ກະແລັມເຂົ້າໄລເບີຣີ ໄດ້ຄຸນປະໂຫຍດດີແບບງ່າຍໆ

90

ເຂົ້າໄລເບີຣີ ເປັນພືດອິນຊີທີ່ກຳລັງໄດ້ຮັບຄວາມນິຍົມໃນບ້ານເຮົາເປັນຈຳນວນຫຼາຍ ເຊິ່ງອຸດົມໄປດ້ວຍຄຸນຄ່າທາງອາຫານຈຳນວນຫຼວງຫຼາຍ ໂດຍຄຸນປະໂຫຍດເດັ່ນໆແມ່ນໃນນ້ຳມັນລຳເຂົ້າມີຄຸນສົມບັດໃນການຕ້ານອະນຸມູນອິດສະຫຼະ ພ້ອມມີທາດໂຟເລັກໃນປະລິມານທີ່ສູງ. ນອກນີ້, ຍັງອຸດົມໄປດ້ວຍສານອາຫານອື່ນໆທີ່ຈຳເປັນຕໍ່ຮ່າງກາຍຄົນເຮົານຳ ເຊັ່ນ: ເບຕ້າແຄໂຣທີນ, ວິຕາມິນ E, ລູທີນ, ແທນນິນ, ສັງກະສີ, ໂອເມກ້າ 3, ວິຕາມິນ B1, ທາດເຫຼັກ,ໂພລີຟິນນອລ ແລະ ເສັ້ນໃຍອາຫານຕ່າງໆ.

ສ່ວນປະສົມ:

1 ນ້ຳສະອາດ 2 ຖ້ວຍ    ໃຫຍ່.

2 ເຂົ້າສານໄລເບີຣີ 1 ຖ້ວຍໃຫຍ່.

3 ໃບເຕີຍ 4 ໃບ.

4 ນ້ຳກະທິ 2 ຖ້ວຍໃຫຍ່.

5 ນ້ຳຕານ 1/2 ຖ້ວຍນ້ອຍ.

6 ເກືອ 1 ບ່ວງກາເຟ.

7 ແມ່ພິມ ຫຼື ພາຊະນະສຳລັບໃສ່ແຊ່ແຂງ.

ວິທີປຸງແຕ່ງ:

ເອົານ້ຳໃສ່ໝໍ້ຄ້າງໄຟປານກາງ ພໍຟົດໃຫ້ລ້າງເຂົ້າໄລເບີ  ຣີ ແລະ ໃບເຕີຍລົງຕົ້ມໄປເລື້ອຍໆ ( ພະຍາຍາມຄົນຕະຫຼອດເພື່ອບໍ່ໃຫ້ເຂົ້າໄໝ້ຕິດໝໍ້ ) ຈົນເຂົ້າສຸກ ຫຼື ປະມານ 20 – 25 ນາທີ ໂດຍສັງເກດເບິ່ງເມັດເຂົ້າມັນນຸ້ມບໍ່ແຂງໃຫ້ປິດໄຟ ແລະ ຕັກຂຶ້ນຈາກນ້ຳແລ້ວປະໄວ້ໃຫ້ສະເດັດນ້ຳດີ.

ຫຼັງຈາກນັ້ນ, ເອົານ້ຳກະທິໃສ່ໝໍ້ຄ້າງໄຟອ່ອນ ພໍຟົດຈຶ່ງໃສ່ນ້ຳຕານ ແລະ ເກືອລົງຄົນໃຫ້ລະລາຍເຂົ້າກັນດີແລ້ວຕັກເຂົ້າທີ່ຕົ້ມໄວ້ລົງ ເຊິ່ງຕົ້ມໃຫ້ຟົດອີກເທື່ອໜຶ່ງກໍໃຊ້ໄດ້ແລ້ວ ຫຼື ຈະຕົ້ມຈົນເມັດເຂົ້າແຕກກໍໄດ້ເຊັ່ນກັນແລ້ວແຕ່ວ່າມັກແບບໃດ.

ພໍເຢັນຖອກໃສ່ພິມ ຫຼື ພາຊະນະທີ່ຈະໃຊ້ ແລະ ນຳໄປແຊ່ໄວ້ໃນຕູ້ເຢັນປະມານ 4 – 5 ຊົ່ວໂມງ ( ຖ້າຈົນມັນແຂງໂຕແລ້ວແກະອອກຈາກພິມ ), ອີກວິທີແມ່ນນໍາມາປັ່ນຈຶ່ງນຳມາຖອກໃສ່ພາຊະນະແລ້ວຈຶ່ງນຳໄປແຊ່ກໍແຊບໄປອີກແບບ ແລະ ຍັງໄດ້ເນື້ອກະແລັມນຸ້ມໆນຳ.

( ຂໍ້ມູນຈາກ: dreams time.com )

( ຮຽບຮຽງ: ນຸ້ມນິ້ມ )