ເດັກນ້ອຍຖອກທ້ອງ ແລະພາວະຂາດນ້ຳ ອາດສົ່ງຜົນເຖິງຊີວິດໄດ້

213

ພາວະຂາດນ້ຳຖືເປັນຜົນທີ່ຮ້າຍແຮງຈາກຖອກທ້ອງຊະນິດຮ້າຍແຮງ ຖ້າອາການຮ້າຍແຮງຫຼາຍອາດເຖິງຂັ້ນເຮັດໃຫ້ເດັກເສຍຊີວິດໄດ້ ໂດຍພົບເລື້ອຍໆໃນເດັກນ້ອຍທີ່ອາຍຸບໍ່ເຖິງ 1 ປີ ເນື່ອງຈາກເດັກນ້ອຍສູນເສຍນ້ຳໃນສັດສ່ວນທີ່ຫຼາຍເມື່ອທຽບກັບປະລິມານນ້ຳທັງໝົດໃນຮ່າງກາຍ.

ອາການຂາດນ້ຳສັງເກດໄດ້ຈາກການຍ່ຽວຂອງເດັກນ້ອຍຈະອອກໜ້ອຍ, ປາກແຫ້ງ, ລີ້ນ ແລະ ຮີມສົບແຫ້ງ, ບໍ່ຄ່ອຍມີນ້ຳຕາເວລາໄຫ້, ຕາໂກນ, ອ່ອນເພຍ, ກະວົນກະວາຍ ຫຼື ຊຶມເສົ້າ ຖ້າເຖິງຂັ້ນຮ້າຍແຮງ ມີອາການເຫງົາຊຶມ, ມື ຫຼື ຕີນເຢັນ, ຫາຍໃຈສັ້ນໆ ແລະ ໄວ.

ການປິ່ນປົວເບື້ອງຕົ້ນຄືຕ້ອງຮີບຊົດເຊີຍນ້ຳທີ່ສູນເສຍໄປ ໂດຍໃຫ້ກິນນົມແມ່, ກິນນ້ຳເພີ່ມຂຶ້ນ ຫຼື ເຄື່ອງດື່ມທີ່ມີສ່ວນປະສົມຂອງນ້ຳຕານ, ເກືອ ແລະ ແຮ່ທາດ ຫຼື ທີ່ມີຂາຍທົ່ວໄປທີ່ເອີ້ນກັນວ່າ: ຜົງ ORS ຫາຊື້ໄດ້ຕາມຮ້ານຂາຍຢາ ຫຼື ຕາມແພດສັ່ງ ໂດຍໃຫ້ກິນລະຫວ່າງຄາບອາຫານ.

ການຊົດເຊີຍການຂາດນ້ຳໂດຍໃຫ້ກິນເຄື່ອງດື່ມ ORS ນັ້ນຄວນເຮັດໃນໄລຍະ 3 – 4 ຊົ່ວໂມງ ແລະ ເລີ່ມໃຫ້ອາຫານຕາມປົກກະຕິ ແລ້ວໃຫ້ລູກກິນນົມແມ່ຕໍ່ໄປ ໃນໄລຍະນີ້ຕ້ອງຫຼີກລຽງນ້ຳໝາກໄມ້ ເພາະອາດເຮັດໃຫ້ຖອກທ້ອງຫຼາຍຂຶ້ນໄດ້, ລູກນ້ອຍທີ່ຖອກທ້ອງຄວນໄດ້ຮັບການເບິ່ງແຍງຈາກແພດຢ່າງທັນຖ່ວງທີ ຖ້າລູກນ້ອຍອາຍຸຕ່ຳກວ່າ 6 ເດືອນ ໂດຍສະເພາະຖ້າມີອາການຢ່າງອື່ນຮ່ວມນຳ ເຊັ່ນ: ມີໄຂ້, ມີພາວະຂາດນ້ຳ ຫຼື ເມື່ອອາການຖອກທ້ອງບໍ່ດີຂຶ້ນພາຍໃນ   1 – 2 ມື້.

( ຂໍ້ມູນຈາກ: Hi-Family Club Laos )

( ຮຽບຮຽງ: ນຸ້ມນິ້ມ )