສະຫຼະຂຶ້ນ ຢ່າງເປັນທາງການຢູ່ສະຖານທີ່ດຽວກັນ ໂດຍແມ່ນທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ຖັດຈາກນັ້ນມາ, ບັນດາກອງເອກະລາດອື່ນໆເຊັ່ນ: ກອງໄຊຈັກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ກໍໄດ້ປະກາດຮັບເອົາເຂົ້າໂຮມເປັນກອງທັບລາວອິດສະຫຼະເປັນທາງການ ພາຍໃຕ້ການຊີ້ນໍາໂດຍດົງຂອງສາຂາພັກກອມມຸນິດອິນດູຈີນ ປະຈໍາລາວ, ນັບຕັ້ງແຕ່ນັ້ນມາວັນທີ 20 ມັງກອນ 1949 ຈິ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງ ກອງທັບປະຊາຊົນລາວ. ທັງນີ້ກໍ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການ ກໍຄືຂະບວນປະຕິວັດຕໍ່ສູ້ກູ້ຊາດຂອງປະຊາຊົນບັນດາເຜົ່າຜູ້ຮັກຊາດ ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949.

ຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນໍາພາອັນປີຊາສາມາດ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການ, ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ເຮັດສໍາເລັດພາລະກໍາປະຫວັດສາດ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມຣິກາ ຜູ້ຮຸກຮານ ພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາ, ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ສະຖາປະນາເປນ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ; ແລະ ມາເຖິງປັດຈຸບັນ ກຳລັງຂອງ ກອງທັບປະຊາຊົນປະຕິວັດລາວ ຍັງເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ.

ນີ້ເປັນພຽງບາງຕອນສັ້ນໆກ່ຽວກັບປະຫວັດການສ້າງຕັ້ງກອງທັບປະຊາຊົນປະຕິວັດລາວຂຶ້ນ ເຊິ່ງກ່ອນຈະມາເຖິງ 71 ປີນີ້ ອ້າຍນ້ອງກຳລັງປະກອບອາວຸດໃນກອງທັບປະຊາຊົນປະຕິວັດລາວ ຫຼາຍຮ້ອຍຫຼາຍພັນຊີວິດ ໄດ້ສະຫຼະເລືອດເນື້ອຂອງຕົນ ເພື່ອໃຫ້ປະເທດຊາດໄດ້ຮັບເອກະລາດ ຫຼຸດພົ້ນອອກຈາກແອກປົກຄອງຂອງພວກຈັກກະພັດຝຣັ່ງຈົນມາເຖິງທຸກມື້ນີ້.