ເມືອງດາກຈຶງ ມີເນື້ອທີ່ປູກໂສມເກືອບ 100 ເຮັກຕາ

265

ເມືອງດາກຈຶງ ແຂວງເຊກອງ ມີເນື້ອທີ່ປູກໂສມເກືອບ 100 ເຮັກຕາ ໄດ້ຮັບຜົນຜະລິດ 1,3 ໂຕນຕໍ່ເຮັກຕາ. ພ້ອມນັ້ນ, ຍັງໄດ້ຮັບແນວພັນໝາກກາເຟຈາກທະນາຄານນະໂຍບາຍ ແລະ ພາກສ່ວນອື່ນໆໃຫ້ປະຊາຊົນປູກໃນເນື້ອທີ່ 3 ພັນ ກວ່າເຮັກຕາ.

ທ່ານ ໄພສະໝອນ ເລຂາໜ່ວຍພັກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງດາກຈຶງ ກ່າວຕໍ່ກອງປະຊຸມໃຫຍ່ ຄັ້ງທີ XV ອົງຄະນະພັກເມືອງ ວ່າງບໍ່ດົນມານີ້ວ່າ: ພວກເຮົາໄດ້ເອົາໃຈໃສ່ຊີ້ນໍາພະນັກງານວິຊາການປະຕິບັດໜ້າທີ່ໂດຍອີງໃສ່ 3 ເສົາຄໍ້າ 4 ແຜນງານຂອງກະຊວງກະສິກໍາ ແລະ ປ່າໄມ້ວາງອອກ ໂດຍສະເພາະແຜນງານທີ 2 ທີ່ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ. 5 ປີຜ່ານມາ ຄື: ແຕ່ປີ 2015 – 2019 ໄດ້ຍາດແຍ່ງທຶນຮອນຈາກພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນສະໜັບສະໜູນແຜນງານດັ່ງກ່າວ 37,7 ຕື້ກວ່າກີບ ຢູ່ 54 ບ້ານ ລວມທັງການເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ການມີສ່ວນຮ່ວມຫົວໜ່ວຍທຸລະກິດທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ, ກໍ່ສ້າງພື້ນຖານໂຄງລ່າງ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຕາມທ່າແຮງ ເພື່ອສ້າງມູນຄ່າເພີ່ມຂອງຜົນຜະລິດ.

ເຫັນວ່າການຜະລິດໄດ້ຂະຫຍາຍຕົວຢ່າງກວ້າງຂວາງ, ຫຼາຍຄອບຄົວມີລາຍຮັບຫຼາຍຂຶ້ນ ແລະ ທີ່ພົ້ນເດັ່ນປີຜ່ານມາສາມາດສົ່ງຜົນຜະລິດກະສິກໍາອອກ ເປັນຕົ້ນໝາກກາເຟ, ໂສມ ແລະ ສັດລ້ຽງປະເພດຕ່າງໆ ໂດຍສະເພາະໂສມຖືວ່າເປັນສິນຄ້າພົ້ນເດັ່ນໃນປັດຈຸບັນ ເນື່ອງຈາກປະຊາຊົນ 3 ບ້ານ ຄື: ບ້ານດາກວໍ, ດາກຣັນ ແລະ ບ້ານດາກວາງ ທີ່ປູກໂສມທໍາມະຊາດໃນເນື້ອທີ່ 98 ກວ່າເຮັກຕາ ແລະ ໄດ້ຮັບຜົນຜະລິດ 1,3 ໂຕນຕໍ່ເຮັກຕາ, ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນໄດ້ເກືອບ 5 ຕື້ກີບ.

ນອກນີ້, ທະນາຄານນະໂຍບາຍ ແລະ ພາກສ່ວນອື່ນໆໄດ້ສະໜອງແນວພັນກາເຟໃຫ້ແກ່ປະຊາຊົນ 54 ບ້ານ ເຮັດໃຫ້ເນື້ອທີ່ປູກກາເຟໃນປັດຈຸບັນມີ 3.789 ກວ່າເຮັກຕາ ແລະ ເກັບກູ້ຜົນຜະລິດໄດ້ 9 ພັນກວ່າໂຕນ, ຂະນະທີ່ພະນັກງານວິຊາການໄດ້ແນະນຳເຕັກນິກການປູກ, ໃສ່ຝຸ່ນ, ຕັດຕອນກິ່ງງ່າ, ເກັບກ່ຽວ, ຄັດຄຸນນະພາບກາເຟ, ປຸກເຮືອນຮົ່ມຕາກກາເຟ, ໂຮງອິ້ວ ຕະຫຼອດເຖິງການປຸງແຕ່ງເປັນສິນຄ້າ ເປັນຕົ້ນຊາໂສມທໍາມະຊາດ, ກາເຟສະຕາດາກຈຶງ, ກາເຟດາກຈຶງ ແລະ ປີຜ່ານມາໄດ້ສົ່ງກາເຟ ( ໝາກແດງ, ໝາກສ້ອມ, ໝາກດໍາ ) ອອກ 2.220 ກວ່າໂຕນ ແລະ ຈໍານວນໜຶ່ງ ອົງການແຄ ໄດ້ສະໜັບສະໜູນຜະລິດເປັນໝາກຂາວສົ່ງອອກຕ່າງປະເທດ.