ໜຸ່ມ ໂຈໂຈ້ ສ້າງຄວາມພາກພູມໃຈໃຫ້ກັບວົງການບັນເທີງລາວ

142

ອີກໜຶ່ງຄວາມພູມໃຈໃນທ້າຍປີຜ່ານມາ ໜຸ່ມ ໂຈໂຈ້ ໄດ້ຮັບລາງວັນ ແລະ ໃບປະກາດກຽດຕິຄຸນໃນງານ “ ສະເດັດປະທານລາງວັນກຽດຕິຄຸນນານາຊາດ Maha naga Awards 2019 ” ທີ່ປະເທດໄທ ໃນຖານະນັກຮ້ອງລາວຄົນໜຶ່ງທີ່ເປັນບຸກຄົນຕົ້ນແບບປະເພດສິລະປິນນັກຮ້ອງດີເດັ່ນ.

ໜຸ່ມ ຈິລະສັກ ສາຍສະໜິດ ຫຼື ໂຈໂຈ້ ໃຫ້ສໍາພາດວ່່າ: ເປັນຄວາມພູມໃຈຂອງຕົນເອງທີ່ໄດ້ຮັບລາງວັນບຸກຄົນຕົ້ນແບບ ປະເພດສິລະປິນນັກຮ້ອງດີເດັ່ນ ໃນນາມສິລະປິນລາວຜູ້ສ້າງຜົນງານໃນວົງການບັນເທີງມາຫຼາຍປີ ແລະ ສ້າງຜົນງານເພງມາເລື້ອຍໆກໍຮູ້ສຶກເປັນກຽດຢ່າງຍິ່ງທີ່ຄັ້ງໜຶ່ງຍັງມີຊື່ຕິດເຂົ້າໄປຮັບລາງວັນນີ້. ສິ່ງທີ່ສຳຄັນເຮົາເປັນຄົນລາວຄິດວ່ານີ້ຈະເປັນອີກຄວາມພູມໃຈໜຶ່ງຂອງຄົນລາວ ທີ່ສະແດງໃຫ້ເຫັນວ່າສັກກະຍະພາບຂອງຄົນລາວກໍບໍ່ໄດ້ໜ້ອຍໜ້າປະເທດອື່ນເຊັ່ນດຽວກັນ ແລະ ເປັນຕົວແທນທີ່ຖືກເລືອກໄປຮັບລາງວັນສິລະປິນດີເດັ່ນ.

ສຳລັບຈຸດເດັ່ນທີ່ເຮັດໃຫ້ຕົນເອງໄດ້ຮັບລາງວັນນີ້ ຄິດວ່າໜ້າຈະແມ່ນຜົນງານທີ່ໄດ້ເຮັດໃຫ້ທຸກຄົນໄດ້ຕິດຕາມ ແລະ ເຕັມທີ່ກັບທຸກໆຜົນງານສະເໝີ ພ້ອມທັງເປັນແຮງບັນດານໃຈຂອງຄົນອ້ອມຂ້າງ ແລະ ຄົນທີ່ຕິດຕາມຜົນງານເຮັດໃຫ້ຕັ້ງໃຈ ຫຼື ເຮັດເຕັມທີ່ໃນການຜະລິດຜົນງານດີໆອອກມາເລື້ອຍໆ. ນອກນີ້, ອາດຈະເປັນໝາກຜົນຄວາມສຳເລັດ.

ລາງວັນນີ້ໃນນາມສິລະປິນລາວຄົນໜຶ່ງມັນເຮັດໃຫ້ພູມໃຈ ແລະ ເຮັດໃຫ້ກະຕືລືລົ້ນໃນການທີ່ຈະສ້າງຜົນງານດີໆອອກມາເລື້ອຍໆ ທັງເປັນສິ່ງຢັ້ງຢືນຄຸນນະພາບ, ເປັນແບບຢ່າງໃນການສ້າງຜົນງານໃນວົງການບັນເທີງ ແລະ ສາມາດຕໍ່ຍອດໃຫ້ນ້ອງໆໄວໜຸ່ມມັກຮັກໃນວົງການບັນເທີງ ກໍຈະມີສິດທີ່ຈະໄດ້ສ້າງຜົນງານດີໆໃນມື້ໃດມື້ໜຶ່ງ ກໍມີໂອກາດໄດ້ຮັບລາງວັນອັນຊົງກຽດນີ້ຄືກັນແນ່ນອນ.

ຕອນນີ້ ໜຸ່ມ ໂຈໂຈ້ ກໍຈະມີຜົນງານເພງໃໝ່ທີ່ກຳລັງເຮັດຢູ່ທຸກຄົນຈະໄດ້ຕິດຕາມໄວໆນີ້ ແລະ ຜົນງານຮູບເງົາທີ່ອາດຈະເປີດກ້ອງໃນປີນີ້ ເຊິ່ງຕ້ອງມາລຸ້ນນຳກັນວ່າຈະເປັນຮູບເງົາແບບໃດຖ້າຕິດຕາມນຳກັນເດີ, ສາມາດຕິດຕາມການເຄື່ອນໄຫວຂອງ ໂຈໂຈ້ ໄດ້ທາງເພຈ໌: jojo miracle.

( ຂ່າວ: ນຸ້ມນິ້ມ )

( ຮູບ: jojo miracle )