ທະນາຄານສົ່ງເສີມກະສິກໍາ ສາຂາແຂວງໄຊຍະບູລີ ປ່ອຍສິນເຊື່ອໄດ້ 74%

213

ປີຜ່ານມາ ທະນາຄານສົ່ງເສີມກະສິກໍາ ສາຂາແຂວງໄຊຍະບູລີ ສາມາດປ່ອຍເງິນກູ້ໄດ້ທັງໝົດ 108,75 ຕື້ກີບ ເທົ່າກັບ 74%. ຂະນະທີ່ປີ 2020 ຈະພະຍາຍາມຂະຫຍາຍສິນເຊື່ອຊຸກຍູ້ການຜະລິດກະສິກໍາ ໃຫ້ໄດ້ 80% ຂອງສິນເຊື່ອທັງໝົດ.

ພາບປະກອບຂ່າວ

ທ່ານ ບັນດິດ ແສງດາວົງ ຫົວໜ້າທະນາຄານສົ່ງເສີມກະສິກໍາ ສາຂາແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ປີ 2019 ຜ່ານມາ ທາງທະນາຄານແມ່ນໄດ້ສຸມໃສ່ລະດົມເງິນຝາກ ເຊິ່ງສາມາດປະຕິບັດໄດ້ 307,17 ຕື້ ກວ່າກີບ, ທຽບໃສ່ແຜນການປະຕິບັດໄດ້ 106,62%, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 13,72%. ພ້ອມດຽວກັນ, ກໍໄດ້ປ່ອຍສິນເຊື່ອ ໂດຍເລັ່ງໃສ່ການຜະລິດກະສິກໍາເປັນຕົ້ນຕໍ, ໜຶ່ງປີຜ່ານມາສາມາດປະຕິບັດໄດ້ 108,75 ຕື້ກວ່າກີບ, ທຽບໃສ່ແຜນການປະຕິບັດໄດ້ 74%, ທຽບໃສ່ປີຜ່ານມາ ຫຼຸດລົງ 13,58%. ໃນນັ້ນ, ຂະແໜງກະສິກໍາ – ປ່າໄມ້ 94,90 ຕື້ກວ່າກີບ ກວມເອົາ 87,25%.

ພາບປະກອບຂ່າວ

ນອກນີ້, ທາງທະນາຄານຍັງບໍລິການອອກບັດ ATM ໄດ້ທັງໝົດ ຈໍານວນ 10.041 ບັດ, ຕິດຕັ້ງ SMS Banking ໄດ້ຈໍານວນ 2.617 ລາຍການ, ຈໍາໜ່າຍປະກັນໄພໄດ້ 631 ສັນຍາ ມູນຄ່າ 187 ລ້ານກວ່າກີບ, ຮັບຊໍາລະຄ່າທໍານຽມທາງໄດ້ 452 ຄັນ, ເປັນເງິນທັງໝົດ 131 ລ້ານກວ່າກີບ.

ທ່ານ ບັນດິດ ແສງດາວົງ ຍັງໃຫ້ຮູ້ຕື່ມອີກວ່າ: ປີ 2020 ນີ້ ທາງທະນາຄານຈະໄດ້ຂະຫຍາຍສິນເຊື່ອຕາມກົນໄກຂອງຕະຫຼາດ ທີ່ຕິດພັນກັບແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ແລະ ບັນດາເມືອງພາຍໃນແຂວງທາງດ້ານການຜະລິດກະສິກໍາ ໃຫ້ໄດ້ 80% ຂອງຍອດສິນເຊື່ອທັງໝົດ, ສູ້ຊົນລະດົມທຶນໃຫ້ໄດ້ 312,43 ຕື້ກວ່າກີບ ໂດຍເພີ່ມຂີດຄວາມສາມາດໃນການລະດົມແຫຼ່ງທຶນໃຫ້ຫຼາຍຂຶ້ນ.