ຜະລິດຕະພັນສະໝຸນໄພພື້ນເມືອງຂອງເມືອງໄຊບູລີ ໄດ້ຮັບກາໝາຍໂອດ໊ອບ

112

ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ມອບໃບຢັ້ງຢືນນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ODOP ( ໂອດ໊ອບ ) ໃຫ້ວິສາຫະກິດດ້າຍຂາຍຜະລິດຕະພັນສະໝຸນໄພ ເພື່ອສຸຂະພາບສ່ວນບຸກຄົນ.

ພິທີມອບ – ຮັບໃບຢັ້ງຢືນກາໝາຍໂອດ໊ອບໃຫ້ຫົວໜ່ວຍທຸລະກິດດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 15 ມັງກອນຜ່ານມານີ້ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມໃນພິທີຂອງ ທ່ານ ໄຊສົມເພັດ ນໍຣະສິງຫ໌ ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ໂພສີສ້ອຍ ກຸທິລາດ ຮັກສາການຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີເຈົ້າເມືອງ – ຮອງເຈົ້າເມືອງ, ບັນດາຫ້ອງການອຸດສາຫະກຳ – ການຄ້າເມືອງ, ນະຄອນ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.

ທ່ານ ດ້າຍ ໃໝໃສຕາວັນ ເຈົ້າຂອງວິສາຫະກິດດ້າຍຂາຍຜະລິດຕະພັນສະໝຸນໄພເພື່ອສຸຂະພາບ ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາ ວ່າ: ໄດ້ເລີ່ມດຳເນີນທຸລະກິດກ່ຽວກັບສະໝຸນໄພຢາພື້ນເມືອງ ມາໄດ້ 10 ປີແລ້ວ ເຊິ່ງເປັນທຸລະກິດແບບຄອບຄົວທີ່ເຮັດດ້ວຍໃຈມັກ, ມີສຳນັກງານຕັ້ງຢູ່ບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ. ພາຍຫຼັງທີ່ໄດ້ເຂົ້າຮ່ວມເຄື່ອນໄຫວນຳການຈັດຕັ້ງລັດມາໄດ້ໄລຍະໜຶ່ງ ໂດຍສະເພາະແມ່ນໄດ້ເຂົ້າຮ່ວມວາງສະແດງສິນຄ້າທີ່ຈັດຂຶ້ນຢູ່ແຂວງບໍລິຄຳໄຊ ເຊິ່ງເຫັນວ່າຜະລິດຕະພັນຢາພື້ນເມືອງພວກເຮົາແມ່ນໄດ້ຮັບການຕອບຮັບເປັນຢ່າງດີຈາກລູກຄ້າ ໂດຍສະເພາະແມ່ນຢາດົມອາລົມດີທີ່ຂາຍດີເປັນພິເສດ.

ການໄດ້ຮັບອະນຸຍາດນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດໃນຄັ້ງນີ້, ຂ້າພະເຈົ້າແມ່ນຮູ້ສຶກດີໃຈ ແລະ ພາກພູມໃຈຫຼາຍທີ່ພາກລັດໃຫ້ຄວາມເອົາໃຈໃສ່ ແລະ ຊຸກຍູ້ສົ່ງເສີມຜະລິດຕະພັນສະໝຸນໄພຂອງພວກເຮົາ ເຊິ່ງປະກອບມີ 8 ຜະລິດຕະພັນ ຄື: ຢາດົມອາລົມດີ, ຢາມ່ອງສະໝຸນໄພ, ນ້ຳມັນຄາຍເສັ້ນ, ຂີ້ໝິ້ນໃໝ່ສາຍພັນແດງ, ຢາປົວປະດົງ, ຢາປົວກະເພາະ, ຢາປົວຕັບ ແລະ ຢາປົວມົດລູກ.

ພ້ອມນີ້, ຂ້າພະເຈົ້າກໍຢືນຢັນວ່າຈະສືບຕໍ່ປັບປຸງ ແລະ ພັດທະນາຜະລິດຕະພັນຂອງຕົນເອງໃຫ້ມີຄຸນນະພາບດີຂຶ້ນໄປເລື້ອຍໆ.